ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາລັງກະ
ກຽມ ທີ່ຈະກ່າວ ຄໍາປາໄສປະຈຳປີຕໍ່ສະພາແລະປະເທດຊາດ
ໃນຕອນແລງວັນອັງຄານມື້ນີ້ ເພື່ອຊອກຫາຊ່ອງທາງກູ້ຄືນສະ
ພາບຖອຍຫຼັງທາງດ້ານນິຕິບັນຢັດໃນປີກາຍນີ້ ແລະຄະແນນ
ນິຍົມຂອງຜູ້ມີສິດປ່ອນບັດທີ່ຕົກຕໍ່າລົງ ກ່ຽວກັບການປະຕິບັດ
ງານຂອງທ່ານ.
ປີກາຍນີ້ ລັດຖະສະພາ ໄດ້ເອົາຊະນະ ໃນຄວາມພະຍາຍາມ
ອອກກົດໝາຍໃໝ່ເພື່ອຄວບຄຸມປືນຂອງທ່ານ Obama ແລະ
ດັດແປງກົດໝາຍຄົນເຂົ້າເມືອງຂອງ ປະເທດ ທີ່ຕົກຢູ່ໃນ ສະ
ພາບບໍ່ໄປບໍ່ມານັ້ນ. ການສໍາຫລວດ ສະແດງໃຫ້ເຫັນວ່າ ຄະ
ແນນນິຍົມຂອງທ່ານແມ່ນຢູ່ໃນລະດັບກາຍ 40 ເປີເຊັນໜ້ອຍນຶ່ງ ຕົກລົງມາ ເລີ້ມແຕ່ການ
ປະຕິຮູບ ທີ່ປະສົບບັນຫາ ກ່ຽວກັບການປະກັນໄພສຸຂະພາບແຫ່ງຊາດ.
ຢູ່່ໃນຄໍາປາໄສຕໍ່ສະພາ ແລະ ປະເທດຊາດ ຂອງທ່ານ ບັນດາຜູ້ຊ່ວຍ ກ່າວວ່າ ທ່ານ
Obama ຈະເນັ້ນໜັກໃສ່ການຊອກຫາຊ່ອງທາງເພື່ອເຮັດໃຫ້ຄວາມບໍ່ສະ ເໝີພາບທາງ
ດ້ານເສດຖະກິດທີ່ມີຢູ່ຢ່າງກວ້າງຂວາງໃນສະຫະລັດນັ້ນ ແຄບລົງ ໂດຍຈະຮຽກຮ້ອງໃຫ້
ສ້າງຕັ້ງໂຄງການຕ່າງໆເພື່ອສົ່ງເສີມວຽກເຮັດງານທຳແລະ ຂຶ້ນເງິນເດືອນ ໃຫ້ແກ່ພວກ
ຄົນງານທີ່ມີລາຍໄດ້ຕໍ່າ.
ໂຄສົກຂອງທຳນຽບຂາວ ທ່ານ Jay Camay ກ່າວວ່າ ປະທານາທິບໍດີຈະເຮັດວຽກກັບ
ລັດຖະສະພາ ໃນບ່ອນໃດທີ່ທ່ານສາມາດເຮັດໄດ້ ເພື່ອຊຸກຍູ້ຄວາມຮັ່ງມີດ້ານເສດຖິດ
ຂອງຊົນຊັ້ນກາງ ແຕ່ຈະດຳເນີນການຕາມລຳພັງບ່ອນທີ່ທ່ານຮູ້ສຶກ ວ່າມີຄວາມຈໍາ
ເປັນນັ້ນ.
ເຮົາຈະມີການຖ່າຍທອດສົດ ຄໍາປາໄສຂອງ ປະທານາທິບໍດີ ໂອບາມາ ທາງ website
ຂອງເຮົາ ເຊີນທ່ານຕິດຕາມເບິ່ງ ແລະຟັງໄດ້ທີ່ lao.voanews.com ໃນເວລາ 9 ໂມງ
ເຊົ້າວັນພຸດ ມື້ອື່ນຕາມເວລາໃນເມືອງລາວ.