ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໂອບາມາ ໃຫ້ສໍາພາດຂ່າວແກ່ສື່ມວນຊົນ (ເບິ່ງວີດີໂອພາສາອັງກິດ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ຕອບຄໍາຖາມນັກຂ່າວ ໃນລະຫວ່າງການໃຫ້ສໍາພາດຂ່າວ ທີ່ທໍານຽບຂາວ, ວັນທີ 29 ມີຖຸນາ 2011.
ປະທານາທິບໍດີສະຫະລັດ ທ່ານ Barack Obama ຕອບຄໍາຖາມນັກຂ່າວ ໃນລະຫວ່າງການໃຫ້ສໍາພາດຂ່າວ ທີ່ທໍານຽບຂາວ, ວັນທີ 29 ມີຖຸນາ 2011.

ເມື່ອວັນພຸດຜ່ານມານີ້ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ສໍາພາດຂ່າວ ຕາມລໍາພັງຜູ້ ດຽວເປັນເທື່ອທໍາອິດ ນັບຕັ້ງແຕ່ເດືອນມີນາຜ່ານມາ ໂດຍໄດ້ຕອບຄໍາຖາມຂອງພວກນັກຂ່າວ ກ່ຽວກັບບັນຫາຫລາຍເລື່ອງ ນັບຕັ້ງແຕ່ເລື່ອງອັຟການີສຖານ ແລະລີເບຍ ໄປຈົນເຖິງເລຶ່ອງ ການຕົກລົງກັນບໍ່ໄດ້ ກັບລັດຖະສະພາ ກ່ຽວກັບການລົດຜ່ອນການຂາດດຸນງົບປະມານຂອງ ລັດຖະບານກາງ ແລະເພີ່ມຂີດຈໍາກັດສູງສຸດຂອງໜີ້ສິນຂອງລັດຖະບານ. ດາຣາມີເລຶ່ອງນີ້ ມາສະເໜີທ່ານ.

ການໃຫ້ສໍາພາດຂ່າວ​ຂອງ​ທ່ານ​ໂອ​ບາ​ມາ ມີຂື້ນທ່າມກາງຜົນການຢັ່ງສຽງມະຫາຊົນທີ່ສະ​
ແດງ​ໃຫ້​ເຫັນ​ເຖິງຄວາມທໍ້ແທ້ໃຈຂອງຊາວອະເມຣິກັນ ກ່ຽວກັບການຟື້ນຕົວຄືນຢ່າງຊ້າໆ
ຂອງເສດຖະກິດ ອັດຕາການຫວ່າງງານສູງ ແລະຄວາມຫຍຸ້ງຍາກໃນການເຈລະຈາຕໍ່ຮອງ
ກັນລະຫວ່າງພັກເດໂມແຄຣທ ແລະຣີພັບບລິກັນ ກ່ຽວກັບການລົດຜ່ອນຂຸມງົບປະມານ
ຂອງ ລັດຖະບານ ແລະ ເພີ່ມຈໍານວນໜີ້ສິນຂອງລັດຖະບານຂື້ນຈາກ​ຂີດ​ຈໍາກັດ​ສູງ​ສຸດ
14.3 ພັນຕື້ ຫລື 14 ພັນ ​ກັບ 3 ​ຕື້ໂດລາ ທີ່​ຕັ້ງ​ໄວ້​ນັ້ນ.

ທ່ານໂອບາມາ ໄດ້ຍົກລະດັບບົດບາດຂອງທ່ານ ໃນການເຈລະຈາກ່ຽວ​ກັບ​ເລື່ອງ​ນີ້ ຫລັງ
ຈາກພວກພັກຣີພັບບລິກັນພາກັນຢ່າງອອກກອງປະຊຸມເມື່ອອາທິດຜ່ານມາ ຍ້ອນຄັດຄ້ານ
ຕໍ່​ການຢືນຢັດຂອງພັກເດໂມແຄຣທ ທີ່​ຢາກ​ໃຫ້ລົບລ້າງການໂຍະຍານພາສີແກ່ພວກຄົນຮັ່ງ
ມີ ອອກ​ຈາກອັນທີ່ທ່ານໂອບາມາກ່າວວ່າ ຈະຕ້ອງເປັນ​ແຜນການລົດຜ່ອນການຂາດດຸນ
ງົບປະມານທີ່ສົມດຸນນັ້ນ.

ບັນຫາການຂາດດຸນງົບປະມານ ແລະໜີ້ສິນຂອງລັດຖະບານ ແມ່ນເປັນຫົວຂໍ້ທີ່​ຄອບ​ງໍາ
ການ​ໃຫ້ສໍາພາດຂ່າວ​ໃນຄັ້ງນີ້. ​ໃນການ​ເອີ້ນທ່າທີຂອງພັກຣີພັບບລິກັນວ່າ ປະຕິບັດ
ຕາມ​ຢ່າງ​ຖາວອນ​ບໍ່​ໄດ້​ນັ້ນ ທ່ານໂອບາມາກ່າວວ່າ ການຜິດສັນຍາທີ່ອາດເປັນໄປໄດ້
ຂອງສະຫະລັດກ່ຽວກັບພັນທະທາງການເງິນໃນວັນທີ່ 2 ສິງຫານັ້ນ ຖືວ່າ “ສໍາຄັນ”
ແລະສົ່ງຜົນກະທົບ​ຢ່າງ “ທີ່ຄາດຄິດບໍ່ໄດ້”

ພ້ອມ​ດຽວ​ກັນ ປະທານາທິບໍດີໂອບາມາ​ໄດ້​ກ່າວຕອບ​ຕໍ່ການຢືນຢັນຂອງພັກຣີພັບບລິ
ກັນ ທີ່ວ່າທ່ານບໍ່ໄດ້ສະແດງຄວາມເປັນຜູ້ນໍາຢ່າງພຽງພໍ ໂດຍກ່າວວ່າ.

“When they decide they are not happy...ເວລາໃດພວກເຂົາເຈົ້າຕັດສິນໃຈ
ວ່າ ​ເຂົາ​ເຈົ້າບໍ່ພໍໃຈກັບ​ເລື່ອງທີ່ວ່າ ມາ​ຮອດ​ຈຸດ​ໃດ​ຈຸດ​ນຶ່ງ ພວກເຮົາຕ້ອງໄດ້
ເລືອກເອົາຢ່າງໃດຢ່າງນຶ່ງນັ້ນ ພວກ ເຂົາເຈົ້າທັງໝົດກໍ​ຈະພາກັນກ້າວ​ອອກ​ມາ
ແລະກ່າວວ່າ “ປະທານາທິບໍດີ ຕ້ອງ​ໄດ້​ເຮັດເລຶ່ອງນີ້​ໃຫ້ສໍາເລັດລົງໄປ.” ພວກ
ເຂົາເຈົ້າ​ເອງ​ກໍຕ້ອງໄດ້ປະຕິບັດໜ້າທີ່ຂອງພວກເຂົາເຈົ້າ. ບັດ​ນີ້ ເຖິງເວລາ​ແລ້ວ
ທີ່ຈະຕ້ອງເດີນໜ້າຕໍ່ໄປ ແລະທໍາ​ການຕັດສິນໃຈທີ່ລໍາບາກນັ້ນ. ສິ່ງ​ນີ້​ແຫລະທີ່​
ພາ​ໃຫ້ພວກເຂົາເຈົ້າ​ເປັນຜູ້ນໍາ.”

ຢູ່ໃນຫ້ອງປະຊຸມສະພາສູງ ກ່ອນໜ້ານັ້ນ ໃນມື້ດຽວກັນ ທ່ານ Mitch McConnell ຜູ້ນໍາ
ສຽງຂ້າງນ້ອຍ​ໃນສະພາສູງ ກໍ​ຄືພັກຣີພັບບລິກັນ ທີ່ໄດ້ພົບປະກັບປະທານາທິບໍດີໃນອາທິດ
ນີ້ ໄດ້ກ່າວຕໍາໜິຕິຕຽນພັກເດໂມແຄຣທ ​ໂດຍ​ເວົ້າວ່າ ວັດຖຸປະສົງຫລັກຂອງພວກເດໂມ
ແຄຣທນັ້ນ ກໍຄືເພີ່ມການໃຊ້ຈ່າຍຂອງລັດຖະບານ. ທ່ານ​ ມີ​ຈ ​ແມັກ​ຄໍ​ແນ​ລ ກ່າວ​ວ່າ:

“Democrat spend beyong their... ພັກເດໂມແຄຣທ ແມ່ນໃຊ້ຈ່າຍເງິນເກີນໄປ
ກວ່າທີ່ມີ​ຢູ່ ແລະມາບັດນີ້ ພວກເຂົາຄາດຫວັງຈະ​ໃຫ້​ປະຊາ
ຊົນຜູ້ເສຍພາສີຊ່ວຍ
ເຫລືອ. ນີ້ແຫລະຄືປະ​ເດັນທີ່ແທ້ຈິງ ທີ່ພວກເຮົາກໍາ
ລັງຖົກຖຽງກັນຢູ່ໃນເວລານີ້
ມັນກ່ຽວກັບການມອບຄວາມຮັບຜິດຊອບໃຫ້
ແກ່ວໍຊິງຕັນ ສໍາລັບການປ່ຽນແປງນີ້.”

ການໃຫ້ສໍາພາດຂ່າວຂອງປະທານາທິບໍດີຄັ້ງນີ້ ທີ່ໃຊ້ເວລານຶ່ງຊົ່ວໂມງປາຍ​ໜ້ອຍ​ນຶ່ງ ມີຂຶ້ນ
ນຶ່ງ​ອາທິດຫລັງຈາກທີ່​ທ່ານ​ໂອ​ບາ​ມາ​ໄດ້ປະກາດການເລີ່ມຖອນທະຫານສະຫະລັດອອກຈາກ
ອັຟການິສຖານ ແລະທ່າມກາງການຖົກ​ຖຽງ​ກັນກັບລັດຖະສະພາ ກ່ຽວກັບຄວາມຖືກຕ້ອງ
ຕາມກົດໝາຍຂອງ ການເຂົ້າໄປພົວພັນຂອງສະຫະລັດໃນການປະຕິບັດການທາງທະຫານ
ໃນລີເບຍ ທີ່ນໍາໂດຍອົງການເນໂຕ້ນັ້ນ.

ກ່ຽວກັບອັຟການີສຖານນັ້ນ ປະທານາທິບໍດີໂອບາມາກ່າວວ່າ ສະຫະລັດ ໄດ້ປະສົບຄວາມ
ສໍາເລັດໃນການທໍາລາຍຄະນະນໍາພາຂອງກຸ່ມອາລ-ຄາອີດາ ແລະເພີ່ມການເຝິກອົບລົມໃຫ້
ແກ່ກໍາລັງທະຫານຂອງລັດຖະບານອັຟການີສຖານ.

ເບິ່ງວີດີໂອພາສາອັງກິດ ທີ່ກ່ຽວຂ້ອງກັນ

ຕໍ່ຄໍາຖາມກ່ຽວກັບການໂຈມຕີໂຮງແຮມ Intercontinental ໃນນະຄອນ ຫລວງກາບູລໃນ
ອາທິດນີ້ ທ່ານໂອບາມາກ່າວວ່າ ມັນເປັນທີ່ແຈ້ງຂາວວ່າ ເຫດການ​ໃນທໍານອງດຽວກັນນີ້ ແມ່ນຈະຕ້ອງເກີດຂຶ້ນຢູ່ແລ້ວ ແຕ່ທິດທາງໂດຍລວມໃນອັຟການີສຖານນັ້ນແມ່ນເປັນໄປໃນ
ທາງບວກ. ທ່າ​ນໂ​ອບາ​ມາ​ກ່າວ​ວ່າ:

“We understood that Afghanistan is a...ພວກເຮົາເຂົ້າໃຈດີແລ້ວວ່າ ອັຟກາ
ນີສຖານເປັນບ່ອນທີ່ອັນຕະລາຍທີ່ສຸດບ່ອນນຶ່ງ ​ແລະກຸ່ມ
ຕາລິບານຍັງມີ​ການ​ເຄື່ອນ​
ໄຫວ​ຢ່າງ​ແຂງ​ຂັນຢູ່ຕໍ່ໄປ ແລະກໍຍັງຈະມີເຫດ
ການແບບດຽວກັນນີ້ເກີດຂຶ້ນ ເປັນ
ບາງຄັ້ງບາງຄາວ. ຄໍາຖາມກໍຄືວ່າ ໃນແງ່ທ່າອຽງໂດຍລວມແລ້ວນັ້ນ ສະມັດຖະ
ພາບຂອງອັຟການີສຖານ ແມ່ນກໍາລັງເພີ່ມຂຶ້ນຫລືບໍ່?”

ກ່ຽວກັບລີເບຍ ແລະການຖົກ​ຖຽງກັນກ່ຽວກັບວ່າ​ໄດ້​ມີ​ການ​ປຶກສາ​ຫາລືກັບລັດຖະສະພາຫລື​
ບໍ່ ກ່ຽວກັບການພົວພັນທາງທະຫານຂອງສະຫະລັດຢູ່ໃນລີເບຍນັ້ນ ທ່ານໂອບາມາໄດ້ເນັ້ນ
ຍໍ້າທ່າທີຂອງທ່ານອີກວ່າ ທ່ານບໍ່ໄດ້ລະເມີດກົດໝາຍ​ປີ 1973 ວ່າ​ດ້ວຍອໍານາດ​ໃນ​ການ​
ເຮັດສົງຄາມນັ້ນແຕ່ຢ່າງ ໃດ ເນຶ່ອງຈາກວ່າການປະຕິບັດການຂອງອາເມຣິກາ​ຢູ່​ທີ່ນັ້ນ ​ແມ່ນ
ຈໍາກັດ ທັງໃນ​ແງ່​ຂອງ​ເວລາແລະຂອບ​ເຂດ.

ເມື່ອວັນອັງຄານຜ່ານມາ ຄະນະກໍາມະການຄວາມສໍາພັນຕ່າງປະເທດສະພາສູງສະຫະລັດ
ໄດ້ຮັບ​ຜ່ານມະຕິທີ່ອະນຸຍາດ​ໃຫ້​ສະຫະລັດເຂົ້າໄປປະກອບສ່ວນ ໃນການປະຕິບັດງານໃນ
ລີເບຍ ທີ່ນໍາພາໂດຍອົງການເນໂຕ້ນັ້ນ ໄດ້ເປັນເວລານຶ່ງປີ. ແຕ່ການຕໍາໜິຕິຕຽນປະທາ
ນາທິບໍດີກ່ຽວກັບເລຶ່ອງລີເບຍນັ້ນ ກໍຍັງມີຢູ່ຕໍ່ມາຢູ່​ພາຍໃນລັດຖະສະພານັ້ນ.

ເມື່ອ​ຖືກຖາມວ່າ ອະເມຣິກາຄວນກະກຽມສໍາລັບ​ການປະຕິບັດການທາງທະຫານຢູ່ໃນລີເບຍ
ທີ່ຍືດຍາວອອກໄປ ແລະແມ່ນຫຍັງຈຶ່ງຈະຖື​ວ່າ​ເປັນຜົນສໍາເລັດນັ້ນ ທ່ານປະທານາທິບໍດີຕອບ ວ່າ​ດັ່ງນີ້.

“There is no doubt that Libyan leader... ບໍ່ຕ້ອງສົງໃສເລີຍວ່າ ​ໃນ​ທັດສະ
ນະ​ຂອງຂອງປະຊາຄົມໂລກ​ແລ້ວ ການລົງ​ຈາກອໍານາດຂອງມວມມາ ກາດດາ
ຟີ ຜູ້ນໍາລີເບຍ ​ແມ່ນຈະຖື​ວ່າເປັນວິທີການເບຶ້ອງຕົ້ນ ທີ່ພວກເຮົາຈະຮັບປະກັນ
ໄດ້ວ່າ ພາລະກິດໂດຍລວມຂອງພວກປະຊາຊົນ
ລີ​ເບຍ ທີ່​ພວກ​ເຮົາ​ໃຫ້ການ​
ພິທັກປົກປ້ອງຢູ່​ນີ້ ປະສົບຜົນສໍາເລັດ.”

ທ່ານໂອບາມາ ໄດ້ໃຫ້ຂໍ້ສັງເກດເຖິງການຕັດສິນຂອງສານອາຊະຍາກໍາສາກົນ ທີ່ອອກຄໍາ
ສັ່ງໃຫ້ອອກໝາຍຈັບ ມວມມາ ກາດດາຟີ ໃນຂໍ້ຫາອາຊະຍາກໍາສົງຄາມນັ້ນ ແລະທ່ານໄດ້
ຊີ້​ໄປ​ໃສ່ລາຍງານຕ່າງໆທີ່ເວົ້າ​ວ່າ ກອງກໍາລັງຂອງລັດຖະບານລີ​ເບຍ ພວມປະຕິບັດການ
ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນທີ່ສຸດຕໍ່ປະຊາຊົນ ໂຮມທັງການໃຊ້ການຂົ່ມຂືນຊໍາເລົາເປັນເຄຶ່ອງມື ອັນນຶ່ງຂອງສົງຄາມ.

ນອກນີ້ແລ້ວ ທ່ານໂອບາມາຍັງຖືກຊັກຖາມກ່ຽວກັບທ່າທີຂອງທ່ານ ກ່ຽວກັບການແຕ່ງ
ງານຂອງພວກຄົນເພດດຽວກັນ ຫລັງຈາກສະພານິຕີບັນຢັດຂອງລັດນີວຢອກ​ໄດ້ຮັບ​ຜ່ານ
ມະຕິ​ ອະນຸມັດໃຫ້ພວກກະເທີຍແຕ່ງງານກັນ ໄດ້​ໃນ​ອາທິດ​ແລ້ວ​ນີ້.

ທ່ານປະທານາທິບໍດີ ທີ່ມີ​ກໍານົດ​ຈະ​ຈັດງານລ້ຽງຮັບຮອງ ​ໃຫ້​ແກ່ບັນດາຜູ້ນໍາດ້ານສິດທິພົນ
ລະເມື​ອງຂອງ​ພວກກະເທີຍ ກ່າວວ່າ ທ່ານເສຍໃຈໃນການຈໍາແນກກີດກັນ ບົນພື້ນຖານ
ຂອງເພດສໍາພັນ ແລະວ່າລັດຖະບານຂອງທ່ານເອງໄດ້ດໍາ​ເນີນ​ການ ເພື່ອສົ່ງ​ເສີມສິດທິຂອງ
ກະເທີຍ ຫລາຍກວ່າປະທານາທິບໍດີ 43 ຄົນທີ່ຜ່ານມານັ້ນອີກ.

XS
SM
MD
LG