ໃນມື້ວັນພຸດວານນີ້ ປະທານາທິ
ບໍດີສະຫະລັດທ່ານບາຣັກໂອບາ
ມາ ໄດ້ຈັດກອງປະຊຸມ ຖະແຫຼງ
ຂ່າວທ້າຍປີຢູ່ທີ່ທຳນຽບຂາວສະ
ເຫຼີມສະຫຼອງໃນອັນທີ່ທ່ານເອີ້ນ
ວ່າ “ລະດູແຫ່ງຄວາມກ້າວໜ້າ”
ຂອງທັງສອງພັກການເມືອງ.
ການໃຫ້ທັດສະນະຄວາມເຫັນດັ່ງກ່າວ ຂອງປະທານາທິບໍດີມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ສະພາສູງຂອງສະຫະລັດ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຄວບຄຸມອາວຸດຍຸດທະສາດກັບ
ຣັດເຊຍຊຶ່ງເຮັດໃຫ້ນຶ່ງໃນບັນດາບູລິມມະສິດດ້ານນະໂຍບາຍການຕ່າງປະເທດຂອງທ່ານໂອ
ບາມາ ລຸລ່ວງໄປ ບໍ່ດົນກ່ອນທີ່ສະໄໝປະຊຸມຂອງລັດຖະສະພາ ສິ້ນສຸດລົງ.
ນອກນັ້ນແລ້ວ ປະທານາທິບໍດີໂອບາມາ ຍັງໄດ້ບັນລຸຄວາມສຳເລັດ ໃນການຍົກເລີກນະໂຍ
ບາຍ ບໍ່ຕ້ອງຖາມ ບໍ່ຕ້ອງຕອບ ຫຼື Don’t Ask, Don’t Tell ຂອງສະຫະລັດທີ່ຫ້າມບໍ່ໃຫ້
ພວກກະເທີຍເຂົ້າຮັບໃຊ້ຢ່າງເປັນການເປີດເຜີຍ ຢູ່ໃນກອງທັບຂອງສະຫະລັດ. ທ່ານໂອບາ
ມາ ໄດ້ລົງນາມໃນກົດໝາຍ ຍົກເລີກນະໂຍບາຍດັ່ງກ່າວ ໃນວັນພຸດວານນີ້ແລະເວົ້າວ່າ ມັນ
ເປັນການກະທໍາທີ່ຖືກຕ້ອງ ສຳລັບຄວາມໝັ້ນຄົງຂອງສະຫະລັດ.
ປະທານາທິບໍດີໂອບາມາເວົ້າວ່າ ຈຸດເພັ່ງເລັງຂອງທ່ານ ສຳລັບໄລຍະສອງປີສຸດທ້າຍ ໃນສະ
ໄໝການດຳລົງຕຳແໜ່ງ ທຳອິດຂອງທ່ານແມ່ນເລື່ອງເສດຖະກິດ ໂດຍມີເປົ້າໝາຍທີ່ຈະເຮັດ ໃຫ້ອັດຕາຄົນຫວ່າງງານຫຼຸດລົງ ແລະຄໍ້າປະກັນວ່າ ສະຫະລັດສາມາດແຂ່ງຂັນ ກັບປະເທດ
ອື່ນໆໄດ້.