ຈົດຫມາຍອວຍພອນວັນຊາດ ຈາກປະທານາທິບໍດີ ບາຣັກ
ໂອບາມາເຖິງປະທານປະເທດແຫ່ງ ສາທາລະນະລັດ ປະຊາ
ທິປະໄຕ ປະຊາຊົນລາວ ພະນະທ່ານ ຈູມມະລີ ໄຊຍະສອນ.
ຮຽນທ່ານປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ເນື່ອງ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວນີ້ “ຂ້າພະເຈົ້າຂໍສະແດງຄວາມ
ຍິນດີແດ່ທ່ານ ແລະປະຊາຊົນລາວທັງຊາດໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ
ຢ່າງເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ. ໃນໄລຍະຫນຶ່ງປີທີ່ຜ່ານມາ, ການຮ່ວມ
ມືລະຫວ່າງສອງຊາດເຮົາ ໄດ້ນັບມື້ນັບເພີ່ມທະວີຂຶ້ນ.ພວກເຮົາຈະຮ່ວມມືກ້າວໄປນຳກັນ ບໍ່ວ່າຈະເປັນໃນດ້ານຂະແໜງການສາທາລະນະສຸກ, ໂພສະນາການ, ການສຶກສາ ແລະ ອື່ນໆເພື່ອຮັບປະກັນອານະຄົດທີ່ສົດໃສຂອງປະຊາຊົນຂອງພວກເຮົາ. ຂ້າພະເຈົ້າ
ຫວັງຢ່າງຍິ່ງວ່າ ຈະມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີໜ້າເຊິ່ງຂ້າພະເຈົ້າໝັ້ນໃຈວ່າຈະເປັນກອງປະຊຸມສຸດຍອດອາຊຽນທີ່ໄດ້ຮັບຜົນ
ສຳເລັດ ແລະ ມີປະສິດທິຜົນ ແລະ ກໍຈະເປັນອີກໂອກາດດີອັນຫນຶ່ງເພື່ອທີ່ຈະເສີມຂະ
ຫຍາຍສາຍພົວພັນທາງການທູດລະຫວ່າງສອງຊາດ ລາວ - ອາເມຣິກາ.
ຂ້າພະເຈົ້າ ໃນນາມຕາງໜ້າຂອງປະຊາຊົນຊາວອາເມຣິກາ ຂໍອວຍໄຊໃຫ້ພອນ ແດ່
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ
ແລະ ສິ່ງທີ່ດີດີ ໃນຊຸມປີຂ້າງໜ້າ.”
Dear Mr. President:
On the occasion of the 40th anniversary of the establishment of the Lao People's Democratic Republic, I want to extend my best wishes to you and to your people for a joyous and safe celebration on December 2. During the
past year, cooperation between our two countries has increased and become more dynamic than ever before. In the areas of health, nutrition, and education, among others, we are making great strides together toward securing a better future for our peoples. I am very much looking forward to visiting Laos next year for what I know will be a successful and productive ASEAN summit and another occasion to further advance our bilateral relationship.
On behalf of the people of the United States, I wish the Lao People's Democratic Republic a happy anniversary and all the best in the coming year.
Sincerely,
Barack Obama