ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂອບາມາ ກ່າວວ່າ ອິຣ່ານ ພວມປະເຊີນກັບ ການຖືກລົງໂທດໜັກ (ເບິ່ງວີດີໂອ)


ປະທານາທິບໍດີໂອບາມາ ໃຫ້ສໍາພາດຂ່າວ ທີ່ທໍານຽບຂາວ, ວັນທີ 6 ມີນາ 2012.
ປະທານາທິບໍດີໂອບາມາ ໃຫ້ສໍາພາດຂ່າວ ທີ່ທໍານຽບຂາວ, ວັນທີ 6 ມີນາ 2012.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ປົກ​ປ້ອງ​ນະ​ໂຍບາຍຂອງສະຫະລັດ​ກ່ຽວ​ກັບ​ອິຣ່ານ
ໂດຍ​ກ່າວ​ວ່າ ​ເວລາ​ນີ້​ເຕຫະຣ່ານກໍາລັງ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ​ຢ່າງບໍ່​ເຄີຍ​ມີ​ມາ
ກ່ອນ ​ແລະບັດ​ນີ້​ ລັດຖະບານ​ອິຣ່ານ​ໄດ້ ຖືກ​ໂດດດ່ຽວ​ໄປ​ແລ້ວ.

ໃນ​ກອງ​ປະຊຸມ​ໃຫ້​ສໍາພາດຂ່າວ​ທີ່​ທໍານຽບຂາວ​ເມື່ອວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາໄດ້
ເ​ນັ້ນ​ຍໍ້າວ່າ ເຈົ້າໜ້າ​ທີ່​ສືບ​ລັບ​ຂອງສະຫະລັດ​ແລະອີສຣາ​ແອ​ລຄິດ​ວ່າ ຄວາມ​ເຄັ່ງ​ຕຶງ​ກັບ​ອິ
ຣ່ານນັ້ນ ​ຍັງສາມາດ​ແກ້​ໄຂ​ໄດ້​ໂດຍ​ທາງ​ການ​ທູດຢູ່.

ທ່ານ​ໂອ​ບາ​ມາ​ຍັງໄດ້​ກ່າວ​ອີກ​ວ່າ ພວກ​ຜູ້​ນໍາ​ໂລກ​ຈະ​ບໍ່​ປ່ອຍ​ໃຫ້​ອິຣ່ານມີ​ອາ​ວຸດ​ນີວ​ເຄລຍ​.

ກ່ຽວ​ກັບ​ການ​ສັນນິຖານ​ກັນ​ທີ່​ວ່າ​ ອີສຣາ​ແອ​ລອາດ​ໂຈມ​ຕີ​ສະຖານ​ນີວ​ເຄລຍຕ່າງໆ​ຂອງ
ອິຣ່ານນັ້ນ ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ອີສຣາແອ​ລ​ເປັນ​ປະ​ເທດ​ອະທິ​ປະ​ໄຕ ທີ່​ຈະ
ຕ້ອງ​ເປັນ​ຜູ້​ຕັດສິນ​ໃຈ​ເອງ​ ກ່ຽວກັບວິທີ​ທາງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ​ຂອງຕົນ.
ທ່ານ​ໂອ​ບາ​ມາ ກ່າວ​ອີກ​ວ່າ ທ່ານ​ຮູ້​ດີ​ກ່ຽວ​ກັບ​ເຫດການຕ່າງໆ​ໃນ​ປະວັດ​ສາດ​ ​ທີ່ພວກ​ຜູ້​
ນໍາ​ອີສຣາ​ແອລ ຈະຕ້ອງພິຈາລະນາ​ຊັ່ງ​ຊາ ເວລາ​ພວກ​ເຂົາ​ເຈົ້າຄິດ​ເຖິງ​ໄພ​ຂົ່ມຂູ່ ​ທີ່​ອາດເປັນ
ໄປ​ໄດ້ ​ຕໍ່​ປະ​ເທດຊາດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ນອກ​ນີ້​ແລ້ວ ທ່ານ​ໂອ​ບາ​ມາ​ຍັງ​ເວົ້າອີກ​ວ່າ ທ່ານ​ບໍ່​ຄາດໝາຍວ່າ​ຈະ​ມີ​ຄວາມກ້າວໜ້າ​ໃດໆ
ໃນ​ການ​ພົບ​ປະກັນ​ເທື່ອ​ທໍາ​ອິດ​ກັບ​ອິຣ່ານ ​ເວລາ​ປະຊາ​ຄົມ​ໂລກ ຮື້ຟື້ນ​ການ​ເຈລະຈາ​ຄືນ​ໃໝ່​
ກ່ຽວ​ກັບ​ໂຄງການ​ປະລະມະ​ນູຂອງ​ອິຣ່ານ​ນັ້ນ. ໃນ​ວັນ​ອັງຄານ​ວານ​ນີ້ ກ່ອນໜ້າທ່ານ​ໂອ
ບາ​ມາ​ໃຫ້​ສໍາພາດ​ຂ່າວ​ນັ້ນ ​ກຸ່ມ​ທີ່​ເອີ້ນ​ກັນ​ວ່າ P5 ບວກ​ນຶ່ງກໍ​ຄື​ກຸ່ມຫ້າ​ປະເທດສະມາຊິກຖາ
ວອນຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ບວກ​ກັບ ເຢຍຣະມັນ​ນັ້ນ ​ໄດ້​ສະ​ເໜີ​ທີ່​ຈະ
ກັບ​ຄື​ນ​ໄປເຈລະຈາ​ກັນໃໝ່ກັບ​ອິຣ່ານ ຫລັງ​ຈາກ​ທີ່ໄດ້​ຍຢຸດ​ຊະ​ງັກມາ​ດົນ​ນານ​ແລ້ວ​ນັ້ນ.

XS
SM
MD
LG