ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ອິສຣາແອລ ທ່ານ Natanyahu ຈະພົບປະກັບ ປ.ໂອບາມາ


ທ່ານ Benjamin Natanyahu ນາຍົກລັດຖະມົນຕີອິສຣາແອລ
ທ່ານ Benjamin Natanyahu ນາຍົກລັດຖະມົນຕີອິສຣາແອລ
ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Natanyahu
ຈະພົບ​ປະ​ກັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obma
ທີ່​ທໍານຽບຂາວ​ ​ໃນ​ວັນ​ຈັນ​ມື້​ນີ້.

ຄາດ​ວ່າເລື້ອງອີຣ່ານຈະ​ເປັນ​ຫົວ​ຂໍ້​ສຳຄັນ​ສຸດ ໃນການ​ສົນທະນາ
ຂອງ​ບັນດາ​ຜູ້​ນໍາໂລກ​ທັງ​ສອງທ່ານ​ນີ້. ປະທານາທິບໍດີ Obama
​ແລະ ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ຫວ່າງ​
ມໍ່ໆ​ມາ​ນີ້ໄດ້ໂອ້ລົມ​ກັນ​ທາງ​ໂທລະສັບ​ເປັນ​ເວລາ 15 ນາ​ທີ່ພາ​ໃຫ້​
ການ​ຢຸດ​ສະ​ງັກທາງ​ດ້ານ​ການ​ທູດ 35 ປີ ສີ້​ນສຸດ ລົງ.

​ນາຍົກລັດຖະມົນຕີ Natanyahu ຈະ​ເຕືອນ ທ່ານ Obama ກ່ຽວ​ກັບ “ການ​ທູດ​ປາກ
ຫວານ” ຂອງ​ອີຣ່ານ ທີ່​ເປັນ​ໜ້າ​ເຊື່ອ​ຖື​ບໍ່​ໄດ້ ​ແລະ​ຊັກ​ຊວນ​ໃຫ້ ຜູ້​ນໍາ ສະຫະລັດ ດໍາ​ເນີນ​
ຄວາມ​ກົດ​ດັນ​ແກ່ ອີຣ່ານ ​ເພື່ອ​ກີດ​ກັ້ນການ​ສ້າງ ລະ​ເບີດ​ນິວ​ເຄລຍ.

ຄາດ​ວ່າ​ທ່ານ Obama ຈະ​ເຫັນ​ໃຈ​ໃນ​ຄວາມ​ເປັນ​ຫ່ວງ​ຂອງ ອິສຣາ​ແອ​ລ ​ແຕ່​ຈະ​ກໍເຮັດ
​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ວ່າ ທ່ານ​ມີ​ຈຸດປະສົງຢາກ​ຈະທົດ​ລອງ​ເບິ່ງ​ເຈດ​ຕະນາຂອງ ທ່ານ
Rouhani.
XS
SM
MD
LG