ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈັດການເຈລະຈາ ສັນຕິພາບ ລະຫວ່າງ ອິສຣາ​​ແອ​ລ ກັບ​ປາ​ແລ​ສ​ຕາຍ​ນ໌ (ວີດີໂອ)


ທ່ານ Saeb Erekat (ຊ້າຍ) ທ່ານນາງ Tzipi Livni (ກາງ) ລັດຖະມົນຕີການຕ່າງປະເທດສະຫະລັດ John Kerry
ທ່ານ Saeb Erekat (ຊ້າຍ) ທ່ານນາງ Tzipi Livni (ກາງ) ລັດຖະມົນຕີການຕ່າງປະເທດສະຫະລັດ John Kerry
ລັດຖະມົນຕີຕ່າງປະ​ເທດສະ​ຫະລັດ ທ່ານ John Kerry ​ໄດ້​ກ່າວ
​ໃນ​ວັນ​ອັງຄານ​ນີ້​ວ່າ ຄະນະ​ເຈລະຈາຂອງອິສຣາແອ​ລ ກັບ
​ປາ​ແລ​ສ​ຕາຍ​ນ໌ ໄດ້ຕົກລົງທີ່​ຈະ​ພົບ​ປະກັນ​ອີກ​ພາຍໃນ​ 2 ອາທິດ
​ຂ້າງ​ໜ້າ​ນີ້ ​ແລະ​ວ່າ ທ່ານ​ມີເປົ້າ​ໝາຍ​ທີ່​ຈະຊ່ອຍໃຫ້​ມີ​ການ​ບັນລຸ​
ຂໍ້​ຕົກລົງສັນຕິພາບກັນ​ໃຫ້​ໄດ້​ພາຍ​ໃນ 9 ​ເດືອນຕໍ່​ໜ້າ.

​ໃນ​ການ​ຖະ​ແຫຼງ ຢູ່​ຄຽງ​ຂ້າງ​ກັບ​ລັດຖະມົນຕີ​ຍຸຕິ​ທໍາ​ຂອງອິສຣາແອ​ລ
ທ່ານນາງ Tzipi Livni ​ແລະ​ຫົວໜ້າ​ຄະນະ​ເຈລະຈາຂອງປາ​ແລ​ສ
​ຕາຍ​ນ໌ ທ່ານ Saeb Erakat ນັ້ນ ທ່ານ​ Kerry ກ່າວວ່າ ການໂອ້ລົມ
ສົນທະນາກັນ​ໃນອາທິດນີ້​ແມ່ນ​ໄດ້ດໍາເນີນໄປໃນທາງບວກແລະ
ສ້າງສັນແລະທ່ານເຊື່ອໝັ້ນວ່າ ທັງສອງຝ່າຍຈະສາມາດສ້າງສັນຕິ
ພາບກັນໄດ້.

ຫຼັງຈາກການສົນທະນາ​ໃນຕອນເຊົ້າວານ​ນີ້ ກັບປະທານາທິບໍດີ Obama ທີ່ທໍານຽບຂາວ ແລະ ​
ຢູ່ກະຊວງ​ການ​ຕ່າງປະ​ເທດ​ນັ້ນ ທ່ານ Kerry ກ່າວວ່າ​ ທັງສອງຝ່າຍໄດ້ຕົກລົງກັນ​ວ່າ ບັນຫາທີ່
​ເປັນ​ຫົວຂໍ້ໂຕ້ແຍ້ງກັນຫຼາຍທີ່​ສຸດ ເຊັ່ນ ເລື່ອງຊາຍແດນ, ອົບພະຍົບແລະເລື່ອງຊະຕາກໍາຂອງ
ນະຄອນ​ເຈຣູຊາ​ແລມນັ້ນ ຈະຖືກນໍາມາໂອ້ລົມສົນທະນາກັນ ໃນໂຕະເຈລະຈາ.

ທ່ານນາງ Livni ກ່າວວ່າ ທ່ານນາງໄດ້ເດີນທາງມາຍັງກຸງວໍຊິງຕັນ​ຈາກຂົງເຂດທີ່ມີປັນຫາ
ແລະກໍາລັງມີການປ່ຽນແປງ ແລະວ່າທາງລັດຖະບານອິສຣາແອ​ລ ແມ່ນ​ເປັນໜີ້ຕໍ່ປະຊາຊົນ
ອິສຣາແອ​ລ ທີ່ຈະທໍາທຸກວິທີທາງເພື່ອຄວາມ​ໝັ້ນຄົງ​ຂອງພວກເຂົາເຈົ້າ. ທ່ານນາງຍັງກ່າວວ່າ
ມັນບໍ່ແມ່ນຄວາມຕັ້ງໃຈຂອງພວກເຮົາ ທີ່ວ່າຈະມາທະເລາະວິວາດກັນກ່ຽວກັບເລື່ອງໃນອະດີດ
ແຕ່ວ່າ ມາຕັດສິນໃຈນໍາເລື່ອງໃນອານາຄົດ.

ສ່ວນທ່ານ Erakat ກ່າວວ່າ ທ່ານມີຄວາມປິຕິຍິນດີ ທີ່ວ່າ ບັນຫາກ່ຽວ​ກັບ​ສະຖານະ​ພາບ​ຂັ້ນ​
ສຸດ​ທ້າຍ​ຕ່າງໆຈະຖືກ​ຍົກຂຶ້ນມາ​ເຈລະຈາກັນ ແລະມັນກໍເຖິງເວລາແລ້ວທີ່ ຊາວປາ​ແລ​ສ​ຕາຍ​ນ໌
ຈະໄດ້ດໍາລົງຊີວິດຢູ່ຢ່າງມີກຽດແລະສັກສີ​ ຢູ່​ໃນ​ລັດ​ທີ່​ເສລີ​ແລະມີ​ອະທິປະ​ໄຕ​ຂອງ​ເຂົາ​ເຈົ້າເອງ.
ການເຈລະຈາເປັນເວລາ 2 ມື້ ໃນກຸງວໍຊິງຕັນຄັ້ງ​ນີ້ ແມ່ນເປັນການເຈລະຈາສັນຕິພາບ​ໂດຍ​ກົງ
ກັນຄັ້ງທໍາອິດ ໃນເກືອບຮອບ 3 ປີ.

Formal Mideast Peace Negotiations to Begin by Mid-August
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ
XS
SM
MD
LG