ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂອບາມາ ຢ້ຽມຢາມບຣາຊີລ


ປະທານາທິບໍດີ Dilma Rousseff ແຫ່ງບຣາຊີລ ຄົນກາງ ແລະ ປະທານາທິບໍດີ ບາຣັກໂອບາມາ ຢູ່ຂ້າງຂວາ ວັນທີ 20 ມີນາ 2011
ປະທານາທິບໍດີ Dilma Rousseff ແຫ່ງບຣາຊີລ ຄົນກາງ ແລະ ປະທານາທິບໍດີ ບາຣັກໂອບາມາ ຢູ່ຂ້າງຂວາ ວັນທີ 20 ມີນາ 2011

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ​ ໄດ້​ພົບ​ປະ​ກັບທ່ານ​ນາງ Dilma Rousseff ຄູ່​ຕໍາ​ແໜ່​ງ​ຂອງ​ທ່ານ​ທີ່ Brazil ຢູ່ນະຄອນຫລວງ Brasilia ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ຮ່ວມມືກັນ​ທາງ​ດ້ານ​ເສດຖະກິດ.

ການ​ຢ້ຽມຢາມ Brazil ​ໃນ​ວັນ​ເສົາ​ວານ​ນີ້​ ຊຶ່ງເປັນບ່ອນ​ຢຸ​ດ​ແວ່​ແຫ່ງ​ທໍາ​ອິດ​ຂອງ​ທ່ານ​ໂອ​ບາ​ມາໃນ​ການເຄື່ອນ​ໄຫວ​ຢ້ຽມຢາມ 3 ປະ​ເທດໃນຂົງເຂດອາ​ເມຣິກາ​ລາ​ຕິນ ເປັນ​ເວລາ 5 ມື້​ ​ໄດ້ມີ​ຂຶ້ນ​ໃນ​ທ່າມກາງ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຂອງ​ນາໆ​ຊາດ​ ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ຍັບ​ຍັ້ງ​ຂັດຂວາງການ​ໂຈມ​ຕີ​ຂອງ​ຜູ້​ນໍາ​ລີ​ເບຍ​ ທ່ານ Moammar Gadhafi ຕໍ່​ພວກ​ກະບົດ​ທີ່ຕໍ່ຕ້ານ​ລັດ​ຖະບານ​ຂອງ​ທ່ານ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ແລະ​ປະທານາທິບໍ
ດີ​ທີ່​ຫາ​ກໍ​ຖືກເລືອກ​ຕັ້ງ​ໃໝ່​ຂອງ Brazil ​ເຊື່ອ​ວ່າ ການ​ຢ້ຽມ
ຢາມ​ຄັ້ງ​ນີ້​ເປັນ​ໂອກາດ​ຄັ້ງ​ປະວັດ​ສາດ​ເພື່ອ​ນໍາ​ພາປະ​ເທດ​ຂອງ​ພວກ​ທ່ານ​ ຊຶ່ງ​ເປັນສອງ​ປະເທດ​ປະຊາທິປະ​ໄຕໃຫຍ່​ທີ່​ສຸດ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ ​ເຂົ້າ​ສູ່​ເສ້ນ​ທາງ​ທີ່ ນໍາ​ໄປ​ສູ່ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ. ສ່ວນທ່ານ​ນາງປະທານາທິບໍດີ Rousseff ​ນັ້ນ ໄດ້ຮຽກຮ້ອງໃຫ້​ມີ​ຄວາມ​ກໍ້າ​ເກິ່ງ​ກັນ​ຫລາຍ​ຂຶ້ນ​ໃນ​ສາຍ​ພົວພັນ​ດ້ານ​ການ​ຄ້າລະຫວ່າງ​ກັນ ​ແລະ​ໃຫ້​ມີ​ການ​ດໍາ​ເນີນຄວາມພະຍາຍາມຮ່ວມ​ກັນ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ​ແລະການ​ຄົ້ນຄວ້າ.

ທໍານຽບຂາວ​ກ່າວ​ວ່າ ຜູ້​ນໍາ​ທັງ​ສອງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ຂໍ້​ຕົກລົງ​ຫລາຍ​ສະບັບ​ທີ່​ໄດ້​ບັນລຸ​ກັນ ອັນຮວມທັງ​ການ​ຮ່ວມ​ມື​ດ້ານ​ການຄ້າ​ແລະ​ເສດຖະກິດແລະ​ການ​ຂົນ​ສົ່ງ​ທາງ​ອາກາດ​ນັ້ນ.

XS
SM
MD
LG