ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ປ. ໂອບາມາ ຂໍໃຫ້ສະມາຊິກສະພາສູງ ສະໜັບສະໜຸນ ແຜນການຂອງທ່ານ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກໂອບາມາ ຖະແຫຼງທີ່ໂຮງງານປະກອບລົດ ຂອງບໍລິສັດ General Motors ທີ່ເມືອງ Orion ລັດ Michigan (14 ຕຸລາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ທຳການຮ້ອງຂໍເພີ່ມຕື່ມໃຫ້ບັນດາສະມາຊິກ
ສະພາສູງ ສະໜັບສະໜຸນ ແຜນການສ້າງວຽກເຮັດງານທຳຂອງທ່ານ ກ່ອນຈະມີການລົງຄະ ແນນສຽງໃນວັນອັງຄານຈະມານີ້ກ່ຽວກັບວ່າຈະໃຫ້ມີການອະພິປາຍແຜນການດັ່ງກ່າວຫຼືບໍ່.

ໃນຄຳປາໄສປະຈຳສັບປະດາທີ່ອັດລ່ວງໜ້າຂອງທ່ານສຳລັບວັນເສົາມື້ນີ້ທ່ານໂອບາມາເວົ້າວ່າ
ບໍ່ມີເຫດຜົນໃດໆ ທີ່ລັດຖະສະພາບໍ່ຄວນໃຫ້ການສະໜັບສະໜຸນ ຕໍ່ແຜນການສ້າງວຽກເຮັດ
ງານທຳມູນຄ່າ 447 ພັນລ້ານໂດລາທີ່ທ່ານເວົ້າວ່າຈະພາໃຫ້ມີການວ່າຈ້າງພວກຄົນງານອະ
ເມຣິກັນກັບຄືນເຂົ້າໄປເຮັດວຽກອີກນັ້ນ.

ໃນການຖະແຫຼງຈາກໂຮງງານຜະລິດລົດແຫ່ງນຶ່ງຢູ່ທີ່ລັດ Michigan ໃນເຂດພາກກາງຕອນ
ເໜືອຂອງສະຫະລັດ ທີ່ໄດ້ຊ່ອຍຮັກສາວຽກງານຫຼາຍຮ້ອຍໜ້າວຽກໂດຍຂໍ້ຕົກລົງຂອງລັດຖະ
ບານນັ້ນ ປະທານາທິບໍດີໂອບາມາເວົ້າວ່າ ປະເທດຊາດບໍ່ສາມາດປ່ອຍໃຫ້ລັດຖະສະພາບໍ່ໃຫ້
ການອະນຸມັດຕໍ່ແຜນການທີ່ທ່ານເວົ້າວ່າ ຈະຊ່ອຍຟື້ນຟູສະຖຽນລະພາບທາງດ້ານເສດຖະກິດ
ຂອງພວກຄົນຊັ້ນກາງ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງປະທານາທິບໍດີ ບາຣັກ ໂອບາມາ:

ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນ ຜູ້ນຳສຽງສ່ວນຫຼາຍໃນສະພາຕໍ່າສະຫະລັດທ່ານ
Kevin McCarthy ຈາກລັດກາລີຟໍເນຍກ່າວວ່າການສ້າງວຽກເຮັດງານທຳສຳລັບຊາວອະເມ
ຣິກັນບໍ່ຄວນຈະເປັນການກະທຳເພື່ອເອົາຊະນະຝ່າຍກົງກັນຂ້າມແບບຜິດກະຕິກາແລະການ
ໂຄສະນາຕົນເອງຂອງພັກການເມືອງໃດນຶ່ງ.

ສະມາຊິກສະພາຕໍ່າ McCarthy ກ່າວວ່າແຜນການສ້າງວຽກງານຂອງພັກຣີພັບບລີກັນແມ່ນ
ຮວມທັງຂໍ້ສະເໜີ ທີ່ທັງສອງພັກການເມືອງເຫັນພ້ອມນຳກັນ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ

XS
SM
MD
LG