ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ຫາລື ເລື້ອງ ຂໍ້ຕົກລົງການຄ້າ TPP ກັບຜູ້ນຳ ພັກຄອມນິວນິສ ຫວຽດນາມ


Obama Vietnam
please wait
Embed

No media source currently available

0:00 0:02:03 0:00

ສີ່​ສິບ​ປີ ຫຼັງຈາກ​ການ​ສິ້ນ​ສຸດ​ຂອງ​ສົງຄາມ​ຫວຽດນາມ ປະທານາ
ທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ ຜູ້ນຳພັກ​ຄອມ​ມິ​ວ
ນິສຫວຽດນາມ ​ໄດ້ນັ່ງ​ຄຽງ​ຂ້າງກັນ ​ຢູ່​ທີ່​ຫ້ອງການ​ຂອງ​ທຳນຽບ
ຂາວ ເຊິ່ງຕ່າງ​ກໍ​ກ່າວຍົກຍ້ອງ “ຄວາມ​ກ້າວໜ້າ​ທີ່​ໂດດ​ເດັ່ນ”
ໃນຄວາມສຳພັນ​ລະຫວ່າງ​ອະດີດ​ຄູ່​ປໍ​ລະ​ປັກທັງສອງ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “​ແນ່ນອນ​ແລ້ວ​ວ່າ ມີ​ປະຫວັດສາດ
​ທີ່​ຫຍຸຸ້ງຍາກ ລະຫວ່າງ​ທັງ​ສອງ​ປະ​ເທດ​ ຂອງ​ພວກ​ເຮົາ
ຢູ່​ໃນ​ສັດຕະ​ວັດ​ທີ 20 ນີ້ ​ແລະ ຍັງມີຄວາມ​ແຕກ​ຕ່າງ​ ທີ່​
ສຳຄັນໆ ​ໃນ​ປັດ​ຊະ​ຍາ​ດ້ານ​ການ​ເມືອງ ​ແລະ ລະບົບ​
ດ້ານ​ການ​ເມືອງ​ ລະຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ. ​
ແຕ່ ຂ້າພະ​ເຈົ້າຄິດ​ວ່າເພາະ​ເປັນ​ຍ້ອນ ຄວາມ​ພະຍາຍາມ​ຂອງບັນດາຜູ້ນຳຂອງ​ທັງ​
ສອງຝ່າຍ ຢູ່​ທີ່​ສະຫະລັດ ​ແລະ ບັນດາ​ຜູ້ນຳ​ຢູ່​ທີ່​ຫວຽດນາມ ໃນອັນ​ທີ່​ພວກ​ເຮົາໄດ້​
ເຫັນ​ນຳ​ກັນ ​ແມ່ນ​ເປັນ​ປາກົດ ການຄວາມສຳພັນແບບສ້າງສັນ ບົນ​ພື້ນຖານ​ຂອງ​
ຄວາມເຄົາລົບນັບຖື​ ຊຶ່ງ​ກັນ​ແລະ​ກັນ​ ແລະ ທີ່ໃຫ້​ຜົນ​ປະ​ໂຫຍ​ດ ແກ່​ປະຊາຊົນ​ຂອງ​
ທັງ​ສອງ​ປະ​ເທດ.”

ປະທານາທິບໍດີ​ສະຫະ​ລັດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຕ້ອນຮັບ ​ເລຂາທິ ກ​ານ​ໃຫຍ່ ພັກ​
ຄອມ​ມິ​ວນິສຫວຽດນາມ ທ່ານ Nguyen Phu Trong ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ສະຫະລັດ
​ເປັນຄັ້ງທຳ​ອິດ ເນື່ອງໃນໂອກາດ ການ​ຟື້ນ​ຟູສາຍ​ສຳພັນ ລະຫວ່າງ ວໍ​ຊິງ​ຕັນ ​ແລະ ຮ່າ​ໂນ​ຍ ຄົບຮອ​ບ 20 ປີ.

ທ່ານ Trong ກ່າວ​ວ່າ “20 ປີ ທີ່​ຜ່ານ​ມາ ຫຼາຍໆຄົນ ​ບໍ່ເຊື່ອ​ວ່າ ຈະ​ມີ​ການ​ພົບ​ປະກັນ ​ແບບ​ໜ້າ​ສົນ​ໃຈ ​ແລະ ມີເນື້ອຫາສາລະ ລະຫວ່າງ ​ເລຂາທິການ​ໃຫຍ່ພັກ​ຄອມ​ມິ​ວ ນິສຫວຽດນາມ ​ແລະ ປະທານາທິບໍດີ​ສະຫະລັດ.”

XS
SM
MD
LG