ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ຫົວຕະຫຼົກແບບທໍາມະຊາດແກ່ທ່ານເອງ ໃນໂອກາດງານລ້ຽງອາຫານຄໍ່າປະຈຳປີຂອງບັນດາຜູ້ສື່ຂ່າວທີ່ທໍານຽບຂາວ ເມື່ອວັນເສົາວານນີ້ ຊຶ່ງເປັນງານສັງສັນກັນລະຫວ່າງບຸກຄົນຢູ່ວົງໃນວໍຊິງຕັນ ແລະດາຣາທີ່ມີຊື່ສຽງຂອງ Hollywood
ທ່ານໂອບາມາ ເວົ້າຕະຫຼົກເຮຮາວ່າ ຄະນະທີ່ປຶກສາຂອງທ່ານແນະນໍາໃຫ້ ທ່ານເວົ້າຕະຫຼົກກ່ຽວກັບຕົວທ່ານເອງ ຫຼືບໍ່ກໍກ່າວຕຳໜິ ຊຶ່ງທ່ານໂອບາມາເວົ້າວ່າ ທ່ານ ທັງຫຼາຍ ຂ້າພະເຈົ້າທໍາງານໃນທໍານຽບຂາວ ມາໄດ້ສີ່ປີເຄິ່ງແລ້ວ ຢາກຮູ້ວ່າ ຍັງມີການຕຳໜິ ຫຼາຍປານໃດ ທີ່ຍັງເຫຼືອຢູ່?
ທ່ານໂອບາມາ ໄດ້ສະແດງຮູບປອມຂອງທ່ານເອງ ຢູ່ເທິງໜ້າປົກວາລະ ສານບໍານານສະບັບນຶ່ງ ແລະຊົງຜົມນຶ່ງ ທີ່ຄ້າຍຄືຊົງຜົມຂອງພັນລະຍາຂອງທ່ານ.
ນອກນີ້ ທ່ານໂອບາມາ ກ່າວຕະຫຼົກກ່ຽວກັບເຄືອຂ່າຍຂ່າວຕ່າງໆ ທີ່ບອກລັກສະນະ ເຂົາເຈົ້າເປັນກຸ່ມສັງຄົມໂຮງຮຽນມັດທະຍົມ ເຊັ່ນ jocks ບຸກຄົນ ທີ່ຖືກທອດຖິ້ມ ແລະພວກເດັກນ້ອຍທີ່ແພ້ຫຼືບໍ່ຖືກກັບໝາກຖົ່ວດິນ.
ກ່ອນສິ້ນສຸດຄໍາປາໄສຂອງທ່ານນັ້ນ ທ່ານໂອບາມາ ໄດ້ເອີ່ຍເຖິງພວກເຄາະຮ້າຍໃນເຫດການວາງລະເບີດທີ່ບ່ອນແຂ່ງຂັນແລ່ນທົນມາຣາທອນຢູ່ບອສຕັນ ແລະເຫດການລະເບີດທີ່ໂຮງງານແຫ່ງນຶງຢູ່ລັດເທັກຊັສທີ່ໄດ້ສັງຫານ 14 ຄົນນັ້ນ.
ບັນດາດາຣາທີ່ມີຊື່ສຽງທີ່ເຂົ້າຮ່ວມນໃນດັ່ງກ່າວ ກໍມີນັກສະແດງ Michael Douglas, ນັກຟ້ອນ Gangnum ຈາກເກົາຫຼີໃຕ້ ແລະດາວຕະຫຼົກ Conan O’Brien ຜູ້ຈັດລາຍການ late-night ແລະເປັນຜູ້ກ່າວ ຄຳປາໄສຮັບເຊີນ ທີ່ເວົ້າເລຶ່ອງຕະຫຼົກຂອງພວກນັກການເມືອງ.