ຄຽງຄູ່ໄປກັບກອງປະຊຸມ ຕອບຄຳຖາມຂອງພວກຜູ້ນຳຊາວໜຸ່ມຈາກເຂດເອເຊຍຕາເວັນອອກສຽງໃຕ້ຫຼື YSEALI ນັ້ນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້ພົບ ປະກັບບັນດາສະມາຊິກກຸ່ມສັງຄົມພົນລະເຮືອນ ພວກຊາວໜຸ່ມລາວ ຫຼື Lao YSEALI ທີ່ມາຈາກຫລາຍໆພາກສ່ວນຂອງການພັດທະນາ.
ປະທານາທິບໍດີໂອບາມາ ໄດ້ກ່າວເນັ້ນເຖິງການສະໜັບສະໜຸນຂອງທ່ານ ຕໍ່ກຸ່ມສັງຄົມ ພົນລະເຮືອນແລະຄວາມສຳຄັນທີ່ພວກເຮົາໄດ້ຢ້ຳເຖິງສະຖານທີ່ສຳລັບປະຊາຊົນລາວ ມາຮ່ວມແຮງຮ່ວມໃຈ ແລະເຂົ້າຮ່ວມການພັດທະນາສັງຄົມໃນວິທີທີ່ສ້າງຜົນປະໂຫຍດ ໃຫ້ແກ່ທຸກໆຄົນ.
ທ່ານໄດ້ໃຫ້ການຢືນຢັນຕໍ່ວິໄສທັດຂອງສະຫະລັດທີ່ວ່າ ຄວາມອຸດົມຮັ່ງມີຂອງປະເທດຊາດແມ່ນມີຄວາມເຊື່ອມໂຍງກັບຄວາມສາມາດຂອງປະຊາຊົນໃນການສະແດງອອກແລະແບ່ງ ປັນຄວາມຄິດຂອງພວກເຂົາເຈົ້າ.
ເບິ່ງວີດີໂອ ພວກນັກຮຽນ ພວມຖ້າເຂົ້າຟັງ ປ. ໂອບາມາ ທີ່ຫໍວັດທະນະທຳແຫ່ງຊາດ
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ