ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ກ່າວເນ້ນເຖິງ ຄວາມຈຳເປັນ ໃນການຮັບມື ກັບໄພຫວ່າງງານ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ຍົກມືໃຫ້ພວກສະໜັບສະໜຸນ ໃນລະຫວ່າງການກ່າວຄຳປາໄສ ເນື່ອງໃນໂອກາດວັນແຮງງານ ຂອງສະຫະລັດ ທີ່ສູນກາງ Renaissance ໃນນະຄອນ Detroit (5 ກັນຍາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ຍົກມືໃຫ້ພວກສະໜັບສະໜຸນ ໃນລະຫວ່າງການກ່າວຄຳປາໄສ ເນື່ອງໃນໂອກາດວັນແຮງງານ ຂອງສະຫະລັດ ທີ່ສູນກາງ Renaissance ໃນນະຄອນ Detroit (5 ກັນຍາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ​ແກ້​ໄຂບັນຫາການຫວ່າງ ງານຂອງຊາວອະເມຣິກັນ ຄວນເຮັດໃຫ້ເປັນພາກສ່ວນນຶ່ງຂອງແຜນການໃນຂອບເຂດທີ່ ກວ້າງຂວາງ ເພື່ອເສີມຂະຫຍາຍເສດຖະກິດ ທີ່ອ່ອນແອຂອງສະຫະລັດ. Michael Bowman ຜູ້ສື່ຂ່າວຂອງ VOA ລາຍງານວ່າ ປະທານາທິບໍດີສະຫະລັດໄດ້ກ່າວ​ເຊ່ນ​ນັ້ນ ໃນ​ຄໍາ​ປາ​ໄສ​ເນື່ອງ​ໃນວັນແຮງງານ ຊຶ່ງເປັນວັນພັກຂອງສະຫະລັດໃນມື້ວັນຈັນຜ່ານ​ມານີ້ ທີ່ ເມືອງ Detroit ລັດ Michigan ຊຶ່ງເປັນນຶ່ງໃນບັນດາຫົວເມືອງ ທີ່ມີເສດຖະກິດຕົກຕໍ່າ ຮ້າຍແຮງສຸດ ຢູ່ໃນສະຫະລັດ.

ໃນຂະນະທີ່ເສດຖະກິດຂອງສະຫະລັດພວມມີການຂະຫຍາຍໂຕຢ່າງ​ຝືດ​ເຄືອງແລະອັດຕາຄົນ
ຫວ່າງງານກໍສູງຫຼາຍນັ້ນ ປະທານາທິບໍດີບາຣັກໂອບາມາ ໄດ້ຮັບຮູ້ເຖິງສະພາບທີ່ຈະແຈ້ງດັ່ງ
ກ່າວ.

ປະທານາທິບໍດີໂອບາມາກ່າວວ່າ “ມັນເປັນຊ່ວງ​ເວລາທີ່ຍຸ່ງຍາກຫຼາຍ ສຳລັບຊາວອະ
ເມຣິກັນທີ່ເຮັດວຽກເຮັດການ. ມັນຍິ່ງຍຸ່ງຍາກຂຶ້ນຕື່ມ ສຳລັບຊາວອະມິກັນ ທີ່ຊອກ
ຫາວຽກເຮັດງານທຳ ແລະພວກເຂົາເຈົ້າຫຼາຍໆຄົນ ໄດ້ຊອກຫາວຽກການເຮັດມາ
ດົນນານແລ້ວ.”

ລັດ Michigan ຊຶ່ງຄັ້ງນຶ່ງເຄີຍເປັນສູນກາງຜະລິດລົດທີ່ໃຫຍ່ທີ່​ສຸດໃນໂລກນັ້ນໄດ້ປະສົບພົບ
ເຫັນອຸສາຫະກຳຫຼາຍຮ້ອຍຊະນິດ ຫຼຸດຂະໜາດລົງຫຼືບໍ່ກໍຫາຍສາບສູນໄປເລີຍ ແລະໃນປັດຈຸ
ບັນນີ້ມີອັດຕາຄົນຫວ່າງງານ 10.9% ເກືອບ 2% ສູງກວ່າລະດັບຄົນຫວ່າງງານສະເລ່ຍໃນ
ທົ່ວປະເທດ. ທີ່ນະຄອນ Detroit ອັດຕາຄົນຫວ່າງງານແມ່ນຢູ່ໃນລະຫວ່າງ 20 ຫາ 30%
ໃນໄລຍະສອງສາມ ປີຜ່ານມານີ້.

ປະທານາທິບໍດີໂອບາມາກ່າວວ່າ ສະຫະລັດອາດສາມາດມີອະນາຄົດທາງດ້ານເສດຖະກິດທີ່
ດີຂຶ້ນຖ້າຫາກສາມາດວ່າຈ້າງພວກຄົນງານເຂົ້າເຮັດວຽກໃນໂຄງການຕ່າງໆກ່ຽວກັບໂຄງລ່າງ
ພື້ນຖານ.

ທ່ານໂອບາມາເວົ້າວ່າ “ພວກເຮົາມີຖະໜົນຫົນທາງແລະຂົວໃນທົ່ວປະເທດທີ່ ຢູ່​ໃນ​
ສະພາບ​ທີ່​ຕ້ອງການການບູລະນະສ້າງສາ. ພ້ອມເຮົາມີບໍລິສັດເອກກະຊົນ ພ້ອມ
ທັງອຸບປະກອນ ແລະກຳລັງແຮງງານສຳລັບການກໍ່ສ້າງ. ພວກເຮົາມີຄົນງານກໍ່ ສ້າງທີ່ຫວ່າງງານຫຼາຍກວ່າ 1 ລ້ານຄົນ ທີ່ພ້ອມແລ້ວຈະເຂົ້າເຮັດວຽກເຮັດການ
ໃນເວລານີ້. ພວກເຮົາມີວຽກການທີ່ຈະຕ້ອງໄດ້ເຮັດແລະກໍມີພວກຄົນງານທີ່ພ້ອມ ແລ້ວທີ່ຈະລົງມືເຮັດວຽກເຫຼົ່ານີ້.”

ປະທານາທິບໍດີໂອບາມາໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ “ເຂົ້າຮ່ວມ” ໃນໂຄງການ
ສ້າງວຽກເຮັດງານທຳກ່ຽວກັບດ້ານໂຄງລ່າງພື້ນຖານ.

ໃນວັນພະຫັດມື້ອື່ນນີ້ ປະທານາທິບໍດີໂອບາມາຈະໄດ້ກ່າວຖະແຫຼງ ກ່ຽວກັບແຜນການເສດ
ຖະກິດຂອງທ່ານ ຕໍ່ກອງປະຊຸມຄົບຄະນະ ຂອງລັດຖະສະພາສະຫະລັດ. ເຖິງແມ່ນວ່າທຳ
ນຽບຂາວ ບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍລ່ວງໜ້າກໍຕາມ ແຕ່ກໍຄາດວ່າ ຂໍ້ສະເໜີຂອງທ່ານ
ໂອບາມາ ຈະຮວມທັງ ການກະຕຸກຊຸກຍູ້ຂອງລັດຖະບານກາງ ໃຫ້ມີການສ້າງວຽກເຮັດງານ
ທຳໃນຈຳນວນທີ່ສຳຄັນ ຢູ່​ໃນສະຫະລັດ.

ຜູ້ປົກຄອງລັດເທັກຊັສ ທ່ານ Rick Perry
ຜູ້ປົກຄອງລັດເທັກຊັສ ທ່ານ Rick Perry

ສ່ວນບັນດາສະມາຊິກ ຂອງພັກ
ຣີພັບບລີກັນ​ແມ່ນໄດ້ພາກັນສະ
ແດງ​ການຄັດຄ້ານ​ອອກ​ມາແລ້ວ
ຕໍ່ຂໍ້ລິເລີ່ມ ກ່ຽວກັບ ການສ້າງ
ວຽກເຮັດງານທຳ ທີ່ລັດຖະບານ
ໄດ້ແນະນຳດັ່ງກ່າວ. ທ່ານ Rick
Perry ຜູ້ປົກຄອງລັດເທັກຊັສທີ່
ພວມຊອກຫາຊ່ອງທາງ ເພື່ອໃຫ້
ໄດ້ຮັບການແຕ່ງຕັ້ງເປັນຜູ້ສະມັກ
ເລືອກ​ຕັ້ງປະທານາທິບໍດີຂອງພັກ
ຣີພັບບລີກັນ​ແຂ່ງ​ກັບປະທານາທິ
ບໍດີໂອບາມາ ໃນປີ 2012 ນັ້ນ
ໄດ້ ກ່າວຕໍ່ພວກສະໜັບສະໜຸນ
ທ່ານ ທີ່ລັດ South Carolina
ວ່າ ກະແຈສຳຄັນ ທີ່ເຮັດໃຫ້ລັດ
ເທັກຊັສມີອັດຕາຄົນຫວ່າງງານຂ້ອນຂ້າງຕໍ່ານັ້ນ ກໍ​ຄື​ພາກສ່ວນເອກກະຊົນທີ່ຈະເລີນງອກງາມ
ແລະລັດຖະບານລັດທີ່ບໍ່ຄວບ​ຄຸມ​ຫລື​ເຂົ້າ​ແຊກ​ແຊງ​ຫລາຍ​ເກີນ​ໄປນັ້ນ.

ຜູ້ປົກຄອງລັດ Perry ເວົ້າວ່າ “ພວກເຮົາຈຳເປັນ ຕ້ອງໄດ້ເຮັດໃຫ້ອະເມຣິກາມີວຽກ
ເຮັດງານທຳຄືນອີກ. ແລະບົດບາດຂອງລັດຖະບານກໍຄື ສ້າງສະພາບ​ແວດ​ລ້ອມທີ່​
ເອື້ອ​ອໍານວຍ​ ໃຫ້ວຽກງານເຕີບໂຕຂຶ້ນໄດ້. ຂ້າພະເຈົ້າບໍ່ໄດ້ສ້າງວຽກງານເຫຼົ່ານີ້ແຕ່
ປະຊາຊົນອະເມຣິກັນເປັນຜູ້ສ້າງມັນ​ຂຶ້ນ​ມາ ຊາວເທັກຊັສເປັນຜູ້ສ້າງວຽກການເຫຼົ່າ
ນີ້ ຍ້ອນວ່າພວກເຮົາປ່ອຍ​ໃຫ້​ເຂົາ​ເຈົ້າ​ມີ​ສະພາບ​ແວດ​ລ້ອມ​ ທີ່ພວກ​ເຂົາ​ເຈົ້າບໍ່ຖືກ
ເກັບພາສີຫຼາຍເກີນຂອບເຂດບໍ່ຖືກ​ຄວບ​ຄຸມໂດ​ຍລະບຽບການທີ່ສັບສົນຈົນເກີນໄປ ແລະບໍ່ມີການຟ້ອງຮ້ອງຫຼາຍ​ເກີ​ນ​ໄປ. ພວກເຮົາຫຼີກທາງແລະປ່ອຍໃຫ້ພາກສ່ວນ
ເອກກະຊົນ ດຳເນີນການໃນສິ່ງທີ່ພາກເອກກະຊົນ ເຮັດໄດ້ ດີທີ່ສຸດ ນັ້ນກໍຄືສ້າງ
ວຽກເຮັດງານທຳ.”

ວັນແຮງງານ ຊຶ່ງມີການສະເຫຼີມສະຫຼອງກັນໃນວັນຈັນທຳອິດ ຂອງເດືອນກັນຍານັ້ນໄດ້ກາຍ
ມາເປັນວັນພັກແຫ່ງຊາດໃນທ້າຍຊຸມປີ 1800 ຊຶ່ງເປັນໄລຍະທີ່ມີການດີ້ນຮົນຂົນຂວາຍ​ແລະ​
ມີ​ການ​ປະ​ທ້ວງທີ່ສຳຄັນຂອງພວກແຮງງານຢູ່ໃນສະຫະລັດ.

ເຖິງແມ່ນການປະທ້ວງນັດຢຸດງານໃຫຍ່ໆ ແມ່ນບໍ່ຄ່ອຍໄດ້ເຫັນກັນຫຼາຍປານໃດ ໃນທຸກມື້ນີ້
ແລະການເຂົ້າເປັນສະມາຊິກ ໃນສະຫະພັນກຳມະບານແຮງງານຂອງຊາວອະເມຣິກັນໄດ້ຫຼຸດ
ນ້ອຍຖອຍລົງກໍຕາມແຕ່ວັນແຮງງານກໍຍັງເປັນໂອກາດເວລາທີ່ມີການລະນຶກ​ເຖິງແລະສະເຫຼີມ
ສະຫຼອງເຖິງການເສຍສະລະ ແລະການປະກອບສ່ວນຂອງພວກຄົນງານ ເຂົ້າໃນຄວາມກ້າວ
ໜ້າແລະຄວາມອຸດົມຮັ່ງມີຂອງປະເທດຊາດແລະໃນຈິດໃຈຂອງຊາວອະເມຣິກັນຈຳນວນຫຼວງ
ຫຼາຍແລ້ວ ມັນຍັງເປັນຂີດ​ໝາຍການສິ້ນສຸດລົງຂອງລະດູຮ້ອນ​ແລະ​ການ​ເລີ່​ມຂຶ້ນ​ຂອງ​ປີ​ການ
ສຶກສານຳດ້ວຍ ຊຶ່ງ​ໂຮງຮຽນປະຖົມຮອດ​ອຸດົມສົມບູນ​ສ່ວນ​ໃຫຍ່ ​ແມ່ນ​ຈະ​ໄຂ​ຂຶ້ນ​ໃນ​ມື້​ວັນ​ອັງ
ຄານຫລັງ​ຈາກ​ວັນ​ແຮງ​ງານ​ນັ້ນ.

XS
SM
MD
LG