ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຢ້ຽມຢາມ ເຂດປົກຄອງ ປາແລັສໄຕ (ສະໄລດ໌/ວີດີໂອ)


ປະທານາທິບໍດີໂອບາມາ ກັບທ່ານ Mahmoud Abbas ປະທານາ ທິບໍດີປາແລັສໄຕ
ປະທານາທິບໍດີໂອບາມາ ກັບທ່ານ Mahmoud Abbas ປະທານາ ທິບໍດີປາແລັສໄຕ
ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກໍາລັງ​ຢູ່ໃນ​ລະຫວ່າງການ​ຢ້ຽມຢາມ ເຂດຝັ່ງ​ຕາ​ເວັນຕົກ​ຂອງ​ແມ່​ນໍ້າ​ຈໍ​ແດັນ​ ຫຼື West Bank ​ເພື່ອ​ເ​ຈລະຈາ​ກັບ​ປະທານາທິ ບໍດີ​ປາ​ແລັສ​ໄຕ ທ່ານ Mahmoud Abbas ​ແລະ​ນາຍົກ​ລັດຖະມົນຕີ Salam Fayyad.

ຫຼາຍ​ຊົ່ວ​ໂມງ​ກ່ອນ​ການ​ພົບ​ປະ​ກັບ​ທ່ານ​ອັບ​ບາສ ເມື່ອ​ວັນ​ພະຫັດ​ມື້​ນີ້ ຕໍາຫຼວດອີສຣາ​ແອ​ລ​ເວົ້າ​ວ່າ ພວກ​ຫົວ​ຮຸນ​ແຮງ​ຢູ່​ເຂດ​ກາ​ຊາ ທີ່​ປົກຄອງໂດຍ​ກຸ່ມ​ຮາ​ມາສ ​ໄດ້​ຍິງ​ຈະຫຼວດສອງ​ລູກ​ໄປ​ໃສ່​ເຂດ​ພາກ​ໃຕ້​ຂອງ​ອີສຣາ​ແອ​ລ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເດີ່ນ​ຂອງເຮືອນຫຼັງນຶ່ງ ​ແຕ່​ບໍ່​ໄດ້​ເຮັດ​ໃຫ້​ໃຜ​ບາດ​ເຈັບ.

ທ່ານ​ໂອ​ບາ​ມາ​ເວົ້າ​ເມື່ອ​ວັນ​ພຸດ​ວານນີ້​ຫຼັງຈາກ​ເດີນທາງໄປ​ເຖິງ​ອີສຣາ​ແອ​ລ ​ອັນເປັນ ການ​ຢ້ຽມ​ຢາມ​ເທື່ອທໍາ​ອິດ​ ໃນ​ຖານະ​ປະທານາທິບໍດີ ທີ່​ທ່ານຢາກ​ເວົ້າໂດຍ​ກົງ​ຕໍ່​ປະ​ຊາ​ຊົນ​ອີສຣາ​ແອ​ລ ​ແລະ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ທ່ານທີ່​ວ່າ ສັນຕິພາບ​ຕ້ອງເກີດ​ຂຶ້ນ​ໃນດິນ​ແດນ​ສັກ ສິດ.


ຊາວ​ປາ​ແລັສ​ໄຕຫຼາຍຄົນ​ສະ​ແດງ​ຄວ​າມຜິດ​ຫວັງ​ກັບ​ທ່ານ​ໂອ​ບາ​ມາ ​ແລະ​ກໍ ພາກັນ​ທໍາ​ການ​ປະ​ທ້ວງ​ແບບ​ກະຈັດກະຈາຍ ​ຢູ່​ໃນເຂດ​ຕ່າງໆ​ຂອງ​ປາ​ແລັສ​ໄຕ ກ່ອນ​ທ່ານ​ໂອ​ບາ​ມາ​ຈະ​ເດີນທາງ​ໄປ​ເຖິງ​ຂົງ​ເຂດ​ດັ່ງກ່າວ​ ເມື່ອ​ວັນ​ພຸດ​ວານ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ທ່ານ Benjamin Netanyahu ນາຍົກ​ລັດຖະ ມົນ​ຕີ​ອີສຣາ​ແອ​ລ ​ແລະ​ປະທານາທິບໍດີ Simon Peres ຜູ້​ທີ່​ເວົ້າ​ວ່າ​ ທັງ​ສະຫະລັດ​ແລະ​ອີສຣາ​ແອ​ລ ຕ່າງ​ກໍ​ພະຍາຍາມ​ທີ່​ຈະເລີ່​ມຕົ້ນ​ການຂອງສະຫະລັດ​ເຈລະຈາ​ສັນຕິ​ພາບ​ພັນ​ຄືນ​ໃໝ່ ​ກັບປາ​ແລັສ​ໄຕ.

(ເບິ່ງວີດີໂອ)
Obama, Israeli Leaders Reaffirm Security Ties
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ
XS
SM
MD
LG