ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ມ້ວນທ້າຍ ການຢ້ຽມຢາມ ອິສຣາແອລ ແລະ West Bank (ສະໄລດ໌/ວີດີໂອ)


ປະທານາທິບໍດີໂອບາມາ (ກາງ) ພ້ອມກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (ຂວາ) ແລະປະທານາທິບໍດີ ຊີມອນ ເປເຣສ ກ່ອນທີ່ທ່ານຈະອອກເດີນທາງ ຈາກສະໜາມບິນນາໆຊາດ Ben Gurion ໃນນະຄອນ Tel Aviv (22 ມີນາ 2013)
ປະທານາທິບໍດີໂອບາມາ (ກາງ) ພ້ອມກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (ຂວາ) ແລະປະທານາທິບໍດີ ຊີມອນ ເປເຣສ ກ່ອນທີ່ທ່ານຈະອອກເດີນທາງ ຈາກສະໜາມບິນນາໆຊາດ Ben Gurion ໃນນະຄອນ Tel Aviv (22 ມີນາ 2013)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາພວມຈະເສັດສິ້ນ ການຢ້ຽມຢາມອິສຣາແອລແລະເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍ
ແດັນ ຫຼື West Bank ທີ່ຮວມທັງການເຈລະຈາຫາລື ກັບພວກຜູ້
ນຳຂອງອິສຣາແອລ ແລະປາແລສໄຕນ໌ ແລະໄດ້ຮຽກຮ້ອງໃຫ້ທັງ
ສອງຝ່າຍເລີ້ມການເຈລະຈາສັນຕິພາບຄືນໃໝ່.

ໃນວັນສຸກມື້ນີ້ ທ່ານໂອບາມາຮຽກຮ້ອງໃຫ້ມີການໂຍະຍານຜ່ອນ ຜັນຕໍ່ບຸກຄົນອື່ນໆ ໃນລະຫວ່າງການໄປຢ້ຽມຢາມອະນຸສອນສະ
ຖານ ກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ Yad Vas-
hem ຂອງອິສຣາແອລ.

ທ່ານໂອບາມາເວົ້າວ່າ “ນີ້ແມ່ນພັນທະຂອງພວກເຮົາ ບໍ່ແມ່ນ
ພຽງແຕ່ຮູ້ເຫັນເປັນພິຍານທໍ່ນັ້ນ ແຕ່ຕ້ອງໄດ້ ດຳເນີນການ. ສຳລັບພວກເຮົາໃນຍຸກສະໄໝຂອງພວກເຮົາ ນີ້ແມ່ນໝາຍ
ຄວາມວ່າ ຕ້ອງໄດ້ປະເຊີນໜ້າກັບຄວາມເຊື່ອແບບງົມງາຍ
ແລະຄວາມຄຽດຊັງ ໃນທຸກຮູບແບບ ການແບ່ງແຍກເຊື້ອ
ຊາດຜິວພັນໂດຍສະເພາະແລ້ວຄວາມຮູ້ສຶກຕໍ່ຕ້ານຊາວຢິວ
ສິ່ງເຫຼົ່ານັ້ນທັງໝົດ ບໍ່ຄວນຈະມີຢູ່ໃນໂລກ ທີ່ສີວິໄລແລ້ວ.”




ທ່ານໂອບາມາ ຊຶ່ງຕິດຕາມດ້ວຍປະທານາທິບໍດີ Shimon Peres ແລະນາຍົກລັດຖະມົນຕີ Benjamin Netanyahu ຂອງອິສຣາແອລ ໄດ້ໃຫ້ຄວາມເຫັນດັ່ງກ່າວຫຼັງຈາກໄດ້ຊົມຫໍລາຍ
ຊື່ຂອງພວກທີ່ເສຍຊີວິດຈຳນວນຫຼາຍພັນຄົນ ໃນການຂ້າລ້າງເຊື້ອຊາດເຜົ່າພັນຊາວຢິວ ຫລື Holocaust.



ເປັນທີ່ຄາດກັນວ່າ ທ່ານໂອບາມາແລະທ່ານ Netanyahu ຈະພົບປະກັນອີກເທື່ອນຶ່ງກ່ອນ ທີ່ທ່ານໂອບາມາຈະອອກເດີນທາງໄປຍັງປະເທດຈໍແດັນ. ມີທ່າທາງວ່າ ຜູ້ນຳທັງສອງຈະໂອ້ ລົມກັນກ່ຽວກັບຄຳປາໄສຂອງທ່ານໂອບາມາທີ່ນະຄອນເຈຣູຊາແລັມໃນມື້ວັນພະຫັດວານນີ້ ບ່ອນທີ່ທ່ານໂອບາມາເວົ້າວ່າ ສັນຕິພາບກັບຊາວປາແລສໄຕນ໌ ແມ່ນເສັ້ນທາງດຽວເທົ່ານັ້ນ ໄປສູ່ການມີຄວາມໝັ້ນຄົງທີ່ແທ້ຈິງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG