ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ຫ້າມ
ທຳການຄ້າໃນຂອບເຂດທີ່ກວ້າງຂວາງກັບແຫລມ Crimea
ທີ່ຣັດເຊຍໄດ້ປະກາດຮວມເອົາ ເປັນດິນແດນຂອງຕົນ ໂດຍ
ອອກດຳລັດຫ້າມການສົ່ງອອກສິນຄ້າ ທີ່ສຳຄັນໆ ແລະການ
ບໍລິການຕ່າງໆຂອງສະຫະລັດແລະກໍຫ້າມບໍ່ໃຫ້ມີການນຳເຂົ້າ
ສິນຄ້າ ຈາກແຫຼມ Crimea.
ຖະແຫລງການສະບັບນຶ່ງຂອງທຳນຽບຂາວ ໃນວັນສຸກວານ
ນີ້ ກ່າວວ່າ ດຳລັດນີ້ມີ “ຈຸດປະສົງທີ່ຈະໃຫ້ຄວາມກະຈ່າງແຈ້ງ
ແກ່ບໍລິສັດຂອງສະຫະລັດ ທີ່ທຳທຸລະກິດຢູ່ໃນຂົງເຂດ.” ດຳ
ລັດຍັງກ່າວວ່າ ມັນມີຈຸດໝາຍແນໃສ່ເພື່ອສະແດງໃຫ້ເຫັນວ່າ
ວໍຊິງຕັນ “ຈະບໍ່ຮັບເອົາການຍຶດຄອງ ຂອງຣັດເຊຍ” ຢູ່ທີ່ແຫລມ Crimea.
ການຫ້າມດັ່ງກ່າວ ແມ່ນຮວມທັງການລົງໂທດຕໍ່ 24 ສ່ວນບຸກຄົນ ແລະບັນດາບໍລິສັດ
ຕ່າງໆທີ່ລະບຸວ່າ ມີສ່ວນເຮັດໃຫ້ເກີດຄວາມບໍ່ສະຫງົບ ຢູ່ໃນພາກຕາເວັນອອກຂອງ
ຢູເຄຣນ. ສະພາຣັດເຊຍ ໄດ້ລົງຄະແນນສຽງໃນເດືອນເມສາ ທີ່ຜ່ານມາ ເພື່ອຮວມເອົາ
ຂົງເຂດດັ່ງກ່າວເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ເຖິງແມ່ນວ່າ ໄດ້ມີການປະທ້ວງຈາກ
ສະຫະພາບຢູໂຣບ ແລະວໍຊິງຕັນກໍຕາມ.
ການເອົາມາດຕະການຂອງສະຫະລັດ ໄດ້ມີຂຶ້ນຫລັງຈາກມີການເຄື່ອນໄຫວທີ່ຄ້າຍຄືກັນ
ໃນອາທິດນີ້ ໂດຍສະຫະພາບຢູໂຣບ ແລະການາດາ.
ປະທານາທິບໍດີ Obama ໃນວັນພະຫັດທີ່ຜ່ານມາ ໄດ້ລົງນາມໃນຮ່າງກົດໝາຍ ສະບັບ
ນຶ່ງ ອະນຸຍາດໃຫ້ມີການລົງໂທດເພີ້ມເຕີມຕໍ່ມົສກູທີ່ໄດ້ໃຫ້ການສະໜັບສະໜຸນ ຕໍ່ພວກ
ກະບົດແບ່ງແຍກດິນແດນນິຍົມຣັດເຊຍ ຢູ່ໃນພາກຕາເວັນອອກຂອງ ຢູເຄຣນ.