ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ຢ້ຽມຢາມ ເມັກຊິໂກ ແລະ ຄອສຕາຣິກ້າ (ວີດິໂອ)


Washington Week: Obama Trip to Mexico Keeps Focus on Immigration Reform
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ

ການເດີນທາງໄປຍັງ Mexico ຂອງປະທານາທິບໍດີ ໂອບາມາ ແມ່ນສືບຕໍ່ ເພັ່ງເລັງໃສ່ການປະຕິຮູບ ດ້ານຄົນເຂົ້າເມືອງສະຫະລັດ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເດີນທາງໄປຍັງ
Mexico ໃນວັນພະຫັດມື້ນີ້ ຊຶ່ງເປັນບ່ອນຢຸດແວ່ທໍາອິດ ໃນການ
ເດີນທາງເພື່ອເສີມຂະຫຍາຍສາຍສໍາພັນທາງການຄ້າ ແລະສົນທະ
ນາເລື້ອງການປະຕິຮູບກ່ຽວ​ກັບ ລະບົບຄົນເຂົ້າເມືອງຂອງ​ສະຫະລັດ, ການຂົ່ມຂູ່ດ້ານຄວາມປອດໄພ ແລະຂະບວນການຄ້າຢາເສບຕິດ.
ທ່ານໂອບາມາ ຈະພົບກັບປະທານາທິບໍດີຄົນໃໝ່ຂອງ Mexico
ທ່ານ Enrique Pena Nieto ເພື່ອທໍາການເຈລະຈາທີ່ຈະເນັ້ນ
ໃສ່ການຂະຫຍາຍ ສາຍພົວພັນທາງການຄ້າລະຫວ່າງສະຫະລັດ
ແລະ Mexico.

ທ່ານໂອບາມາເວົ້າວ່າ:
“ຈຸດເພັ່ງເລັງສ່ວນໃຫຍ່ຈະເນັ້ນໃສ່ດ້ານເສດຖະກິດ. ພວກເຮົາໄດ້ໃຊ້ເວລາສົນ ທະນາບັນຫາການຮັກສາຄວາມປອດໄພລະຫວ່າງສະຫະລັດ ແລະ Mexico ຢ່າງຫລວງຫລາຍ ຊຶ່ງບາງຄັ້ງຂ້າພະເຈົ້າກໍຄິດວ່າ ພວກເຮົາລືມໄປວ່າ ປະເທດນີ້
ແມ່ນເປັນພາຄີດ້ານການຄ້າ ທີ່ຮັບຜິດຊອບມູນຄ່າການຄ້າ ແລະວຽກເຮັດງານ
ທໍາ ໃນຈໍານວນມະຫາສານ ຢູ່ທັງສອງຟາກຂອງຊາຍແດນ. ພວກເຮົາຢາກຈະ
ເຫັນວ່າ ພວກເຮົາສາມາດເຮັດໃຫ້ສາຍສໍາພັນນັ້ນ ເລິກເຊິ່ງ ຂຶ້ນໄດ້ແນວໃດ, ພວກເຮົາສາມາດປັບປຸງ ແລະຮັກສາການສົນທະນາດ້ານ ເສດຖະກິດໄລຍະ
ຍາວນັ້ນ ໄດ້ແນວໃດ.”


ທໍານຽບຂາວກ່າວວ່າ ການພົວພັນດ້ານການຮັກສາຄວາມປອດໄພ ຍັງຄົງເປັນປະເດັນສໍາ
ຄັນ ຊຶ່ງລວມທັງ ການດໍາເນີນຄວາມພະຍາຍາມໃນການຕໍ່ຕ້ານກັບກຸ່ມຄ້າຢາເສບຕິດຂ້າມ
ຊາດ. ທ່ານໂອບາມາເວົ້າວ່າ ສະຫະລັດ ແລະ Mexico ໄດ້ປັບປຸງການຮ່ວມມືກັນ ໃນຊຸມ
ປີໝໍ່ໆມານີ້ ແຕ່ວ່າ ການຮ່ວມມືດັ່ງກ່າວ ສາມາດປັບປຸງໃຫ້ດີຂຶ້ນກວ່າເກົ່າໄດ້ອີກ.

ມີຄົນເຊື້ອສາຍ Mexico ຫລາຍກວ່າ 30 ລ້ານຄົນ ອາໄສຢູ່ໃນສະຫະລັດ ແລະທໍານຽບ
ຂາວ ຍັງໄດ້ເນັ້ນເຖິງການພົວພັນທາງວັດທະນາທໍາ ກັບ​ເມັກ​ຊິ ​ໂກ​ຊຶ່ງ​ເປັນເພື່ອນບ້ານ
ທີ່ຢູ່ທາງໃຕ້ອີກດ້ວຍ. ທ່ານໂອບາມາ ມີກໍານົດທີ່ຈະ ກ່າວຄໍາປາໄສທີ່ຫໍພິພິດທະພັນ
ດ້ານມະນຸດສາດແຫ່ງຊາດໃນນະຄອນຫລວງ Mexico City ໃນວັນສຸກມື້ອື່ນ ກ່ອນຈະ
ອອກເດີນທາງໄປຍັງ Costa Rica.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG