ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເຈລະຈາສັນຕິພາບ ພາກຕາເວັນອອກກາງ


ປະທານາທິບໍດີ ບາຣັກ ໂອບາມາ ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວ ທີ່ທຳນຽບຂາວ (10 ກັນຍາ 2010)
ປະທານາທິບໍດີ ບາຣັກ ໂອບາມາ ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວ ທີ່ທຳນຽບຂາວ (10 ກັນຍາ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ທ່ານໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈະມິນ ເນຕັນຢາຮູ ຕໍ່ອາຍຸໃນການຫ້າມກ່ຽວກັບການ ກໍ່ສ້າງ ຕັ້ງບ້ານໃໝ່ຢູ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍ ແດັນ ຂອງລັດຖະບານທ່ານ ເພື່ອເຮັດໃຫ້ມີໂອກາດຫຼາຍ ຂຶ້ນ ທີ່ຈະປະສົບຄວາມສຳເລັດ ກ່ຽວກັບການເຈລະຈາສັນ ຕິພາບ ກັບປາແລສໄຕນ໌ ທີ່ຫາກໍເລີ້ມຄືນໃໝ່ ເມື່ອໄວໆ ມານີ້.

ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວມື້ວານນີ້ ທ່ານ ໂອບາມາ ຮັບຮູ້ວ່າ ການເຄື່ອນໄຫວທີ່ວ່ານີ້ ອາດຈະມີຄວາມຍຸ່ງຍາກ ທາງດ້ານການເມືອງ ຍ້ອນວ່າ ບາງພັກ ທີ່ຮ່ວມຢູ່ໃນລັດຖະບານປະສົມ ຂອງທ່ານເນຕັນຢາຮູນັ້ນ ຄັດຄ້ານຕໍ່ການ ຕໍ່ອາຍຸກ່ຽວກັບເລື່ອງນີ້. ແຕ່ທ່ານເວົ້າວ່າ ຖ້າການເຈລະຈາ ຫາກດຳເນີນໄປດ້ວຍຄວາມກ້າວ ໜ້າ ມັນກໍເປັນສິ່ງທີ່ດີ ທີ່ຈະສືບຕໍ່ ການຫ້າມທີ່ວ່ານີ້.

ການຫ້າມ ກ່ຽວກັບການກໍ່ສ້າງຕັ້ງບ້ານໃໝ່ ຂອງອິສຣາແອລ ມີກຳນົດທີ່ຈະໝົດອາຍຸລົງໃນ ວັນທີ 26 ກັນຍານີ້. ຝ່າຍປາແລສໄຕນ໌ຂູ່ວ່າ ຈະຖອນໂຕອອກຈາກການເລຈະຈາ ຖ້າຫາກ ການຫ້າມທີ່ວ່ານີ້ ບໍ່ມີການຕໍ່ອາຍຸ.

ທ່ານເນຕັນຢາຮູ ແລະປາທານທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ໄດ້ພົບປະ ກັບທ່ານໂອບາມາ ໃນສັບປະດາແລ້ວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພວມອອກເດີນທາງ ໄປຍັງພາກຕາເວັນກາງ ເພື່ອເຂົ້າຮ່ວມການເຈລະຈາຮອບໜ້າ ຊຶ່ງຈະມີຂຶ້ນ ໃນວັນອັງຄານ ແລະວັນພຸດຈະມາ ທີ່ເມືອງ Sharm el-Sheikh ຂອງອີຈິບ ແລະທີ່ນະຄອນເຈຣູຊາແລັມ.

XS
SM
MD
LG