ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ຂໍ້ຕົກລົງ ການຄ້າເສລີໃໝ່ ຈະສ້າງ ວຽກການຕື່ມ


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວສົ່ງເສີມ
ຄຸນຄ່າຂອງຂໍ້ຕົກລົງການຄ້າເສລີຕໍ່ປະຊາຊົນສະຫະລັດໂດຍເວົ້າ
ວ່າຂໍ້ຕົກລົງເຫຼົ່ານີ້ຈະເຮັດໃຫ້ທຸລະກິດອາເມຣິກັນມີຄວາມສຳເລັດ ເພີ້ມຂຶ້ນແລະສາມາດແຂ່ງຂັນໄດ້ຫຼາຍຂຶ້ນໃນເສດຖະກິດຂອງສັດ
ຕະວັດທີ 21.

ໃນຄຳປາໄສປະຈຳສັບປະດາຂອງທ່ານ (weekly address)ໃນ
ວັນເສົາມື້ນີ້ ປະທານາທິບໍໂອບາມາ ກ່າວວ່າ ຂໍ້ຕົກລົງການຄ້າທີ່
ຜ່ານໆມາ ບໍ່ໄດ້ດຳເນີນ ຫລືບັນລຸເປົ້າໝາຍຕາມທີ່ໄດ້ສັນຍາໄວ້
ໃນການໃຫ້ຄວາມເປັນທຳ ເພື່ອປະຕິບັດແບບດຽວກັນ ກັບຄົນ
ງານອາເມຣິກັນແລະບັງຄັບໃຫ້ທຸກໆປະເທດຍຶດໝັ້ນໃນມາດຕະ
ຖານດ້ານແຮງງານແລະສະພາບແວດລ້ອມອັນສູງ ທີ່ສະຫະລັດປະຕິບັດຕາມນັ້ນ.

ແຕ່ທ່ານກໍກ່າວວ່າ ນັ້ນບໍ່ໄດ້ໝາຍຄວາມວ່າ ສະຫະລັດຄວນປິດຕົນເອງຈາກໂອກາດໃໝ່ ແລະບໍ່ເຮັດຫຍັງເລີຍ ໃນຂະນະທີ່ປະເທດອື່ນໆໄດ້ຕັດສິນໃຈກ່ຽວກັບຊະຕາກຳທາງດ້ານ ເສດຖະກິດຂອງຕົນ.

ປະທານາທິບໍດີເວົ້າວ່າ ສະຫະລັດຄວນຍາດເອົາໂອກາດເຫລົ່ານັ້ນ ໂດຍກ່າວວ່າ ມັນຈະ ສ້າງວຽກເຮັດງານທຳໃໝ່ທີ່ດີໆສຳຫລັບຫລາຍໆທົດສະວັດຕໍ່ໜ້າ.

ປະທານາທິບໍດີໂອບາມາ ໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ດຳເນີນການ ກ່ຽວກັບ
ອົງການສົ່ງເສີມການຄ້າ. ທ່ານເວົ້າວ່າ ນັ້ນແມ່ນຮ່າງກົດໝາຍຂອງທັງສອງພັກການເມືອງ ທີ່ຈະປົກປ້ອງຄົນງານອາເມຣິກັນແລະສົ່ງເສີມທຸລະກິດສະຫະລັດດ້ວຍການເຮັດຂໍ້ຕົກລົງ ການຄ້າໃໝ່ທີ່ມີຄວາມເຂັ້ມແຂງກັບເຂດເອເຊຍແລະຢູໂຣບທີ່ເສລີແລະຍຸດຕິທຳ.

XS
SM
MD
LG