ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພ້ອມຈະເຊົາ ເຈລະຈາ ເລື້ອງນີວເຄລຍ ກັບອີຣ່ານ ຖ້າບໍ່ມີຂໍ້ຕົກລົງ ທີ່ຮັບເອົາໄດ້


ປ. ບາຣັກ ໂອບາມາ ໃຫ້ສຳພາດກັບ ອົງການຂ່າວ Reuters ເມື່ອວັນທີ 2 ມີນາ 2015.
ປ. ບາຣັກ ໂອບາມາ ໃຫ້ສຳພາດກັບ ອົງການຂ່າວ Reuters ເມື່ອວັນທີ 2 ມີນາ 2015.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ກ່າວ​ວ່າ
ພວກ​ນັກ​ເຈລະຈາ​ອາ​ເມຣິກັນ ​ແລະ​ອີຣ່ານ​ ໄດ້​ມີ​ຄວາມ​ເຫັນ
​ແຕກ​ຕ່າງກັນ​ໜ້ອຍ​ລົງ ກ່ຽວ​ກັບໂຄງການ​ນີວ​ເຄລຍຂອງ​ອີ
ຣ່ານທີ່​ຖືກ​ສົງ​ໄສ​ວ່າ ມີ​ເປົ້າ​ໝາຍ​ເພື່ອ​ຈະ​ຜະລິດ​ອາວຸດ​ນັ້ນ ​
ແຕ່ກໍ​ກ່າວ​ວ່າ ​ທ່ານ​ຕຽມ​ພ້ອມທີ່ຈະຍຸດຕິ​ການ​ເຈລະຈາ​ກັນ
ຖ້າບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ທີ່​ທັງ​ສອງ​ຝ່າຍ​ຮັບ​ເອົາ​ໄດ້​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ເຊັ່ນ​ນີ້ ຢູ່​ໃນ​ການ​ໃຫ້​ສຳພາດ​ທີ່​ບັນທຶກ​ພາບ
​ໄວ້​ກ່ອນ ​ແລະ​ນຳອອກ​ອາກາດ​ທາງ​ຊ່ອງ CBS ​ໃນ​ວັນ​ອາທິດ
ວານ​ນີ້. ທ່ານ​ກ່າວວ່າ ຂໍ້​ຕົກລົງ​ກັນ​ໃດໆ​ຈະ​ຕ້ອງ​ໃຫ້​ພວກ​ນັກ​
ກວດກາ​ຝ່າຍ​ຕາ​ເວັນ​ຕົກ​ໄປ​ພິສູດເບິ່ງໄດ້ ​ວ່າ​ເຕຫະຣ່ານບໍ່​ດຳ​
ເນີນ​ການ​ເພື່ອ​ພັດທະນາ​ອາວຸດ​ນີວ​ເຄລຍ.

​ວັນ​ເປົ້າ​ໝາຍ​ສຳ​ຫລັບ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​ ​ແມ່ນທ້າຍ​ເດືອນ​ນີ້. ​ ທ່ານ​ໂອ​ບາ​ມາ ທີ່ບັນທຶກ
ວີ​ດີ​ໂອ ການ​ໃຫ້​ສຳພາດ​ໃນ​ວັນ​ເສົາ​ຜ່ານ​ມາ ກ່າວ​ວ່າ “ຖ້າບໍ່​ບັນລຸ​ຂໍ້​ຕົກລົງ​ກັນ ​ພວກ​ເຮົາ​
ກໍຈະ​ຍ່າງ​ໜີ.”

ຕໍ່​ມາ​ ໃນ​ລາຍການ “Face the Nation” ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin
Netanyahu ກ່າວ​ວ່າ ທ່ານ ​ແລະ​ທ່ານ​ໂອ​ບາ​ມາ “ມີ​ເປົ້າ​ໝາຍ​ອັນ​ດຽວ​ກັນ" ​ກໍ​ຄື ​ປ້ອງ
ກັນບໍ​່ໃຫ້​ອີຣ່ານ ພັດທະນາ​ອາວຸດ​ນີວ​ເຄລຍ ​ແລະກ່າວ​ຕໍ່​ໄປ​ວ່າ “​ແຕ່​ພວກ​ເຮົາ​ບໍ່​ເຫັນ
ພ້ອມນຳ​ກັນ ກ່ຽວ​ກັບ​ວິທີປ້ອງ​ກັນ​ນັ້ນ.”

ອີຣ່ານ​ໄດ້​ຢືນ​ຢັດ​ຢູ່​ຕະຫຼອດ​ມາ ວ່າ​ໂຄງການ​ນີວ​ເຄລຍຂອງ​ຕົນ ​ແມ່ນ​ມີ​ເປົ້າ​ໝາຍໃນທາງ​ສັນຕິ ​ແລະ​ຈຳກັດ​ໃສ່ແຕ່ການ​ພັດທະນາ​ພະລັງງານ ​ສຳລັບ​ໃຊ້​ໃນ​ດ້ານ​ພົນລະ​ເຮືອນ​ເທົ່າ​ນັ້ນ.

Obama Netanyahu Iran
please wait
Embed

No media source currently available

0:00 0:02:55 0:00

XS
SM
MD
LG