ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ໃຫ້ຄຳແນະນຳ ສຳລັບ ວັນພໍ່


ປະທານາທິບໍດີ ໂອບາມາ ເວົ້າຢອກລູກສາວຂອງທ່ານ, ນາງ Malia Obama ໃນຂະນະທີີພວກເພິ່ນກຳລັງຍ່າງໄປຂຶ້ນ
ເຮືອບິນ Air Force One ຈາກເຮລີຄັອບເຕີ Marine One , 7 ເມສາ, 2016.
ປະທານາທິບໍດີ ໂອບາມາ ເວົ້າຢອກລູກສາວຂອງທ່ານ, ນາງ Malia Obama ໃນຂະນະທີີພວກເພິ່ນກຳລັງຍ່າງໄປຂຶ້ນ ເຮືອບິນ Air Force One ຈາກເຮລີຄັອບເຕີ Marine One , 7 ເມສາ, 2016.

ໃນປະເທດ ສະຫະລັດ ວັນພໍ່ປີນີ້ ໄດ້ມີຂຶ້ນພຽງໜຶ່ງສັບປະດາ ຫຼັງຈາກການ ຂ້າຄົນຈຳນວນ ຫຼາຍໃນເມືອງ Orlando ລັດ Florida ທີ່ nightclub ພວກ ກະເທີຍ ເຊິ່ງໄດ້ເຮັດໃຫ້ມີຄົນ ເສຍຊີວິດ 49 ຄົນ ແລະ ບາດເຈັບ 53 ຄົນ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວໃນຄຳປາໄສປະຈຳອາທິດວ່າ “ດ້ວຍ ວັນພໍ່ທີ່ ພວມມີຂຶ້ນນີ້” ທ່ານໄດ້ “ໃຊ້ຄວາມຄິດຫຼາຍ” ກ່ຽວກັບ “ຄວາມຮັບ ຜິດຊອບຕ່າງໆທີ່ ພວກເຮົາມີຕໍ່ກັນ.”

ທ່ານໄດ້ໃຫ້ຄຳແນະນຳທີ່ມີຄວາມເຂົ້າໃຈງ່າຍໆວ່າ “ບໍ່ຕ້ອງລືມວ່າພວກເຮົາ ສາມາດບັນ ລຸຄວາມດີໄດ້ຫຼາຍຊ່ຳໃດ ດ້ວຍການສະແດງຄວາມຮັກໃຫ້ ກັນແລະກັນ.”

ການຕາຍຂອງຄົນຜູ້ທີ່ເຮົາຮັກ ໄດ້ເປັນແຮງກະຕຸ້ນສຳລັບວັນພໍ່ທີ່ຈັດຂຶ້ນໃນ ຄັ້ງທຳອິດ. ຈຸດ ກຳເນີດທີ່ອ່ອນນ້ອມຖ່ອມໂຕຂອງມັນໄດ້ເລີ່ມຂຶ້ນໃນວັນທີ 5 ກໍລະກົດ 1908 ໃນເວລາທີ່ ໂບດໃນລັດ West Virginia ໄດ້ຈັດງານໃນວັນ ອາທິດ ເພື່ອລະນຶກເຖິງຜູ້ຊາຍ 362 ທີ່ໄດ້ ເສຍຊີວິດໃນປີກ່ອນໜ້ານັ້ນ ຍ້ອນການລະເບີດແຕກໃນບໍ່ຖ່ານຫີນ.

ປີຕໍ່ມາ, ແມ່ຍິງຄົນໜຶ່ງໃນເມືອງ Spokane ລັດ ວໍຊິງຕັນ ຜູ້ທີ່ຖືກລ້ຽງດູໂດຍ ພໍ່ຂອງລາວ ຜູ້ທີ່ເປັນພໍ່ໝ້າຍໄດ້ລິເລີ່ມວັນພໍ່ທີ່ມີຄວາມໝາຍເທົ່າກັບວັນແມ່. ລາວໄດ້ປະສົບຄວາມສຳ ເລັດ ແລະ ໃນປີ 1910 ລັດວໍຊິຕັນ ກໍໄດ້ສະເຫຼີມສະ ຫຼອງວັນພໍ່ທີ່ຖືກຈັດຂຶ້ນໃນທົ່ວທັງລັດ ຄັ້ງທຳອິດຂອງປະເທດ.

ໃນລະຫວ່າງຊຸມປີ 1920 ຫາ 1930, ມັນໄດ້ມີຂະບວນການເຄື່ອນໄຫວໜຶ່ງເພື່ອ ລວມເອົາວັນພໍ່ ແລະ ວັນແມ່ເຂົ້າກັນເປັນວັນພັກມື້ດຽວເອີ້ນວ່າ ວັນພໍ່ແມ່. ແນວໃດກໍຕາມ, ເມື່ອ ສົງຄາມໂລກຄັ້ງທີ 2 ໄດ້ເລີ່ມຂຶ້ນ ພວກນັກໂຄສະນາກໍ ໄດ້ຮຽກຮ້ອງໃຫ້ສາທາລະນາຊົນ ສະເຫຼິີມສະຫຼອງວັນພໍ່ ເພື່ອເປັນວິທີທີ່ໃຫ້ກຽດ ແກ່ບັນດາທະຫານຜູ້ທີ່ໄດ້ຮັບໃຊ້ຊາດ. ພວກເຂົາເຈົ້າໄດ້ປະສົບຄວາມສຳ ເລັດ ແລະ ໃນຕອນທ້າຍຂອງສົງຄາມ, ວັນພໍ່ກໍໄດ້ຖືກສະຖາປະນາໃຫ້ເປັນສະຖາ ບັນແຫ່ງຊາດອັນນຶ່ງ.

ໃນປີ 1972, ປະທານາທິບໍດີ Richard Nixon ໄດ້ຮັບຮູ້ວ່າວັນພໍ່ເປັນວັນພັກ ແຫ່ງຊາດ ວັນນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG