ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ປະທານາທິບໍດີ ໂອບາມາ ຮ່ວມໄວ້ອາໄລ ແກ່ພວກເຄາະຮ້າຍ ຢູ່ໂຮງຮຽນປະຖົມ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວໄວ້ອາ ໄລ ຢູ່ໂຮງຮຽນມັດທະຍົມ Newtown ໃນພິທີໄວ້ອາໄລແກ່ ພວກໄດ້ຮັບເຄາະ ຈາກການສັງຫານໝູ່ ທີ່ໂຮງຮຽນປະຖົມ Sandy Hook.
ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະຕິ
ຍານ ທີ່​ຈະໃຊ້​ອໍານາດ​ທຸກ​ໆຢ່າງ​ຂອງ​ທ່ານ​ ​ເພື່ອ​ໃຫ້​ເປັນ​ທີ່​ແນ່
ນອນ​ວ່າ ໂສກ​ນາດຕະກໍາອັນ​ຮ້າຍ​ແຮງ​ ຄື​ກັນ​ກັບການ​ສັງຫານ
​ເດັກນ້ອຍ 20 ຄົນ ແລະ​ຜູ້​ໃຫຍ່ 6 ຄົນ ຢູ່​ໂຮງຮຽນປະຖົມມື້​ວັນ
​ສຸກ​ນັ້ນ ຈະ​ບໍ່​ເກີດ​ຂຶ້ນ​ຊໍ້າອີກ.

ທ່ານ Obama ​ໄດ້​ໄປ​ຮ່​ວມກັບ​ບັນດາ​ຜູ້​ໄວ້ອາ​ໄລ​ ​ໃນ​ແລງ​ວັນ​
ອາທິດ ທີ່ເມືອງ Newtonພາກ​ເໜືອ​ຂອງລັດ Connecticut
ບ່ອນ​ທີ່​ມື​ປືນ​ຄົນ​ນຶ່ງໄດ້ລະດົມ​ຍິງ​ສັງຫານຢ່າງ​ບໍ່​ເລືອກໜ້າ 26
ຄົນ​ຢູ່ທີ່​ໂຮງຮຽນ ຫລັງ​ຈາກທີ່​ໄດ້​ສັງຫານ​ແມ່​ຂອງ​ຕົນ​ເອງ.

ທ່ານ​ໂອ​ບາມາໄດ້ກ່າວ​ຕໍ່​ບັນດາ​ຜູ້ທີ່​ໄປ​ເຕົ້າໂຮມ​ເພື່ອໄວ້ອາ​ໄລ
​ແກ່​ຜູ້​ເຄາະ​ຮ້າຍ​ວ່າ ​ເຂົາ​ເຈົ້າ​ບໍ່ໄດ້​ຢູ່​ໂດດດ່ຽວ​ໃນ​ຄວາມ​ໂສກ​ເສົ້າ
​ຂອງ​ເຂົາເຈົ້ານັ້ນ​ແລະວ່າ ປະຊາຊົນທົ່ວ​ປະ​ເທດ ກໍພາກັນ​ໂສກ​ເສົ້າຮ່ວມກັບ​ເຂົາ​ເຈົ້ານໍາ.

ທ່ານ Obama ກ່າວວ່າ ​ປະ​ເທດ​ຊາດ​ຍັງ​ມີ​ຄໍາ​ຖາມ​ຍາກ​ໆທີ່ຈະ​ຕ້ອງ​ໄດ້​ຫາ​ຄໍາ​ຕອບ​ຢູ່. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້ແມ່ນເປັນ​ຄັ້ງ​ທີ່​ສີ່​ທີ່​ເຫດ ​ການ​ສັງຫານໝູ່​ໄດ້​ເກີດ​ຂື້ນ ນັບ​ແຕ່ທ່ານ​ໄດ້​ຂຶ້ນ​ເປັນປະທານາທິບໍດີ​ມາ ​ເມື່ອເກືອບ​ສີ່​ປີ​ກ່ອນ. ທ່ານ Obama ກ່າວ​ວ່າ:

“ພວກ​ເຮົາປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ​ຕໍ່​ໄປ​ອີກ​ບໍ່​ໄດ້ອີກ​ແລ້ວ. ໂສກ​ນາດຕະກໍາ​ເຫລົ່າ​ນີ້​ຕ້ອງຍຸດຕິ​ລົງ ​ແລະ​ເພື່ອ​ຍຸດຕິ​ມັນ​ລົງ​ນັ້ນ​ ພວກ​ເຮົາຕ້ອງມີ​ການ​ປ່ຽນ​ແປງ. ຈະ​ມີ​ຄົນບອກ​ພວກ​ເຮົາວ່າ ສາ​ເຫດ​ຂອງ​ຄວາມ​ຮຸນ​ແຮງ​ແບບ​ນັ້ນແມ່ນ​ສະ​ລັບ​ຊັບ​ຊ້ອນ ​ແລະ​ນັ້ນ​ກໍ​ແມ່ນ​ຄວາມ​ຈິງ. ບໍ່​ມີ​ກົດໝາຍ​ຂໍ້ດຽວ ບໍ່​ມີກົດໝາຍ​ເປັນຊຸດ​ ທີ່ຈະ​ສາມາດ​ກໍາຈັດຜີ​ສາດ​ໄປຈາກ​ໂລກ​ນີ້​ ​ໄດ້ ​ແລະ​ປ້ອງກັນ​ທຸກໆ​ການກະ​ທໍາ​ຂອງ​ຄວາມ​ຮຸນ​ແຮງ ຢູ່​ໃນ​ສັງຄົມ ຂອງ​ພວກ​ເຮົາ. ​ແຕ່ວ່າ ນັ້ນບໍ່ແມ່ນ​ຂໍ້​ອ້າງ ທີ່​ພວກ​ເຮົາຈະ​ບໍ່​ເຮັດ​ຫຍັງ ​ເພື່ອ​ແກ້​ໄຂມັນ.”



​ກ່ອນ​ໜ້າ​ນັ້ນ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ພົບປະເປັນ​ການ​ສ່ວນ​ໂຕ ກັບບັນດາສະມາຊິກ​ຂອງ​ຄອບ​ຄົວ ທີ່​ໄດ້​ສູນ​ເສຍຄົນ​ຮັກ​ຄົນ​ແພງ​ ຢູ່ທີ່​ໂຮງຮຽນປະຖົມ Sandy Hook ​ແລະ​ກ່າວ​ຂອບ​ໃຈ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ຟ້າວ​ຟັ່ງ​ໄປຮັບ​ມືກັບເຫດ​ຮ້າຍ​ດັ່ງກ່າວ.

​ລາຍ​ຊື່ຂອງ​ພວກ​ເຄາະ​ຮ້າຍ​ແມ່ນ​ມີ​ໂຮມ​ທັງ​ຊື່​ຂອງເດັກຍິງ 12 ຄົນ ​ແລະເດັກ​ຊາຍ 8 ຄົນທີ່
ຮຽນຢູ່​ຊັ້ນ​ແລະ​ຫ້ອງດຽວ​ກັນ ​ແລະ​ອາຍຸ 6 ຫາ 7 ປີ. ພວກ​ຜູ້​ໃຫຍ່​ທີ່​ເຄາະ​ຮ້າຍ​ນັ້ນ​ແມ່ນຜູ້ຍິງ
ໃນ​ນັ້ນ​ມີຮວມ​ທັງ ​ຄູ​ໃຫຍ່​ຂອງ​ໂຮງຮຽນ ທ່ານ​ນາງ Dawn Hochsprung ທີ່ລາຍ​ງານ​ເວົ້າ​ວ່າ
ພະຍາຍາມ​ຈະ​ຍັບ​ຢັ້ງມື​ປືນ ​ແລະ ຄູ​ສອນ Victoria Sota ທີ່ ໄດ້​ຮັບ​ຊື່​ສຽງ​ວ່າ ​ໄດ້ຊ່ວຍຊີວິດ
ນັກຮຽນຂອງລາວ​ຈໍາ​ນວນ​ນຶ່ງ​ໄວ້​ ​ໂດຍ​ເອົາ​ໂຕ​ຂອງ​ລາວ​ໄປກັ້ນ​ ຢູ່​ລ​ະຫວ່າງ​ກາງພວກ​ເດັກ
ນ້ອຍ​ແລະມື​ປືນ.

ເບິ່ງວີດິໂອກ່ຽວກັບພິທີໄວ້ອາໄລ:
Obama Consoles Grief-Stricken Connecticut Town
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG