ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ພັກເດໂມແຄຣັດ ແລະຣີພັບບລິກັນ ຄວນນັ່ງລົມກັນ (ວີດີໂອ)


Obama
Obama
ປະທານາທິບໍດີ ສະຫະລັດ ທ່ານ Barrack Obama ກ່າວ​ວ່າ
ມີ​ຢູ່​ສາມດ້ານ​ທີ່​ທ່ານ​ເຊື່ອວ່າ ພັກເດໂມແຄຣັດ ແລະ ຣີພັບບລິ
ກັນ ​ສາມາດ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ ໂດຍ​ທັນ​ທີ.

​ໃນຄໍາ​ຖະ​ແຫລງ​ປະ​ຈໍາ​ສັບປະດາ ຄັ້ງ​ທໍາ​ອິດ​ຂອງ​ທ່ານ ນັບ​ຕັ້ງ​
ແຕ່​ການ​ປິດ​ໂຮງການ​ຂອງລັດ​ຖະບານລົງ​ເປັນ​ບາງສ່ວນ​ ​ໄດ້​ສີ້​ນ
ສຸດ​ລົງ ​ແລະໄພ​ຂົ່ມ​ຂູ່​ຂອງ​ການ​ທີ່​ຈະ​ບໍ່​ສາມາດ​ຊໍາລະ​ໜີ້​ຂອງ​
ຕົນ​ໄດ້​ຖືກຍັບ​ຢັ້ງ​ໄວ້ນັ້ນ ປະທານາທິບໍດີກ່າວ​ວ່າ ​ທັງ​ສອງ​ພັກ
“ຄວນ​ທີ່​ຈະນັ່ງ​ລົງ ​ແລະ​ສະ​ແຫວ​ງຫາ​ທ່າ​ທີ​ທີ່​ກໍ້າ​ເກິ່ງ​ກັນ ຕໍ່​ການ
ຮັບ​ຜ່ານ​ຮ່າງງົບປະມານ ທີ່​ມີຄວາມ​ຮັບຜິດຊອບ” ທີ່​ເຮັດ​ໃຫ້​
ເສດຖະກິດ​ເຕີບໂຕ​ໄວ​ຂື້ນ ​ແລະ​ລຸດຜ່ອນ​ການ​ໃຊ້​ຈ່າຍທີ່​ເຮັດ
​ໃຫ້​ມີ​ການຂາດ​ດຸນ​ນັ້ນ​ລົງ​.”

ທ່ານ Obama ກ່າວ​ວ່າ ​ອີກ​ດ້ານນຶ່ງທີ່​ທັງ​ສອງ​ພັກ ສາມາດ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້ນັ້ນ​
ກໍ​ຄື​ເຮັດ​ໃຫ້​ສໍາ​ເລັດ​ ວຽກ​ງານການ​ແກ້​ໄຂ “ລະບົບ​ຄົນ​ເຂົ້າ​ເມືອງ​ທີ່ເພພັງ" ຂອງ​ປະ​ເທດ
ຊຶ່ງທ່ານກ່າວ​ວ່າ ສະພາ​ສູງກໍໄດ້​ຜ່ານ​ຮ່າງ​ກົດໝາຍ ທີ່​ໄດ້​ຮັບການ​ສະໜັບສະໜູນ​ຢ່າງ​
ແຮງກ້າ​ທັງ​ສອງ​ກໍ້າສອງ​ຝ່າຍ​ແລ້ວແລະ​ບັດ​ນີ້ ເຖິງ​ເວລາ​ແລ້ວ ​ທີ່ຜູ້ແທນສະພາຕໍ່າ ຈະ​
ຕ້ອງເຮັດແບບ​ດຽວ​ກັນ.



ປະທານາທິບໍດີ ກ່າວ​ວ່າ ​ດ້ານ​ທີ່​ສາມທີ່​ເຂົາ​ເຈົ້າ​ຄວນ​ທີ່​ຈະ​ທໍາ​ຄວາມ​ກ້າວໜ້າໄດ້ນັ້ນ
ກໍ​ຄື​ຮັບຜ່ານ​ຮ່າງ​ກົດໝາຍ​ດ້ານການ​ກະ​ເສດ “ທີ່​ປົກ​ປ້ອງ​ບັນດາ​ເດັກນ້ອຍ​ແລະ​ຜູ້​ໃຫຍ່
ທີ່ຕົກ​ຢູ່​ໃນ ສະພາບ​ອ່ອນ​ແອນັ້ນ ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ຕ້ອງການ” ແລະ​ເອື້​ອອໍານວຍໃຫ້
ປະຊາ​ຄົມຢູ່​ຊົນນະບົດ ​ໄດ້​ມີ​ໂອກາດ​ເຕີບ​ໂຕ.

​ໃນ​ຄໍາ​ຖ​ະແຫລ​ງຕອບຂອງ​ພັກຣີພັບບລິກັນ ລັດຖະມົນຕີ ກະຊວງ​ຍຸຕິ​ທໍາຂອງລັດເວີຈີ​
ເນຍ ທ່ານ Ken Cuccinelli ກ່າວ​ວ່າ ກົດໝາຍ​ສຸຂະພາບ ທ່ານ Obama ​ເປັນ​ການ
ໝິ່ນ​ປະໝາດຕໍ່ ບັນດາ​ສິດເສລີພາບຕ່າງໆ ທີ່​ເປັນ​ພຶ້ນຖານ​ຮອງຮັບ ການ​ສ້າງ​ຕັ້ງ​ປະ
ເທດຊາດນີ້​ຂຶ້ນ​ມາ. ທ່ານ Cuccinelli ຜູ້​ທີ່​ກໍາລັງ​ແຂ່ງຂັນ​ຈະ​ເປັນຜູ້​ປົກຄອງ​ລັດ​ເວີ​ຈີ
ເນຍ ກ່າວອີກ​ວ່າ ກົດໝາຍດັ່ງກ່າວ ​ແມ່ນ​ເປັນ​ການ​ກ້າວ​ກ່າຍ​ຂອງລັດຖະບານ​ກາງ ​ແລະ​ໄດ້​ເປັນຄວາມ​ອັບ​ອາຍ​ຂາຍໜ້າ​ແກ່​ປະ​ເທດຊາດ.

XS
SM
MD
LG