ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຂົ້າຮ່ວມ ການໂຈມຕີລີເບຍ ເພື່ອຍຸດຕິການສັງຫານໝູ່


ປະທານາທິບໍດີໂອບາມາ ເນ້ນເຖິງເຫດຜົນຂອງສະຫະລັດເຂົ້າຣ່ວມ
ການໂຈມຕີຂອງຝ່າຍຕາເວັນຕົກໃນລີເບຍ ວັນທີ 28 ມີນາ 2011
ປະທານາທິບໍດີໂອບາມາ ເນ້ນເຖິງເຫດຜົນຂອງສະຫະລັດເຂົ້າຣ່ວມ ການໂຈມຕີຂອງຝ່າຍຕາເວັນຕົກໃນລີເບຍ ວັນທີ 28 ມີນາ 2011


















ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ວ່າ ສະຫະລັດ​ໄດ້ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ທາງ​ທະຫານ​ຂອງ​ພວກ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ​ເພື່ອ​ຢຸດ​ການ​ສັງຫານ​ໝູ່​ປະຊາຊົນ ແລະ​ຍຸດຕິ​ການ​ປາບ​ປາມ​ປະຊາຊົນ​ລີ​ເບຍຢ່າງ​ໂຫດ​ຫ້ຽມນັ້ນ.

ໃນ​ຄໍາ​ປາ​ໄສ​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ໄປ​ຍັງ​ທົ່ວ​ປະ​ເທດ​ໃນແລງ​ວັນຈັນ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ກ່າວ​ວ່າ ສະຫະລັດ​ຕ້ອງ​ທໍາ​ການ​ເຄື່ອນ​ໄຫວ​ເວລາ​ໃດຜົນ​ປະ​ໂຫຍ​ດ​ແລະ​ຄ່າ​ນິຍົມ​ຂອງ​ຕົນ​ຖືກ​ຂົ່ມຂູ່.

ປະທານາທິບໍດີ​ຄາດ​ວ່າ ຈະ​ເນ້ນ​ໜັກ​ເຖິງ​ເຫດຜົນ​ຂອງ​ທ່ານ​ສໍາລັບ​ການປະກອບສ່ວນ​ຂອງ​
ສະຫະລັດ​ໃນ​ຄວາມ​ພະຍາຍາມ​ທາງ​ທະຫານ​ໃນ​ການ​ໃຫ້​ສໍາພາດ​ກັບ​ພວກ​ຕາໜ່າງ​ໂທລະ
ພາບ​ໃຫຍ່​ທັງ​ ​3 ຊ່ອງ​ຂອງສະຫະລັດ​ໃນ​ວັນ​ອັງຄານ​ມື້​ນີ້.

ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ບໍ່​ມີ​ຄໍາ​ຖາມໃດໆ​ວ່າ ລີເບຍ​ແລະ​ໂລກ​ທັງ​ປວງ​ຈະ​ດີ​ຂຶ້ນ​ຖ້າ​ທ່ານ​ກາດ​ດາ​ຟີ​ຕົກ​ຈາກ​ອໍານາດ​ໄປ. ​ແຕ່​ທ່ານກ່າວ​ຕໍ່​ໄປວ່າ ການ​ຂະຫຍາຍ​ການ​ປະຕິບັດງານ​ທາງທະຫານ ທີ່​ໄດ້​ຮັບ​ອະນຸມັດ​ຈາກ​ສະຫະ​ປະຊາ​ຊາດ​ອອກ​ໄປ​ຕື່ມອີກ ​ທີ່ຮວມທັງ​ການ​ປ່ຽນ​ແປງ​ອໍານາດ​ປົກຄອງ​ໃນ​ລີ​ເບຍ​ຈະ​ເປັນຄວາມ​ຜິດພາດ.

ຄໍາ​ປາ​ໄສ​ຂອງ​ທ່ານ​ໂອ​ບາ​ມາ​ນີ້​ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ແກ້​ບັນຫາ​ຄວາມເປັນ​ຫ່ວງ​ຕ່າງໆ​ຂອງ​
ພວກ​ສະມາຊິກ​ລັດຖະສະພາ​ສະຫະລັດ​ແລະ​ໃນ​ແຫ່ງ​ອື່ນໆ​ທີ່​ໄດ້​ຕໍາ​ໜິຕິຕຽນ​ທ່ານ​ໂອ​ບາ​ມາ​ວ່າ
ບໍ່​ໄດ້​ໃຫ້ຄວາມຈະ​ແຈ້ງ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ສະຫະລັດ​ກ່ອນ​ຈະ​ເອົາກໍາລັງຂອງ​ສະຫະລັດ
ເຂົ້າ​ໄປ​ພົວພັນ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ເຂດຫ້າມ​ບິນ
ເໜືອ​ລີ​ເບຍ​ນັ້ນ.

XS
SM
MD
LG