ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ​ ໃຫ້ການຄ້ຳປະກັນ ແກ່ຊາວອາເມຣິກັນ ກ່ຽວກັບ ການຂົ່ມຂູ່ ດ້ານຄວາມປອດໄພ


ປະທານາທິບໍດີ ບາຣັກ ໂອບາມາ​ທີ່ສູນກາງຕໍ່ຕ້ານ ພວກກໍ່ການຮ້າຍແຫ່ງຊາດ ທີ່ເມືອງ McLean ໃນລັດເວີຈີເນຍ. (17 ທັນວາ 2015)
ປະທານາທິບໍດີ ບາຣັກ ໂອບາມາ​ທີ່ສູນກາງຕໍ່ຕ້ານ ພວກກໍ່ການຮ້າຍແຫ່ງຊາດ ທີ່ເມືອງ McLean ໃນລັດເວີຈີເນຍ. (17 ທັນວາ 2015)

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ ​ກ່າວ​ວ່າ ​ເວ
ລາ​ນີ້ິ້ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ແລະ​ເຈົ້າໜ້າ​ທີ່​ຕໍ່ຕ້ານ​ພວກ​ກໍ່​ການ
​ຮ້າຍ ບໍ່​ມີ​ຂ່າວ ​ທີ່​ສະ​ເພາະ​ເຈາະຈົງ ​ແລະ​ ໜ້າ​ເຊື່ອ​ຖື​ໃດໆ​ ກ່ຽວ
​ກັບ​ການ​ໂຈມ​ຕີ​ທີ່​ອາດ​ມີ​ຂຶ້ນ ​ຢູ່​ໃນ​ສະຫະລັດ.

ປະທານາທິບໍດີ​ໂອ​ບາ​ມາ ອີກ​ຄັ້ງນຶ່ງ​ ​ແມ່ນ​ໃຫ້ການ​ຄ້ຳປະກັນ​
ແກ່​ຊາວ​ອາ​ເມຣິກັນ​ ກ່ຽວ​ກັບ​ຄວາມ​ສ່ຽງ​ໃນ​ດ້ານ​ຄວາມ​ປອດ
​ໄພ ​ຢູ່​ໃ​ນສະຫະລັດ ຫລັງ​ຈາກ​ໄດ້​ມີການໂຈ​ມຕີ​ກໍ່​ການ​ຮ້າຍ​ຢູ່​
ນະຄອນ​ປາຣີ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ ແລະ​ການ​ໂຈມ​ຕີ​ທີ່
​ເມື​ອງ San Bernardino ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ​ເມື່ອ​ຕົ້ນ​ເດືອນ​
ນີ້.

​ໃນ​ຄຳ​ປາ​ໄສ​ທີ່ສູນ​ກາງ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ຢູ່​ເມືອງ McLean ລັດ​ເວີ​ຈີ​ເນຍ
ໃນ​ວັນ​ພະຫັດ​ວານ​ນີ້​ ປະທານາທິບໍດີໂອ​ບາ​ມາ​ກ່າວ​ຕໍ່​ປະຊາຊົນ​ອາ​ເມຣິກັນ​ວ່າ​ ​ໃນ​ຂະນະ​
ທີ່​ຫຼາຍໆ​ຄົນ ​ພວມ​ເດີນທາງ ​ເນື່ອງ​ໃນ​ໂອກາດ​ວັນ​ພັກແລະ​ກະກຽມທີ່​ຈະ​ສະ​ເຫຼີມສະຫຼອງ
ວັນ​ຂຶ້ນປີ​ໃໝ່​ຢູ່​ນີ້ພວກ​ເຂົາ​ເຈົ້າຄວນ​ຈົດ​ຈຳ​ໄວ້​ວ່າມີ​ຜູ້​ຮັກ​ຊາດ​ທີ່​ໄດ້​ອຸທິດ​ຕົນ​ເຮັດ​ວຽກ​ເຮັດ
​ການ​ຕະຫລອດ​ຊາວ​ສີ່​ຊົ່ວ​ໂມງ​ເພື່ອ​ປົກ ປ້ອງ​ເຂົາ​ເຈົ້າ.

Obama: No Imminent Terror Threat to US, but 'Be Vigilant'
please wait

No media source currently available

0:00 0:01:14 0:00

ກ່ອນ​ທີ່​ຈະ​ຖະ​ແຫຼງ ຕໍ່​ສື່​ມວນ​ຊົນນັ້ນ ປະທານາທິບໍດີໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ຄະນະທີ​ມ
ງານ​ຄວາມ​ໝັ້ນຄົງ​ແຫ່ງຊາດ ທີ່​ສູນ​ກາງ​ດັ່ງກ່າວ ບ່ອນ​ທີ່​ທ່ານ ​ໄດ້​ຮັບ​ລາຍງານ​ຫລ້າສຸດ
ກ່ຽວ​ກັບ​ການສືບສວນ​ໃນ​ການ​ສັງຫານ​ໝູ່​ທີ່​ເມືອງ San Bernardino ​ແລະ​ການ​ດຳ​ເນີນ​
ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີກໍ່​ການ​ຮ້າຍຢູ່ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ.

ທ່ານ​ກ່າວ​ເຖິງ​ສູນ​ກາງ​ນີ້ວ່າ​ ​ເປັນ​ບ່ອນ​ເກັບ​ກຳ​ແລະ​ແບ່ງປັນ​ຂໍ້​ມູນສືບ​ລັບ​ເພື່ອ​ໃຫ້ການ​ປົກ​
ປ້ອງ​ຄຸ້ມ​ຄອງ​ປະ​ເທດ​ຊາດ.

ປະທານາທິບໍດີ ​ໄດ້​ສັ່ງ​ໃຫ້​ທຳ​ການ​ສືບສວນ ຢ່າງ​ລະອຽດ​ຖີ່​ຖ້ວນ ​ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່
​ຮຽນ​ຮູ້​ວ່າ ການໂຈມ​ຕີ​ທີ່​ເມືອງ San Bernardino ​ໄດ້​ເກີດ​ຂຶ້ນ​ແບບ​ໃດ​ແລະ​ເປັນ​ດ້ວຍ
ເຫດ​ໃດ.​ ນອກ​ນັ້ນສະຫະລັດ​ຍັງ​ສືບ​ຕໍ່ສຳ​ຫລວດ​ກວດກາ​ເບິ່ງ​ໂຄງ ການວີ​ຊ່າ K-1 ຊຶ່ງ​ຮູ້
​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ວີ​ຊ່າ​ສຳລັບ​ຄູຸ່ໝັ້ນນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

US Lawmakers Criticize Visa Officials for Not Vetting Social Media
please wait

No media source currently available

0:00 0:00:50 0:00

XS
SM
MD
LG