ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ​ພົບ​ປະກັບ ນາຍົກຢູ​ເຄຣນ ທີ່ ທຳນຽບຂາວ (ສະໄລດ໌/ວີ​ດີ​ໂອ)


Ukraine's PM Meets With Obama
please wait

No media source currently available

0:00 0:03:41 0:00

ວີ​ດີ​ໂອ ​ໂດຍ Zlatica Hoke

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຕ້ອນຮັບ
ນາຍົກລັດຖະມົນຕີຊົ່ວຄາວຂອງຢູ​ເຄຣນ​ທີ່​ທຳນຽບຂາວ​ໃນ
​ວັນ​ພຸດ​ມື້​ນີ້ ໃນຂະນະທີ່​ການ​ປະ​ເຊີນ​ໜ້າ​ກັນ​ກັບຣັດ​ເຊຍ
​ແລະ ກຸ່ມປະ​ເທດ​ຕາ​ເວັນ​ຕົກ ກ່ຽວ​ກັບເຂດ Crimea ຂອງ
ຢູເຄຣນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ນີ້ແມ່ນການ​ພົບ​ປະເທື່ອທຳອິດ ຂອງປະທານາທິບໍດີໂອບາມາ
​ກັບນາຍົກລັດຖະມົນຕີ Arseniy Yatsenyuk ແລະມີ
​ເປົ້າ​ໝາຍ​ເພື່ອເນັ້ນໜັກເຖິງການສະໜັບສະໜູນຂອງ
​ສະຫະລັດ ຕໍ່​ລັດຖະບານ​ໃໝ່ ​ແລະ​ປະຊາຊົນ​ຊາວ​ຢູ​ເຄຣນ.

ທ່ານ Yatsenyuk ​ແລະ ປະທານາທິບໍດີ​ ​ໂອ​ບາ​ມາ ຈະ​ໂອ້​ລົມ​ສົນທະນາ​ກັນ​ເລື່ອງ
ການ​ຊ່ອຍ​ເຫຼືອ​ທາງ​ດ້ານການເງິນ​ແກ່​ຢູ​ເຄຣນ ຊຶ່ງສະຫະລັດ​ໄດ້ຮັບປາກ​ໄປ​ແລ້ວ​ວ່າ
ຈະໃຫ້​ການຊ່ອຍ​ເຫຼືອ 1 ພັນ​ລ້ານ​ໂດ​ລ່າ​.



ການ​ເດີນທາງມາຢ້ຽມຢາມກຸງວໍຊິງຕັນ ​ຂອງ​ທ່ານ Yatsenyuk ມີ​ຂຶ້ນ​ໃນ​ຂະນະ​ທີ່​ເຂດ
​ Crimea ຊຶ່ງ​ມີ​ປະຊາຊົນສ່ວນ​ໃຫຍ່​ເປັນ​ຊາວຣັດ​ເຊຍອາ​ໄສ​ຢູ່​ນັ້ນ ​ພວມກະກຽມ​ການ
​ລົງ​ປະຊາ​ມະຕິທີ່ໄດ້​ມີ​ການ​ໜູນ​ຫຼັງ​ໂດຍ​ກຸງ​ມົສກູ ​ໃນ​ວັນ​ອາທິດ​ຈະ​ມາ​ນີ້ ​ເພື່ອ​ຮວມເຂົ້າກັນ
ກັບຣັດ​ເຊຍ.

​ໃນ​ຂະນະ​ດຽວ​ກັນ​ນີ້ ສະຫະລັດ ​ແມ່ນພວມສືບຕໍ່​ເອົາ​ບາດກ້າວ​ ຕ້ານ​ການເຄື່ອນໄຫວ
ທາງ​ທະຫານ​ຂອງຣັດ​ເຊຍເຂົ້າ​ໄປ​ໃນ​ເຂດ Crimea.​ ໃນວັນ​ອັງຄານ​ວານ​ນີ້ ສະພາ​ຕ່ຳ
ສະຫະ​ລັດ​ໄດ້​ລົງ​ມະຕິ 403 ຕໍ່ 6 ສຽງ ປະນາມຣັດ​ເຊຍ​ ທີ່​ໄດ້​ລະ​ເມີດ​ອະ​ທິປະ​ໄຕ​ຂອງ​
ຢູ​ເຄຣນ​ໃນ​ແຫຼມ Crimea. ​ມະຕິດັ່ງກ່າວນີ້ ຍັງ​ໄດ້​ຮຽກຮ້ອງ ​ໃຫ້​ສົ່ງຄະນະສັງເກດການ
ນາໆ​ຊາດ ໄປຍັງຂົງເຂດດັ່ງກ່າວ.

UKRAINE VOSOT
please wait
Embed

No media source currently available

0:00 0:01:35 0:00
XS
SM
MD
LG