ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Barack Obama ກັບຄືນ​ໄປ​ຍັງ ເຂ​ດອ່າວ​ເມັກ​ຊິໂກອີກຄັ້ງ


ປະທານາທິບໍດີສະ​ຫະລັດ ທ່ານ Barack Obama
ກັບຄືນ​ໄປ​ຍັງເຂ​ດອ່າວ​ເມັກ​ຊິໂກອີກ​ຄັ້ງ​ນຶ່ງ ​ໃນ​ວັນ​ຈັນ​ມື້​ນີ້
ເພື່ອ​ຢ້ຽມຢາມສາມ​ລັດ​ທີ່ໄດ້​ຮັບຜົນ​ກະທົບ​ຈາກ​ນ້ຳ​ມັນ​ຮົ່ວ​ທີ່​
ຮ້າຍ​ແຮງ​ນັ້ນ.

ໃນ​ການ​ຢ້ຽມຢາມສອງ​ມື້​ ​ທີ່​ລັດ Mississippi,
Alabama ​ແລະ Florida ​ແມ່ນ​ຈະ​ເປັນ​ເທື່ອ​ທຳ​ອິດ​ຂອງ
ທ່ານ​ໂອ​ບາ​ມາ. ການ​ຢ້ຽມຢາມ​ສາມ​ຄັ້ງ​ກ່ອນ​ຫນ້າ​ນີ້​
ແມ່ນໄດ້​ເພ່ງ​ເລັງໃສ່ແຕ່ລັດ Louisiana ​ທີ່​ໄດ້​ຮັບຜົນ​
ກະທົບ​ທີ່​ຮ້າຍ​ແຮງ​ສຸດ​.

ຫລັງ​ຈາກ​ກັບ​ຄືນ​ເມືອ​ນະຄອນຫລວງ Washington ​ໃນ​ແລງ​ວັນ​ອັງຄານ​ມື້​ອື່ນ
ທ່ານ Obama ​ຈະກ່າວ​ຄຳ​ປາ​ໃສ ຊີ້​ແຈງຕໍ່​ປະຊາຊົນ​ ຈາກ​ຫ້ອງທຳ​ງານ Oval Office
ກຽ່ວກັບ​ແຜນ​ການ​ຕ່າງໆ​ຂອງ​ທ່ານ ​ເພື່ອ​ຊ່ວຍ​ເຫລືອພວກ​ຂົງ​ເຂດ​ທີ່​ຖືກ​ກະທົບ​ຟື້ນ​ໂຕ​
ຄືນ​ນັ້ນ.ແລະໃນວັນ​ພຸດ​ທີ່​ຈະ​ມາ​ເຖິງ​ນີ້​ ທ່ານ​ຈະທຳ​ການ​ປຶກສາ​ຫາລື​ກັບ​ຄະນະບໍ​ລິ​ຫານ
ຂອງບໍລິສັດ​ນ້ຳມັນ​ຍັກ​ໃຫຽ່ BP ​ແລະ​ກົດ​ດັນ​ໃຫ້ BP ຈັດຕັ້ງກອງ​ທຶນ​ພິ​ເສດ​ຂຶ້ນ ​
ເພື່ອ​ຈ່າຍ​ຄ່າ​ເສຍ​ຫາຍ​ຕ່າງໆ ​ໃຫ້​ແກ່ພວກບຸກຄົນ​ແລະ​ບໍລິສັດຕ່າງໆ ​ທີ່ໄດ້​ຮັບ​ຜົນ
ກະທົບ​ ຈາກ​ຄວາມຫາຍະນະ​ຄັ້ງ​ນີ້.

ທາງບໍລິສັດ​ BP​ ​ຖ​ແລງ​ວ່າ ມາ​ຮອດ​ປະຈຸ​ບັນ​ ນ້ຳມັນ​ຮົ່ວ​ໄຫຼ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ສ້າງຄວາມ​
ເສັຍ​ຫາຍ​ໃຫ້​ແກ່​ບໍລິ​ສັດ​ ​ເປັນ​ມູນ​ຄ່າ​ຮອດ 1 ພັນ 600 ລ້ານ$​ແລ້ວ.

XS
SM
MD
LG