ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. Obama ​ແລະ ນາຍົກ ອິສຣາແອລ ພົບ​ປະກັນ ຢູ່ ​ທຳນຽບຂາວ


Obama, Netanyahu Air Views on Palestinians, Iran
please wait

No media source currently available

0:00 0:02:33 0:00

ເບິ່ງວີດີໂອ ກ່ຽງກັບເລື້ອງນີ້

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະ ນາຍົກ
​ລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ພົບ​
ປະກັນ ຢູ່​ທຳນຽບຂາວ​ ​ໃນ​ວັນ​ພຸດ​ວານ​ນີ້ ດ້ວຍການໃຫ້ຄວາມເຫັນ
ແບບ​ສຸພາບ ​ແຕ່​ໜັກ​ແໜ້ນ ກ່ຽວ​ກັບ​ບັນຫາ​ຕ່າງໆ ໃນພາກຕາເວັນ
ອອກກາງ ທີ່ມີ​ການ​ຖົກ​ຖຽງໂຕ້ແຍ້ງກັນນັ້ນ.

ນີ້ແມ່ນການພົບປະແບບ ເຊິ່ງ​ໜ້າເທື່ອທຳອິດ ນັບຕັ້ງ​ແຕ່​
ອິສຣາ​ແອ​ລ ໄດ້​ທຳ​ສົງຄາມ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ Hamas ​ໃນ​ເຂດ
Gaza ​ເມື່ອ​ເດືອນ​ກໍລະກົດ​ ​ແລະ ສິງຫາ ຜ່ານ​ມາ​ ຊຶ່ງເຮັດໃຫ້ຊາວ​
ປາ​ແລ​ສ​ໄຕ​ນ໌ ຫຼາຍ ກວ່າ 2,100 ຄົນ​ເສຍ​ຊີວິດ ​ໂດຍ​ສ່ວນ​ໃຫຍ່
ແລ້ວ ​ແມ່ນ​ພົນລະ​ເຮືອນ.

ທ່ານ Obama ​ໄດ້​ກ່າວ​ວ່າ ອິສຣາແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ຕ້ອງ​ຫາ​ທາງເພື່ອ “ຫັນປ່ຽນ ສະພາບການ​ໃນ​ປັດຈຸບັນ” ​ ໄປສູ່ການແກ້​ໄຂ​ບັນ​ຫາ​ຕ່າງໆ ທີ່​ພາໃຫ້ເກີດການ​ສູ້ລົບ
ກັນນັ້ນ.

ທ່ານ Netanyahu ​ໄດ້​ຍ້ອງຍໍ ຜູ້ນຳ​ສະຫະລັດ ຕໍ່ “ການ​ສະໜັບ​ສະໜຸນ​ທີ່​ບໍ່​ທໍ້ຖອຍ”
ໃນ​ລະຫວ່າງ​ທີ່​ເກີດບັນຫາ​ຂັດ​ແຍ້​ງກັນນັ້ນ ​ແຕ່​ທ່ານ​ກ່າວ​ວ່າ ຄວາມ​ເປັນ​ໄປ​ໄດ້ ໃນການ​
ພັດທະນາ​ອາວຸດ​ນິວ​ເຄລຍຂອງອີ ຣ່ານນັ້ນ ​ແມ່ນມີ “​ຄວາມສຳຄັນ​ຍິ່ງໄປ​ກວ່ານີ້.”
ຜູ້ນຳ​ອິສຣາ​ແອ​ລກ່າວ​ຕໍ່​ໄປ​ວ່າ ທ່ານມີ​ຄວາມຫວັງຢ່າງ “​ແຮງ​ກ້າ” ວ່າ​ ສະຫະລັດ ຈະ​ບໍ່​
ຍົກ​ເລີກ​ການ​ລົງ​ໂທດ​ຕ່າງໆ ຕໍ່​ເຕຫະຣ່ານ.

OBAMA NETANYAHU
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG