ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ ສະຫະລັດ ບໍ່ຂັດຂ້ອງ ເລື່ອງສ້າງວັດ ອິສລາມ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານໃຫ້ການສະໜັບສະໜຸນ ຕໍ່ແຜນການ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ກ່ຽວກັບການປຸກວັດ ຂອງສາສະໜາອິສລາມ ໃກ້ໆບ່ອນທີ່ມີການໂຈມຕີ ໃນວັນທີ 11 ກັນຍາ ປີ 2001 ທີ່ນະຄອນນິວຢອກ.

ໃນລະຫວ່າງ ງານລ້ຽງອາຫານຄໍ່າ ທີ່ທຳນຽບຂາວ ເພື່ອສະເຫຼີມສະຫຼອງ ເດືອນຣາມາດານ ຊຶ່ງເປັນເດືອນສັກສິດ ຂອງສາສະໜາອິສລາມ ໃນມື້ວັນສຸກວານນີ້ ທ່ານໂອບາມາ ກ່າວວ່າ ຊາວມຸສລິມ ມີສິດທີ່ຈະສ້າງ ບ່ອນສວດມົນພາວະນາ ແລະສູນກາງປະຊາຄົມ ໃສ່ດິນຂອງເອກກະຊົນ ໃນເຂດຕອນລຸ່ມ ຂອງເກາະ Manhattan ໄດ້. ທ່ານກ່າວວ່າ ຄວາມໝາຍໝັ້ນຕັ້ງໃຈ ກ່ຽວກັບອິດສະຫຼະພາບ ໃນການເຊື່ອຖືສາສະໜາ ຂອງສະຫະລັດ ຕ້ອງມີຄວາມໜຽວແໜ້ນ.

ການໃຫ້ທັດສະນະດັ່ງກ່າວ ແມ່ນເປັນການໃຫ້ຄວາມເຫັນ ເທື່ອທຳອິດ ຂອງປະທານາທິບໍດີ ໂອບາມາ ກ່ຽວກັບຂໍ້ສະເໜີ ປຸກວັດອິສລາມ. ການຢັ່ງຫາງສຽງ ຂອງໂທລະພາບ CNN ແຈ້ງວ່າ ເກືອບ 70% ຂອງຊາວອະເມຣິກັນ ຄັດຄ້ານຕໍ່ແຜນການ ທີ່ຈະປຸກວັດ ສາສະໜາອິສລາມ ໃສ່ບໍລິເວນ ທີ່ມີຖະໜົນຂັ້ນສອງເສັ້ນ ຈາກບ່ອນທີ່ເກືອບ 3,000 ຄົນ ໄດ້ເສຍຊີວິດ ເວລາພວກກໍ່ການຮ້າຍ ຈີ້ເຮືອບິນໂດຍສານ 2 ລຳ ແລ່ນໄປຕຳຕຶກແຝດ ສູນກາງການຄ້າໂລກ ທີ່ນະຄອນນິວຢອກ.

ທ່ານ Peter King ສະມາຊິກ ລັດຖະສະພາສະຫະລັດ ຈາກນະຄອນນິວຢອກ ກ່າວວ່າ ການສ້າງວັດນີ້ ແມ່ນເປັນເລື່ອງທີ່ ບໍ່ໃຫ້ຄວາມສຳຄັນ ແລະບໍ່ມີຄວາມຮູ້ສຶກສຳນຶກ.

XS
SM
MD
LG