ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ
ວ່າທ່ານໄດ້ແນະນຳໃຫ້ກະຊວງຮັກສາຄວາມປອດໄພແຫ່ງ
ຊາດພາຍໃນຊອກຫາຊ່ອງທາງບັງຄັບໃຊ້ກົດໝາຍຄົນເຂົ້າ
ເມືອງ ແບບ “ມີມະນຸດສະທຳຕື່ມຂື້ນ.”
ທຳນຽບຂາວກ່າວວ່າ ປະທານາທິບໍດີ Obama ໄດ້ປະກາດ
ໃນວັນພະຫັດ ວານນີ້ ຢູ່ໃນການພົບປະກັບບັນດາສະມາຊິກ
ສະພາຂອງກຸ່ມຊາວຮິສແປນິສ.
ບັນດາກຸ່ມຈັດຕັ້ງຂອງຊາວອາເມຣິກາລາຕິນ ໄດ້ຕິຕຽນ
ທ່ານ Obama ທີ່ນຳໃຊ້ການເນລະເທດໃນຂະນະທີ່ກ້າວ
ໄປສູ່ການດັດແປງແກ້ໄຂລະບົບກວດຄົນເຂົ້າເມືອງຂອງ ປະເທດ ຍັງຕົກຢູ່ໃນສະພາບ
ບໍ່ໄປບໍ່ມາ ຢູ່ໃນສະພາ.
ບັນດາສະມາຊິກສະພາພັກເຣພັບບລິກັນ ຢູ່ໃນສະພາຕຳ່ ສະຫະລັດ ໄດ້ຢູ່ໃນຈຸດ ໃນ
ກາງຂອງການຊັກຊ້າ ໂດຍທີ່ບັນດາຜູ້ນຳ ພັກກ່າວວ່າ ຮ່າງກົດໝາຍດັ່ງກ່າວ ຄົງຈະບໍ່ມີຄວາມກ້າວໜ້າໃດໆ ກ່ອນການເລືອກຕັ້ງສະພາ ໃນເດືອນພະຈິກປີນີ້. ສະພາສູງ ໄດ້ຮັບຜ່ານຮ່າງກົດໝາຍການປະຕິຮູບຄົນເຂົ້າເມືອງໃນເດືອນມິຖຸນາ ທີ່ຜ່ານມາ.
ບັນດາຜູ້ສະໜັບສະໜຸນກ່ຽວກັບເລື່ອງຄົນເຂົ້າເມືອງຫລາຍທ່ານ ໄດ້ສະແດງຄວາມບໍ່ພໍໃຈ ໃຫ້ແກ່ປະທານາທິບໍດີ Obama ໃນການປະຕິບັດງານຕໍ່ພວກ ຄົນເຂົ້າເມືອງຫລາຍລ້ານຄົນ ທີ່ອາໄສຢູ່ໃສຢູ່ໃນສະຫະລັດຢ່າງຜິດກົດໝາຍ.
ປະທານາທິບໍດີ ໄດ້ເອົາບາດກ້າວເພື່ອລຸດຜ່ອນການເນລະເທດບັນດາເດັກນ້ອຍ ທີ່ຖືກນຳເຂົ້າມາໃນສະຫະລັດ ໂດຍພໍ່ແມ່ຂອງເຂົາເຈົ້າ ຢ່າງຜິດກົດໝາຍ. ແຕ່ ບັນດາກຸ່ມປົກປ້ອງສິດທິຄົນເຂົ້າເມືອງ ໄດ້ຮຽກຮ້ອງໃຫ້ ທ່ານດຳເນີນການກ່ຽວ ກັບເລື່ອງນີ້ເພີ້ມຕື່ມ.