ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໂອບາມາ ຮຽກຮ້ອງໃຫ້ຮັບຜ່ານ ຮ່າງກົດໝາຍສ້າງວຽກ ຂອງທ່ານ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ

ປະທານາທິບໍດີບາຣັກໂອບາມາ ຮຽກຮ້ອງໃຫ້ລັດຖະສະພາສະຫະລັດຮັບຜ່ານຮ່າງກົດໝາຍ ວ່າດ້ວຍການສ້າງວຽກເຮັດງານທຳຂອງທ່ານໂດຍໄວ.

ໃນລະຫວ່າງການກ່າວຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທານາທິບໍດີ
ໂອບາມາເວົ້າວ່າ ມັນເຖິງເວລາແລ້ວທີ່ລັດຖະສະພາສະຫະລັດ ຈະຕ້ອງດຳເນີນງານຮ່ວມກັນ ແລະຮັບຜ່ານແຜນການສ້າງວຽກເຮັດງານທຳສະບັບນີ້ ເພື່ອວ່າຂ້າພະເຈົ້າຈະໄດ້ລົງນາມໃຫ້
ເປັນກົດໝາຍ.

ເມື່ອສາມອາທິດກ່ອນ ປະທານາທິບໍດີໂອບາມາ ໄດ້ສົ່ງຮ່າງກົດໝາຍທີ່ມີມູນຄ່າ 447 ພັນ
ລ້ານໂດລາ ໄປຍັງລັດຖະສະພາສະຫະລັດ. ທ່ານໂອບາມາກ່າວວ່າ ກົດໝາຍວ່າດ້ວຍການ
ສ້າງວຽກເຮັດງານທຳໃຫ້ຊາວອະເມຣິກັນ ຈະພາໃຫ້ມີການວ່າຈ້າງ ພວກນາຍຄູ ຕຳຫຼວດ
ພວກຄົນງານກໍ່ສ້າງຫຼາຍໆພັນຄົນຄືນໃໝ່. ນອກນັ້ນແລ້ວ ທ່ານຍັງເວົ້າວ່າພວກນັກເສດ
ຖະສາດ ຈາກພື້ນຖານທາງດ້ານການເມືອງທີ່ແຕກຕ່າງກັນຕ່າງກໍເວົ້າວ່າ ຮ່າງກົດໝາຍວ່າ ດ້ວຍການສ້າງວຽກເຮັດງານທຳສະບັບນີ້ ຈະເສີມຂະຫຍາຍເສດຖະກິດ ແລະພາໃຫ້ມີການ
ວ່າຈ້າງຄົນງານຫຼາຍຂຶ້ນ.

ໃນການຖະແຫຼງຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນສະມາຊິກສະພາຕໍ່າ Mor-
gan Griffith ຮຽກຮ້ອງໃຫ້ມີການຫຼຸດລະບຽບການຕ່າງໆ ກ່ຽວກັບການເຮັດທຸລະກິດ.
ທ່ານກ່າວວ່າ ນັບເປັນເວລາຫຼາຍປີມາແລ້ວ ລະບຽບການທີ່ເກີນຂອບເຂດໄດ້ເປັນແຫຼ່ງທີ່
ມາຂອງຄວາມບໍ່ພໍໃຈສຳລັບທຸລະກິດຕ່າງໆທີ່ພະຍາຍາມຫາທາງຢູ່ລອດນັ້ນ.

XS
SM
MD
LG