ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຂໍໃຫ້ ສະພາຕໍ່ອາຍຸ ກົດໝາຍການຂົນສົ່ງ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຮຽກຮ້ອງໃຫ້ລັດຖະສະພາສະຫະລັດຮັບຜ່ານ
ບົດເພີ່ມຕື່ມຂອງຮ່າງກົດໝາຍ ວ່າດ້ວຍການຂົນສົ່ງ ເພື່ອປ້ອງກັນບໍ່ໃຫ້ພວກຄົນງານເກືອບ
1 ລ້ານຄົນສູນເສຍວຽກເຮັດງານທຳຂອງພວກເຂົາເຈົ້າ.

ໃນການກ່າວຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້ປະທານາທິບໍດີໂອບາມາເວົ້າວ່າ ຖ້າລັດ
ຖະສະພາຫາກບໍ່ດຳເນີນການດັ່ງກ່າວພາຍໃນທ້າຍເດືອນນີ້ແລ້ວເງິນໃຊ້ຈ່າຍສຳລັບໂຄງການ
ສ້າງຫຼືສ້ອມແປງທາງແລະຂົວຕ່າງໆກໍຈະໝົດລົງ ຊຶ່ງຈະເຮັດໃຫ້ພວກຄົນງານເຫຼົ່ານີ້ຕ້ອງສູນ
ເສຍວຽກການຂອງພວກເຂົາເຈົ້າ.

ຄຳປາໄສປະຈຳສັບປະດາ ຂອງປະທານາທິບໍດີບາຣັກໂອບາມາ

ລັດຖະສະພາສະຫະລັດໄດ້ຮັບຜ່ານຮ່າງກົດໝາຍວ່າດ້ວຍການຂົນສົ່ງ ທີ່ຄ້າຍຄືກັນນີ້ມາແລ້ວ
7 ເທື່ອ ແຕ່ປະທານາທິບໍດີເວົ້າວ່າ ວິທີການເອົາຊະນະຄູ່ຕໍ່ສູ້ທີ່ບໍ່ຜິດກະຕິກາທາງການເມືອງ ໄດ້ເຮັດໃຫ້ການສະໜອງຕອບກ່ຽວກັບຮ່າງກົດໝາຍສະບັບປັດຈຸບັນນີ້ມີການຊັກຊ້າ.

ປະທານາທິບໍດີໂອບາມາເວົ້າວ່າ ທຸກໆຄົນຈຳເປັນຕ້ອງໄດ້ປະການບໍ່ລົງຮອຍກັນຂອງພວກ
ເຂົາເຈົ້າໄວ້ຕ່າງຫາກ ແລະດຳເນີນການໃນສິ່ງທີ່ຖືກຕ້ອງສຳລັບເສດຖະກິດ.

ທ່ານໂອບາມາຈະນຳສະເໜີແຜນການກະຕຸກຊຸກຍູ້ເສດຖະກິດແຫ່ງ ຊາດແລະສ້າງວຽກເຮັດ
ງານທຳ ໃນຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະຫະລັດໃນວັນພະຫັດອາ
ທິດຈະມານີ້.

ຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນສະມາຊິກສະພາຕໍ່າ Bob Goodlatte
ຈາກລັດເວີຈີເນຍເວົ້າວ່າຄຳປາໄສຂອງທ່ານໂອບາມາໃນອາທິດຈະມານີ້ຄວນຈະຮວມທັງການ
ຮ້ອງຂໍຄວາມສະໜັບສະໜຸນ ຈາກລັດຖະສະພາ ກ່ຽວກັບບົດເພີ່ມຕື່ມລັດຖະທຳມະນູນເພື່ອ
ໃຫ້ງົບປະມານສົມດຸນ.

ຖ້າຫາກໄດ້ຮັບການອະນຸມັດ ບົດເພີ່ມຕື່ມລັດຖະທຳມະນູນເພື່ອໃຫ້ງົບປະມານມີຄວາມສົມ
ດຸນນັ້ນ ກໍຈະສັ່ງການໃຫ້ລັດຖະສະພາສະຫະລັດ ໃຊ້ຈ່າຍແຕ່ພຽງເງິນທີ່ລັດຖະບານຫາມາ
ໄດ້ທໍ່ນັ້ນ.

XS
SM
MD
LG