ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາສະແດງຄວາມເຫັນ ກ່ຽວກັບການລົງໂທດອິຣ່ານ


ເມື່ອວັນທີ່ 9 ເດືອນມິຖຸນານີ້ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງ ເພື່ອນຳ ໃຊ້ມະຕິລົງໂທດບັ້ນໃໝ່ຕໍ່ອິຣ່ານຕື່ມອີກ ໂດຍມີ 12 ປະເທດ​ໃນຈຳນວນທັງ​ໝົດ 15 ປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ອັນ​ມີ ສະຫະລັດ ຈີນ ຣັດເຊຍ ອັງກິດ ຝຣັ່ງ ໄນຈີເຣຍ ແມ໊ກຊິໂກ ຍີ່ປຸ່ນ ບອສເນຍ ອອສເຕຣຍ ຢູກັນດາ ແລະກາບົງ ລົງຄະແນນສຽງ​ເຫັນ​ດີ​ນຳມະຕິຊຸດໃໝ່ດັ່ງກ່າວ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າມະຕິໃໝ່ທີ່ມີ​ການຮັບຜ່ານ​ເອົາ​ນີ້ ​ແມ່ນນຳໃຊ້ການລົງໂທດ ທີ່ໜັກໜ່ວງທີ່ສຸດ ຕໍ່ລັດຖະບານອິຣ່ານ ແຕ່ທ່ານກ່າວ​ເນ້ນວ່າ ການລົງໂທດອິຣ່ານຄັ້ງນີ້ ບໍ່ໄດ້​ແນ​ເປົ້າໝາຍ​ໃສ່ປະຊາຊົນອິຣ່ານ ໂດຍກົງ​ແຕ່​ຢ່າງ​ໃດຊຶ່ງທ່ານກ່າວວ່າ:

“ການ​ລົງ​ໂທ​ດເຫລົ່າ​ນີ້​ຈະ​ວາງ​ຂໍ້​ຈຳກັດ​ຫລາຍ​ຢ່າງ ຕໍ່ການ​ເຄື່ອນ​ໄຫວ​ດ້ານ​ນີວ​ເຄລຍຕ່າງໆຂອງ​ອິຣ່ານ ຕໍ່​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ ​ແລະເປັນ​ເທື່ອທຳ​ອິດ ຕໍ່​ກອງກຳລັງ​ທຳ​ມະ​ດາ​ຂອງ​ອິຣ່ານນຳ.”

ປະທານາທິບໍດີ ໂອບາມາ ກ່າວຕໍ່ໄປວ່າ ນອກ​ນັ້ນການລົງໂທດ​ໃໝ່ນີ້ ຍັງໄດ້ຈັດຕັ້ງໂຄງຮ່າງປະຕິບັດການຊຸດໃໝ່ຂຶ້ນ​ມາ ເພື່ອຢຸດການລັກລອບຂອງ​ອິຣ່ານ ແລະ​ເພື່ອປາບ​ປາມ​ທະນາຄານ​ອິຣ່ານ ແລະທຸລະ​ກຳ​ດ້ານ​ການເງິນຕ່າງໆຂອງອິຣ່ານ

“ການ​ລົງ​ໂທດ​ດັ່ງກ່າວ ​ແນ​ເປົ້າ​ໝາຍ​ໃສ່​ພວກ​ບຸກຄົນ ​ບໍລິ​ສັດ ​ແລະ​ສະ​ຖາ​ບັນ​ຕ່າງໆ ຮວມທັງ​ພວກທ່ີ​ພົວ ພັນກັບ​ໜ່ວຍ​ພິທັກ​ການ​ປະຕິວັດ ທ່ີ ໄດ້​ສະໜັບສະໜຸນ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານ ​ແລະ​ໄດ້​ຮັບ​ຄວາມ​ອຸດົມ​ຮ່ັງມີຂຶ້ນ​ ຈາກ​ການ​ດຳ​ເນີນ ກິດຈະກຳ​ທ່ີ​ຜິດ​ກົດໝາຍ ​ບົນ​ຄວາມ ເສຍ​ຫາຍ​ຂອງປະຊາຊົນ​ອິຣ່ານ​. ​ແລະ​ພວກ​ເຮົາ​ຈະເຮັດ​ໃຫ້​ແນ່​ໃຈ​ວ່າ ການ​ລົງ​ໂທດເຫລົ່າ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຢ່າງ​ແຂງ​ຂັນ ​ໃນ​ຂະນະ​ທີ່ພວກ​ເຮົາ​ສືບ​ຕໍ່ ປະຕິບັດແລະ​ປັບປຸງ​ໃຫ້​ດີ​ຂຶ້ນ ມາດຕາ​ການ​ລົງ​ໂທດ​ຂອງ​ພວກເຮົາ​ເອງ ​ຕໍ່​ອິຣ່ານ ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ພວກ​ເພື່ອນ​ມິດ ​ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ.”

ໂດຍອ້າງເຖິງຄວາມພະຍາຍາມຂອງທ່ານ ​ໃນ​ການ​ຍື່ນ​ມື​ໄປ​ຫາອິຣ່ານ ໃນລະຍະ 16 ເດືອນຜ່ານມານີ້ ປະທານາທິບໍດີໂອບາມາກ່າວວ່າ ຄວາມຈຳ ເປັນທີ່ຈະຕ້ອງທຳການລົງໂທດອິຣ່ານຄັ້ງໃໝ່ນີ້ ບໍ່ແມ່ນວ່າ ຫລີກລ່ຽງບໍ່ໄດ້. ຄືສະຫະລັດແລະບັນດາປະເທດພັນທະມິດໄດ້ສະເໜີໃຫ້ໂອກາດແກ່ ອິຣ່ານ ສ້າງຄວາມ ສຳພັນທີ່ດີກວ່າເກົ່າກັບປະຊາຄົມນາໆ​ຊາດ ທີ່ອາດສາມາດຫລຸດຜ່ອນການ​ຖືກໂດດດ່ຽວຂອງອິຣ່ານນັ້ນລົງ ແລະເພີ່ມທະວີ ການເຂົ້າມາ​ຮ່ວມ​ກັບ​ປະຊາ​ຄົມ​ໂລກໃນດ້ານເສດຖະກິດໃຫ້ຫລາຍຂື້ນ ​ແຕ່​ມີ​ເງື່ອນ​ໄຂວ່າ ອິຣ່ານຕ້ອງປະຕິບັດຕາມພັນທະ​ໜ້າ​ທີ່ໃນການບໍ່ຂະຫຍາຍ ໂຄງການນີວເຄລຍຂອງຕົນນັ້ນ. ປະທານາທິບໍດີ ໂອບາມາກ່າວຕໍ່ໄປວ່າ ແຕ່ວ່າ ຄັ້ງ​ແລ້ວ​ຄັ້ງ​ເລົ່າ ລັດຖະບານອິຣ່ານກໍຍັງບໍ່ຍອມ​ປະຕິບັດ​ຕາມ ຄວາມຮັບຜິດຊອບຂອງ​ຕົນ. ທ່ານ​ໂອ​ບາ​ມາຊີ້​ແຈງ​ຕື່ມ​ວ່າ

“ອິຣ່ານ​ໄດ້​ປົກ​ປິດ​ສະຖານທີ່ເສີມ​ສະມັດ​ຕະພາບ​ດ້ານ​ນິວ​ເຄລຍຂອງ​ຕົນ​ທ່ີ​ເມືອງ Qom ທ່ີ​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ​ຢ່າງ​ຈິງ​ຈັງ​ ກ່ຽວ​ກັບ​ລັກສະນະ​ທາດ​ແທ້​ຂອງ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານນັ້ນ. ນອກ​ນີ້ ອິຣ່ານຍັງ​ໄດ້​ລະ​ເມີດ​ພັນທະ​ຂອງ​ຕົນ​ເອງ​ພາຍ​ໃຕ້​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາດ ​ທີ່ວ່າຈະ​ງົດການເສີມ​ສະມັດຕະພາບທາດຢູ​ເຣນຽມ​ຂອງ​ຕົນ​ນັ້ນ. ​ແທນທີ່​ຈະ​ດຳ​ເນີນ​ການ​ດັ່ງ​ກ່າວ ອິຣ່ານກັບ​ໄດ້​ຍົກ​ລະດັບ​ຄຸນ​ນະພາ​ບຂອງທາດ​ຢູ​ເຣນຽມ ​ຂຶ້ນ​ເຖິງ 20 ​ເປີ​ເຊັນ. ອິຣ່ານບໍ່​ເຄີຍໄດ້​ປະຕິບັດ​ໂດຍ​ເຕັມ ​ຕາມ​ຂໍ້​ບັງຄັບ​ຕ່າງໆ​ຂອງ​ອົງການ​ພະລັງປະຣະມະນູ​ສາກົນ. ແນ່ນອນ ອິຣ່ານ​ເປັນພາຄີ​ໃນ​ສົນທິ​ສັນຍາ ຫ້າມ​ເຜີ​ຍ​ແຜ່​ນິວ​ເຄລຍ ​ປະ​ເທດ​ດຽວ​ໃນ​ໂລກ - ປະ​ເທດ​ດຽວ​ແທ້ໆ ທີ່​ບໍ່​ສາມາດເກ້​ຍກ່ອມເຮັດ​ໃຫ້​ອົງການພະລັງ​ປາລະ​ມະນູ​ສາກົນ ຫລື IAEA ໝັ້ນ​ໃຈ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ ແມ່ນ​ເພື່ອ​ເຫດຜົນ​ທາງ​ສັນຕິ​ນັ້ນ.”

ປະທານາທິບໍດີໂອບາມາ ກ່າວສະຫລຸບວ່າ “ດ້ວຍເຫດນີ້ ປະຊາຄົມນາ ນາຊາດຈຶ່ງຈຳເປັນຕ້ອງ​ໄດ້ນຳໃຊ້ ຜົນຮັບທີ່ຮຸນແຮງດັ່ງກ່າວ​ນັ້ນ ຊຶ່ງການລົງໂທດເຫລົ່ານັ້ນ ​ແມ່ນສະທ້ອນເຖິງທັດສະນະຄວາມ​ເຫັນທີ່​ພ້ອມ ພຽງ​ເປັນອັນນຶ່ງ​ອັນດຽວ​ກັນຂອງປະຊາຄົມນາໆຊາດ ທີ່ວ່າການແຂ່ງ ຂັນກັນດ້ານອາວຸດນີວເຄລຍໃນຂົງ ເຂດຕາເວັ ອອກກາງນັ້ນ ບໍ່​ໄດ້​ຢູ່​ໃນຜົນປະໂຫຍດຂອງຜູ້​ໃດ​ທັງ​ສິ້ນ ແລະພວກປະເທດທີ່​ທ້າ​ທາຍ​ຕໍ່​ການ ການຫ້າມແຜ່ຜາຍນິວເຄລຍຂອງໂລກນັ້ນແມ່ນຈະຕ້ອງຮັບຜິດຊອບ.

XS
SM
MD
LG