ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ຫາເງິນ ຈາກການໂຄສະນາ ຫາສຽງ ໄດ້ຫລາຍກວ່າ ທ່ານ Romney


ຜູ້ສະໜັບສະໜຸນທ່ານ Barack Obama ​ ຄົນນຶ່ງ ກອດຮັດແລະຍົກທ່ານຂຶ້ນ ຢູ່ຮ້ານອາຫານແຫ່ງນຶ່ງ ໃນເມືອງ Fort Pierce, ລັດ Florida ບ່ອນທີ່ທ່ານໂອບາມາໄປໂຄສະນາຫາສຽງ ໃນທ້າຍສັບປະດາຜ່ານມາ.
ຜູ້ສະໜັບສະໜຸນທ່ານ Barack Obama ​ ຄົນນຶ່ງ ກອດຮັດແລະຍົກທ່ານຂຶ້ນ ຢູ່ຮ້ານອາຫານແຫ່ງນຶ່ງ ໃນເມືອງ Fort Pierce, ລັດ Florida ບ່ອນທີ່ທ່ານໂອບາມາໄປໂຄສະນາຫາສຽງ ໃນທ້າຍສັບປະດາຜ່ານມາ.
ການໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ໃໝ່ ຂອງປະທານາທິບໍດີ
ສະຫະລັດ ທ່ານ Barack Obama ​ ​ຫາ​ເງິນໄດ້ລື່ນຄູ່ແຂ່ງ
ຄືທ່ານ Mitt Romney ນັ້ນ ຢ່າງຫວຸດຫ​ວິດໃນ​ເດືອນສິງຫາ
ຜ່ານ​ມາ​ນີ້.

ຜູ້ຈັດ​ການຝ່າຍ​ຫາ​ສຽງຂອງ ທ່ານ Obama ຄື​ທ່ານ Jim
Messina ​ໄດ້​ອອກ​ຖະ​ແຫລງການ​ໃນ​ວັນ​ອາທິດວານ​ນີ້​ວ່າ
ການໂຄສະນາ​ຫາ​ສຽງ ​ຫາ​ເງິນໄດ້​ເຖິງ 114 ລ້ານ​ໂດ​ລາ ​ໃນ
​ເດືອນ​ແລ້ວ​ນີ້ ຮວ​ມ​ທັງທີ່​ຫາ​ໄດ້ໂດຍ​ຄະນະ​ກໍາມະການ​ແຫ່ງ
​ຊາດ​ຂອງພັກ​ເດ​ໂມ​ແຄຣັທ. ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ໜ້າ​ນັ້ນ
ການ​ໂຄສະ​ນາ​ຫາ​ສຽງ​ຂອງທ່ານ Romney ​ໄດ້​ປະກາດວ່າ
ຕົນ​ໄດ້​ຮັບ​ເງິນ​ເຖິງ 111 ລ້ານ​ໂດ​ລາ​ໃນ​ເດືອນ​ສິງຫາ ຮວມກັນ
ກັບ​ຂອງ​ຄະນະ​ກໍາມະການ​ແຫ່ງ​ຊາດຂອງ​ພັກ ​ຣີ​ພັບບ​ລິກັນ.

​ເຖິງ​ແມ່ນ​ວ່າ ທ່ານ Mitt Romney ຫາ​ເງິນ​ໄດ້​ໜ້ອຍ​ກວ່າທ່ານ​ໂອ​ບາ​ມາ​ໃນ​ເດືອນ​ສິງຫາກໍ​ຕາມ ​ແຕ່​ກໍເປັນ​ເດືອນ​ທີ່​ສາມ​ຕິດ​ຕໍ່​ກັນ ທີ່​ການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ ຫາ​ເງິນ​ໄດ້​ກາຍ 100 ລ້ານ​ໂດ​ລາ ​ແລະທ່ານ​ກໍມີ​ເງິນສົດ​ຢູ່ໃນ​ທະນາຄານ​ ຫລາຍ​ກ່ວາປະທານາທິບໍດີ ຊຶ່ງ​ຍັງ
​ເຫລືອພຽງບໍ່ເທົ່າໃດ​ອາທິດຈະ​ຮອດ​ວັນ​ເລືອກ​ຕັ້ງທົ່ວ​ໄປ ວັນທີ 6 ເດືອນ​ພະຈິກນັ້ນແລ້ວ.
ຢູ່​ໃນ​ລາ​ຍການ​ໃຫ້​ສໍາພາດທາງລາຍການໂທລະພາບ NBC Meet the Press ​ໃນ​ວັນ​ອາທິດວານ​ນີ້ ທ່ານ Romney ກ່າວ​ວ່າ ທ່ານຈະ​ຮັກສາ​ຫລາຍໆພາກສ່ວນຂອງໂຄງການ
ຮັກສາ​ສຸຂະພາບຂອງທ່ານ Obama ນັ້ນ​ໄວ້ ​ເຖິງ​ແມ່ນ​ວ່າ ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໃນຕອນ​
ຕົ້ນໆ​ວ່າ​ ຈະລົບ​ລ້າງກົດໝາຍສະບັບ​ນັ້ນທັງ​ໝົດ ຖ້າ​ຫາກ​ທ່ານ​ຖືກ​ເລືອກ​ຕັ້ງ.

ໃນ​ຂະນະ​ດຽວ​ກັນ ທ່ານ Obama ກໍສືບ​ຕໍ່​ໂຄສະນາ​ຫາ​ສຽງ​ຫລັງ​ຈາກກອງ​ປະ​ຊຸມ​ຫລວງ ເປັນ​ເວລາ​ສອງ​ມື້ ທົ່ວ​ລັດ Florida ຊຶ່ງ​ເປັນ​ລັດ​ທີ່​ສໍາຄັນ​ລັດ​ນຶ່ງ​ໃນ​ການ​ເລືອກ​ຕັ້ງ ທີ່​ມີ​ປະຊາກອນໄວເບ້ຍ​ບໍານານ ທີ່ມີ​ສິດປ່ອນ​ບັດ​ຢູ່ຫລາຍ​.
XS
SM
MD
LG