ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ລະນຶກເຖິງ ພວກເສຍຊີວິດ ຢູ່ໂຮງຮຽນ ເມື່ອປີກາຍນີ້ (ສະໄລດ໌)


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຊ້​ຄໍາ
ປາ​ໄສ​ຕໍ່​ປະ​ເທດ​ຊາດ ປະ​ຈໍາ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້​
ນີ້
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຊ້​ຄໍາ ປາ​ໄສ​ຕໍ່​ປະ​ເທດ​ຊາດ ປະ​ຈໍາ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້​ ນີ້
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຊ້​ຄໍາ
ປາ​ໄສ​ຕໍ່​ປະ​ເທດ​ຊາດ ປະ​ຈໍາ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້​
ນີ້ ​ໃຫ້​ກຽດແກ່ ບັນດາ​ເດັກນ້ອຍ​ນັກຮຽນ 26 ຄົນ​ພ້ອມ​ດ້ວຍ​ນາຍ
ຄູ ຜູ້​ທີ່​ໄດ້​ຖືກ​ຍິງ​ຕາຍ ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ ​ໃນ​ເມືອງ Newtown
ທີ່​ລັດ Connecticut ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທ່ານ Obama ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ໃນ​ຖານະເປັນ​ພໍ່ແມ່ແລະ​
ຄົນ​ອາ​ເມຣິກັນນັ້ນ ຂ່າວ​ການ​ເສຍ​ຊີວິດ​ຂອງ​ນາ​ຍຄູ 6 ຄົນ ​ແລະ
​ເດັກນ້ອຍ​ນັກຮຽນ 20 ຄົນ ໄດ້ເຮັດ​ໃຫ້​ພວກ​ເຮົາ​ເຕັມ​ໄປ​ດ້ວຍ
​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຢ່າງ​ທີ່​ສຸດ. ທ່ານກ່າວ​ຕື່ມວ່າ ພາຍ​ໃຕ້​
ຄວາມ​ໂສກ​ເສົ້າ​ນັ້ນ ຊາວ​ອາ​ເມຣິກັນກໍ​ມີ​ຄວາມ​ຮູ້ສຶກ​ຕັ້ງ​ໃຈ​ຢ່າງ
ເດັດດ່ຽວວ່າ ໂສກ​ນາດ ຕະກໍ​າ​ແບບ​ນີ້ຕ້ອງໃຫ້ຍຸດຕິລົງ ​ແລະ​ເພື່ອເຮັດ​ໃຫ້​ມັນຍຸດຕິລົງນັ້ນ
ພວກ​ເຮົາ​ຕ້ອງ​ມີ​ການປ່ຽນ​ແປງ.


ຜູ້​ນໍາ​ສະຫະລັດກ່າວ​ເພີ້​ມຕື່ມວ່າ ​ແຕ່​ວ່າການ​ປ່ຽນ​ແປງໂຕ​ຈິງ​ນັ້ນຈະ​ບໍ່ ມາ​ຈາກກຸງ​ວໍ​ຊິງ​ຕັນ
​ແຕ່​ມາ​ຈາກປະຊາ​ຊົນ​ອາ​ເມຣິກັນ.

ທໍານຽບຂາວ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ປະທານາທິບໍດີ Obama ຈະ​ໃຫ້​ກຽດ​ແກ່​ຜູ້​ເສຍ​ຊີ
ວິດ​ຢູ່ໂຮງຮຽນ​ປະຖົມ Sandy Hook ​ນັ້ນ ໂດຍ​ການ​ຢືນ​ຢູ່​ໃນ​ຄວາມສະ​ງົບເປັນ​ເວລາ​ສັ້ນໆ
ໃນ​ວັນ​ເສົາ​ມື້​ນີ້ ​ເວລາ 9:30 ຕອນ​ເຊົ້າ ຕາມ​ເວລາໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

ເບິ່ງພາບສະໄລດ໌ກ່ຽວກັບໂສກນາດຕະກໍາ ທີ່ໂຮງຮຽນປະຖົມ Sandy Hook:
XS
SM
MD
LG