ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ຮຽກຮ້ອງ ໃຫ້ກຳຈັດ ການລວນລາມ ທາງເພດ ຢູ່ໃນກອງທັບ (ວີດິໂອ)


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ທີ່ມະຫາວິທະຍາໄລ ທະຫານເຮືອ ສະຫະລັດ ຢູ່ເມືອງ Annapolis ລັດ Maryland (24 ພຶດສະພາ 2013)
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ທີ່ມະຫາວິທະຍາໄລ ທະຫານເຮືອ ສະຫະລັດ ຢູ່ເມືອງ Annapolis ລັດ Maryland (24 ພຶດສະພາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ລວນລາມທາງເພດ ຢູ່ໃນກອງທະຫານສະຫະລັດ ແມ່ນບ່ອນທຳ ລາຍຕໍ່ຄວາມໄວ້ເນື້ອເຊື່ອໃຈ ຢູ່ໃນກອງທັບ.

ປະທານາທິບໍດີໂອບາມາໃຊ້ຄຳປາໄສໃນພິທີມອບປະລິນຍາບັດ ທີ່ວິທະຍາໄລທະຫານເຮືອຢູ່ເມືອງ Annapolis ລັດ Maryland
ໃນວັນສຸກວານນີ້ ເພື່ອເປັນການຕອບຕໍ່ລາຍງານຂ່າວເມື່ອໄວໆ
ມານີ້ ກ່ຽວກັບຄວາມຮຸນແຮງທາງເພດທີ່ມີຢ່າງແຜ່ກວ້າງໃນກອງ
ທະຫານ.

ທ່ານໂອບາມາ ເວົ້າວ່າ “ພວກທີ່ທຳການລວນລາມທາງເພດ ບໍ່
ພຽງແຕ່ໄດ້ກະທຳຄວາມຜິດຮ້າຍແຮງເທົ່ານັ້ນ ພວກເຂົາເຈົ້າຍັງຂົ່ມຂູ່ຕໍ່ຄວາມໄວ້ເນື້ອເຊື່ອ
ໃຈແລະລະບຽບວິໄນ ທີ່ເຮັດໃຫ້ກອງທັບຂອງພວກເຮົາເຂັ້ມແຂງ. ນັ້ນຄືເຫດຜົນທີ່ວ່າເປັນ ຫຍັງພວກເຮົາຈຶ່ງຕ້ອງຕັດສິນໃຈ ທີ່ຈະຍຸຕິຄວາມຜິດຮ້າຍແຮງເຫລົ່ານີ້ ຍ້ອນມັນບໍ່ມີບ່ອນ
ໃຫ້ຢູ່ໃນກອງທັບທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.”

ລາຍງານຂອງທຳນຽບຫ້າແຈ ເມື່ອໄວໆມານີ້ ແຈ້ງວ່າ ຈຳນວນຜູ້ທີ່ຖືກລວນລາມທາງເພດ ໃນໝູ່ພວກທະຫານໄດ້ເພີ້ມຂຶ້ນ 37 ເປີເຊັນໃນປີກາຍ. ລາຍງານນີ້ກະປະມານວ່າ ມີກໍລະ ນີລວນລາມທາງເພດເກີດຂຶ້ນ 26,000 ກໍລະນີໃນປີກາຍຊຶ່ງນັບຕັ້ງແຕ່ການລູບຄຳໄປຫາ ຂົ່ມຂືນສຳເລົາ.

ຍິ່ງໄປກວ່ານັ້ນ ເມື່ອໄວໆມານີ້ ມີການຈັບກຸມເຈົ້າໜ້າທີ່ທະຫານຫຼາຍໆຄົນ ໃນຂໍ້ຫາລວນ ລາມທາງເພດທີ່ໄດ້ສ້າງຄວາມອັບອາຍຂາຍໜ້າຕື່ມຂຶ້ນ ໃຫ້ແກ່ທາງກອງທັບ.

ເຫດການທີ່ກ່າວມານີ້ ພາໃຫ້ສະມາຊິກລັດຖະສະພາບາງຄົນນຳສະເໜີຮ່າງກົດໝາຍເພື່ອ ໃຫ້ມີການລົງໂທດໜັກຂຶ້ນ ຕໍ່ການລວນລາມທາງເພດຢູ່ໃນກອງທັບ.

ວີດິໂອ: ມີການຮຽກຮ້ອງຫຼາຍຂຶ້ນ ໃຫ້ຍຸຕິການລວນລາມທາງເພດ ຢູ່ໃນກອງທັບ:

Calls Grow For An End to Sexual Assaults in US Military
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ
XS
SM
MD
LG