ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ​​​ບໍ່ໝັ້ນໃຈ ທີ່​ຣັດເຊຍ ຈະສາມາດຍຸຕິສົງຄາມກາງເມືອງໃນຊີເຣຍ


ເຮຶອບິນຖີ້ມລະເບີດ ຣັດເຊຍ Sukhoi Su-24 ກຳລັງຂຶ້ນ ຈາກເດິ່ນບິນທະຫານທີ່ Hmeimim ທີ່ຊີເຣຍ.
ເຮຶອບິນຖີ້ມລະເບີດ ຣັດເຊຍ Sukhoi Su-24 ກຳລັງຂຶ້ນ ຈາກເດິ່ນບິນທະຫານທີ່ Hmeimim ທີ່ຊີເຣຍ.

ປະທານາທິບໍດີ​ Barack Obama ​ໄດ້​ມີ​ຄວາມຄວາມ​ສົງ​ໄສ​ຢ່າງແຮງ​ທີ່ວ່າ ສະຫະລັດ​ ຈະສາມາດ​ເຊື່ອ ຣັດ​ເຊຍ ​ໄດ້ຫຼື​ບໍ່ ທີ່ວ່າ ຈະ​ເປັນ​ຄູ່ຕຳ​ແໜ່​ງທີ່​ຈະ​ຍຸຕິ​ສົງຄາມ​ກາງ​ເມືອງ​ໃນຊີ​ເຣ​ຍ ນັ້ນ.

“ຂ້າພະ​ເຈົ້າ​ບໍ່​ໝັ້ນໃຈທີ່ວ່າ ​ພວກເຮົາ​ສາມ​າດ​ໄວ້​ວາງ​ໃຈຣັດ​ເຊຍ ​ແລະ ທ່ານ Vladimir Putin ​ໃນອັນທີ່​ ພວກ​ເຮົາຕ້ອງ​ໄດ້​ທົດ​ສອບ ຫລື​ບໍ່ ວ່າ​ພວກ​ເຮົາ​ສາມາດ​ຢຸດ​ຍິງຈາກ​ການເປັນ​ປໍ​ລະ​ປັກ​ກັນ ​ຢ່າງ​ແທ້​ຈິງ” ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່ທຳນຽບຫ້າ​ແຈ​ ໃນ​ວັນ​ພະຫັດ​ວານ​ນີ້​ຫລັງ​ຈາກ​ໄດ້​ພົບ​ປະ​ກັບ ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ທ່ານ ​ເພື່ອໂອ້​ລົມສົນທະນາກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານກຸ່ມ​ລັດ​ອິສລາມ.

ປະທານາທິບໍດີ​ກ່າວ​ວ່າ ຣັດ​ເຊຍ​ອາດ​ບໍ່​ສາມາດ​ຊ່ວຍ​ໃນ​ການ​ຍຸຕິ​ຄວາມ​ຮຸ​ນແຮງລົງ "​ເປັນ​ເພາະວ່າພວກ​ເຂົາ​ເຈົ້າ​ບໍ່​ຕ້ອງການ ຫລືເພາະວ່າພວກ​ເຂົາ​ເຈົ້າ​ບໍ່​ມີ​ອິດ​ທິພົນ​ພຽງພໍ ກັບປະ ທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad

ປະ​ທ່າ​ນາ​ທິບໍດີ Obama ກ່າວ​ວ່າ “ນັ້ນ​ເປັນ​ສິ່ງ​ທີ່ພວກ​ເຮົາ​ຈະ​ທົດ​ສອບ ພວກ​ເຮົາ​ເຂົ້າ​ໄປອີກ ​ທີ່ປາດ​ສະ​ຈາກ​ການປິດ​ບັງ​ກີດ​ກັນ​ໃດໆ.

ລັດຖະບານ​ຊີ​ເຣຍ ​ແລະ​ພັນທະ​ມິດຣັດ​ເຊຍ ກຳລັງ​ຕໍ່ສູ້​ກັບ​ພວກ​ຕໍ່ຕ້ານ​ລັດຖະບານ ທີ່​ຄວບ ​ຄຸ​ມຂົງ​ເຂດ​ຢູ່​ໃນ​ ​ແລະ​ນອກ​ເມືອ​ງ Aleppo ​ໃນ​ອັນ​ທີ່​ພວກ​ສັງ​ເກ​ດການ​ອ​ະທິ​ບາຍ​ວ່າ ​ເປັນ​ການ​ສູ້​ລົບ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ຫລາຍເດືອນ. ການ​ສູ້​ລົບ​ໄດ້​ແຜ່​ລາມ​ມາ​ເປັນ​ເວລາ​ກວ່າສອງ​ເດືອນ ​ແລະ​ບັນດາ​ຜູ້​ສັງ​ເກດ​ການ​ຈາກອົງການສິ້ງ​ຊອມ​ສິດ​ທິມະນຸດ​ໃນຊີ​ເຣຍ ລາຍ​ງານ​ວ່າ ມີ ຢ່າງ​ໜ້ອຍ 6,000 ຄົນ​ໄດ້ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ໃນ ຮອບ 80 ມື້ ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG