ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຈະຕັດ ການສອດແນມ ຂອງອົງການ NSA ລົງ (ວີດີໂອ)


Obama Announces Changes to NSA Surveillance, Reassures Foreign Leaders
please wait

No media source currently available

0:00 0:03:24 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ຈະຕັດ ການຕິດຕາມສິ້ງຊອມ ໃນຂອບເຂດທີ່ກວ້າງຂວາງ ຂອງ
ປະເທດລົງໂດຍຈະຄວບຄຸມການສອດແນມແບບລັບໆຂອງອົງ ການຄວາມໝັ້ນຄົງແຫ່ງຊາດ ຫຼື NSA.

ປະທານາທິບໍດີໄດ້ກ່າວໂດຍສັງເຂບກ່ຽວກັບການປ່ຽນແປງຈຳ
ນວນນຶ່ງໃນມື້ວັນສຸກວານນີ້ ຮວມທັງການສອດແນມ ຕໍ່ພັນທະ
ມິດຕ່າງປະເທດ ທີ່ເກືອບວ່າສິ້ນສຸດລົງ ແລະລິເລີ້ມ ການຄວບ
ຄຸມ ຂອງຝ່າຍຕຸລາການ ໃນການເກັບກຳປະຫວັດ ການໃຊ້ໂທ ລະສັບຂອງຊາວອາເມຣິກັນຫຼາຍໆລ້ານຄົນໂດຍລັດຖະບານ.

ທ່ານໂອບາມາ ເວົ້າວ່າ “ເວລານີ້ ຂ້າພະເຈົ້າ ຂໍເວົ້າຢ່າງຈະແຈ້ງວ່າ ພະແນກສືບລັບຂອງ ພວກເຮົາ ຈະສືບຕໍ່ເກັບກຳຂໍ້ມູນ ກ່ຽວກັບຄວາມຕັ້ງໃຈ ຂອງລັດຖະບານ ຂະນະທີ່ມີການ ຄັດຄ້ານໂດຍປະຊາຊົນທຳມະດາສາມັນ ຢູ່ໃນທົ່ວໂລກ ໃນວິທີດຽວກັນກັບທີ່ພະແນກສືບ ລັບຂອງປະເທດອື່ນໆໄດ້ກະທຳກັນ. ພວກເຮົາຈະບໍ່ທຳການຂໍຂະມາໂທດ ຍ້ອນເຫດຜົນ ແຕ່ພຽງວ່າ ໜ່ວຍສືບລັບຂອງພວກເຮົາອາດຈະມີປະສິດທິພາບຫຼາຍກວ່າ. ແຕ່ບັນດາປະ ມຸກຂອງປະເທດ ແລະຜູ້ນຳລັດຖະບານທີ່ພວກເຮົາດຳເນີນງານຮ່ວມກັນຢ່າງໃກ້ຊິດແລະ ຜູ້ທີ່ພວກເຮົາກາງຕໍ່ອາໄສ ຮ່ວມມືນຳນັ້ນ ຄວນຈະມີຄວາມໝັ້ນໃຈວ່າ ພວກເຮົາຈະປະຕິ ບັດຕໍ່ພວກເຂົາເຈົ້າໃນຖານະພາຄີທີ່ແທ້ຈິງ. ການປ່ຽນແປງຕ່າງໆທີ່ຂ້າພະເຈົ້າໄດ້ສັ່ງການ ໄປ ແມ່ນຈະດຳເນີນການ ໃນສິ່ງເຫຼົ່ານີ້.”

ປະທານາທິບໍດີໂອບາມາ ກ່າວວ່າ ສະຫະລັດຈະບໍ່ສອດແນມ ເບິ່ງພວກຜູ້ນຳຂອງຕ່າງປະ ເທດແລະພັນທະມິດ ນອກຈາກວ່າ ຈະມີຜົນປະໂຫຍດທາງດ້ານຄວາມໝັ້ນຄົງແຫ່ງຊາດ ບີບບັງຄັບ.

ທ່ານໂອບາມາ ໄດ້ປະກາດໃນການປ່ຽນແປງ ກ່ຽວກັບການເກັບກຳຂໍ້ມູນດ້ານສືບລັບຂອງ ປະເທດ ຢູ່ໃນຄຳປາໄສທີ່ມີການຄອງຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ ຫລັງຈາກ ໄດ້ມີຂ່າວຮົ່ວໄຫລຄັ້ງໃຫຍ່ ຈາກເອກກະສານສືບລັບ ຂອງອົງການ NSA ໃນໄລຍະຫຼາຍ ເດືອນຜ່ານມາ ໂດຍທ້າວ Edward Snowden ອະດີດພະນັກງານ ສັນຍາຈ້າງ ຂອງອົງ ການດັ່ງກ່າວ. ອົງການ NSA ເວົ້າວ່າ ຜູ້ກ່ຽວໄດ້ລັກຂະໂມຍເອົາ ເອກກະສານ 1 ລ້ານ 7 ແສນໜ້າ ກ່ອນທີ່ຈະຫຼົບໜີໄປລີ້ໄພ ຢູ່ຣັດເຊຍ.

Obama Spying Changes Draw Cautious Praise
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
XS
SM
MD
LG