ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ສະແດງຄວາມເປັນຫ່ວງ ຕໍ່ການຍິງ ລູກສອນໄຟ ເກົາຫລີເໜືອ


ປະທານາທິບຊດີ ສະຫະລັດ ທ່ານ Barack Obama.
ປະທານາທິບຊດີ ສະຫະລັດ ທ່ານ Barack Obama.

ປະທານາທິບໍດີ ສະຫະ​ລັດ ທ່ານ Barack Obama ກ່າວ​ວ່າ
ທ່ານ​ມີ​ຄວາມ​ເປັນຫ່ວງ ​ແຕ່ກໍ​ບໍ່​ແປ​ກ​ໃຈ ທີ່ເກົາຫລີ​ເໜືອ​ໄດ້​ຍິງ
​ລູກ​ສອນໄຟໃນ​ວັນ​ອາທິດ​ທີ່​ຜ່ານ​ມາ.

ຢູ່​ໃນ​ການ​ສຳພາດ​ ​ແກ່​ໂທລະພາບ CBS ທີ່​ອອກ​ອາ​ກາດ​ໃນ​
ວັນ​ຈັນ​ວານ​ນີ້ ທ່ານ Obama ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ
ພວກ​ເຮົາ​ໄດ້ມີ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບຄວາມ​ປະພຶດ​ຂອງ​
ເກົາຫລີ​ເໜືອ ມາ​ໄດ້ດົນ​ສົມຄວນ​. ນີ້​ເປັນ​ອຳນາດ​ການ​ປົກ
ຄອງຜະ​ເດັດ​ການ. ມັກ​ທ້າທາຍ. ລ່ວງ​ລະ​ເມີດ​ຊໍ້າ​ແລ້​ວຊໍ້າ​ອີກ
​ຕໍ່​ມະຕິສະຫະ​ປະຊາ​ຊາດ ທົດ​ລອງ ​ແລະ​ຜະລິດ​ອາວຸດ​ນິວ​
ເຄລຍແລະເວລາ​ນີ້​ເຂົາ​ເຈົ້າ​ພະຍາ​ຍາ​ມຢາກ​ໃຫ້ລະບົບ ການ​ຍິງລູກ​ສອນ​ໄຟຂອງ​ຕົນ​ເປັນ​ທີ່​ແນ່ນອ​ນ.

ທ່ານ Obama ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັບປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໃນ​ວັນ
​ສຸກ​ທີ່​ຜ່ານ​ມາ ກ່ອນ​ການ​ຍິງ​ລູກ​ສອນ​ໄຟ “ກ່ຽວ​ກັບ ຄວາມຈຳ​ເປັນເພື່ອ​ຄວບ​ຄຸມ​ພວກເຂົາ
ໃຫ້​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ.”

ທ່ານ​ກ່າວວ່າ ສະຫະລັດ ຍັງ​ປຶກສາ​ຫາລື​ກັບ​ເກົາຫລີໃຕ້ “​ເປັນ​ເທຶ່ອທຳ​ ອິດກ່ຽວ​ກັບການ
​ເພີ້ມຄວາມ​ສາມາດ​ຂອງ​ລະບົບ​ຕໍ່ຕ້ານລູກ​ສອນ​ໄຟ​ເພື່ອ ປ້ອງ​ກັນ ຄວາມ​ເປັນ​ໄປໄດ້ ທີ່
ເກົາຫລີ​ເໜືອອາດ​ສາມາ​ດຍິງ​ລູກ​ສອນ​ໄຟ​ໄປ​ເຖິງ​ສະຖານ​ທີ່​ຕ່າງ​ໆ​ຂອງສະຫະລັດ ຫລື
ບ່ອນ​ທີ່​ມີປະຊາຊົນ ອາ​ໄສ​ຢູ່​ໃນສະຫະ​ລັດ” ດ້ວຍ​ການ​ໂຈມ​ຕີທາງ​ລູກ​ສອນ​ໄຟ.

ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສະຫະລັດ ຕ້ອງການ​ຢາກ​ເຫັນ ການ​ສົ່ງລະບົບ​
ປ້ອງ​ກັນ​ລູກ​ສອນ​ໄຟ ​ໄປ​ໃຫ້​ເກົາຫລີ​ໃຕ້” ໂດຍ​ໄວ​ເທົ່າ​ທີ່ຈະ​ໄວໄດ້ທີ່​ສຸດ.”

XS
SM
MD
LG