ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດແລະຈີນ ຕົກລົງຈະປະສານງານກັນ ເລື້ອງເກົາຫຼີເໜືອ (ເບິ່ງວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ຈັບມືກັບທ່ານຫູຈິນເຖົາ ປະທານປະເທດຈີນ
ກ່ອນທໍາການພົບປະກັນທີ່ກຸງໂຊລ, ເກົາຫຼີໃຕ້.
ວັນທີ 26 ມີນາ 2012
ປະທານາທິບໍດີ ບາຣັກ ໂອບາມາ ຈັບມືກັບທ່ານຫູຈິນເຖົາ ປະທານປະເທດຈີນ ກ່ອນທໍາການພົບປະກັນທີ່ກຸງໂຊລ, ເກົາຫຼີໃຕ້. ວັນທີ 26 ມີນາ 2012

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ສະຫະລັດ​ແລະ​ຈີນ​ໄດ້​ຕົກລົງ​ທີ່​ຈະ​ປະສານ​ງານ​ກັນ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ທີ່​ໄດ້​ກໍານົດ​ໄວ້​ຂອງ​ເກົາຫຼີ​ເໜືອ ທີ່​ໄດ້​ຄອບ​ງໍາ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍຄວາມ​ປອດ​ໄພ​ນີວ​ເຄລຍ​ ໃນ​ສັບປະດາ​ນີ້​ທີ່​ກຸງ​ໂຊ​ລນັ້ນ.

ຜູ້​ຊ່ອຍ​ວຽກ​ທ່ານ​ນຶ່ງ​ຂອງປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ກ່າວ​ວ່າ ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກຂອງ​ຈີນອອກ​ມາ​ ​ກ່ຽວ​ກັບ​ແຜນການຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອນັ້ນ ​ໃນ​ການ​ພົບ​ປະກັນກັບ​ທ່ານ​ໂອ​ບາ​ມາ​ໃນ​ວັນ​ຈັນມື້​ນີ້.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ໄດ້ໃຫ້​ຂ່າວແກ່​ບັນດາ
ນັກ​ຂ່າວ ​ກ່ຽວ​ກັບ​ການ​ພົບ​ປະກັນ​ລະຫວ່າງສອງ​ຜູ້​ນໍາ​ວ່າ ທ່ານ​ຫູ ​ໄດ້​ກ່າວ​ຕໍ່​ປະທານາທິບໍ
ດີ​ຂອງ​ສະຫະລັດ​ວ່າ ຈີນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ຕົນ​ຕໍ່​ກຸງ​ພຽງ​ຢ້າງ​ແລ້ວ. ທ່ານ
Rhodes ກ່າວ​ຕື່ມ​ວ່າ ພວກ​ຜູ້​ນໍາ​ທັງ​ສອງ​ໄດ້​ຕົກ​ລັງ​ກັນ​ທີ່​ຈະ​ພິຈາລະນາ​ເບິ່ງ​ວ່າ ຄວນຈະ​
ເອົາ​ບາດກ້າວ​ແບບໃດ​ຕໍ່​ໄປຖ້າ​ຫາກ​ການ​ຍິງ​ລູກ​ສອນ​ໄຟ​ມີຂຶ້ນ​ແທ້.

ເບິ່ງວີດີໂອກ່ຽວກັບກອງປະຊຸມລະຫວ່າງສະຫະລັດກັບຈີນ:

ໃນ​ຖ້ອຍ​ຖະ​ແຫຼ​ງ​ເມື່ອວັນ​ອາທິດ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ຢຸດ​ເຊົາເຮັດ​ຫູ
ໜວກ​ຕາບອດ​ໃສ່ ​ການ​ທ້າ​ທາຍ​ດ້ານ​ນີວ​ເຄລຍຂອງ​ເກົາຫຼີ​ເໜືອນັ້ນ ແລະ​ໃຫ້​ໃຊ້​ອິດ​ທິພົນ​
ຂອງ​ຕົນ​ຍັບ​ຍັ້ງຄວາມ​ໄຝ່ຝັນ​ດ້ານ​ນີວ​ເຄລຍຂອງກຸງ​ພຽງ​ຢ້າງ​. ຈີນ​ເປັນ​ພັນທະ​ມິດແລະ​
ເປັນ​ຄູ່​ພາຄີ​ການຄ້າ​ທີ່​ສໍາຄັນຂອງ​ເກົາຫຼີ​ເໜືອນັ້ນ ​ແຕ່ກຸງ​ປັກ​ກິ່ງ​ກ່າວ​ວ່າ ອິດ​ທິພົນ​ດ້ານ​
ການ​ເມືອງ​ຂອງ​ຕົນ​ທີ່​ມີ​ຕໍ່​ກຸງ​ພຽງ​ຢ້າງ​ນັ້ນ ​ແມ່ນ​ຢູ່​ໃນ​ຂັ້ນ​ຈໍາກັດ.

ໃນ​ຄໍາ​ປາ​ໄສ​ທີ່​ມະຫາວິທະຍາ​ໄລ Hankuk ​ໃນ​ກຸງ​ໂຊລ​ໃນ​ເຊົ້າ​ວັນຈັນ​ມື້​ນີ້ ທ່ານ​ໂອ​ບາ​ມາ
ໄດ້​ເຕືອນ​ກຸງ​ພຽງ​ຢ້າງ​ວ່າ ​ເກົາຫລີ​ເໜືອ​ສາມາດ​ທີ່​ຈະດໍາ​ເນີນ​ໄປ​ຕາມ​ສາຍ​ທາງ​ທີ່​ກໍາລັງ
ເດີນ​ຢູ່​ໃນ​ປັດຈຸບັນ​ນີ້​ ​ແຕ່​ມັນ​ຈະ​ນໍາ​ໄປ​ສູ່​ຄວາມ​ຝັນ​ທີ່​ແຕກ​ສະຫລາຍ​ຕື່ມ​ອີກ ຕະຫຼອດ​ທັງ​
ການຢູ່​ຢ່າງ ໂດດດ່ຽວຫລາຍ​ຂຶ້ນ​ ແລະ​ຄວາມ​ຫ່າງ​ໄກ​ຫຼາຍ​ຂຶ້ນ​ລະຫວ່າງ​ປະຊາຊົນ​ເກົາຫຼີ​
ເໜືອ​ແລະ​ກຽດ​ສັກ​ສີ​ແລະ​ໂອກາດ​ທີ່​ພວກ​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ​ນັ້ນ.

XS
SM
MD
LG