ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງສະຫະລັດ ປະຕິເສດ ແຜນການສ້າງໜ້າວຽກ ຂອງ ປ.ໂອບາມາ (ເບິ່ງວີດີໂອ)


ປ. ໂອບາມາ ສະແດງແຜນການສ້າງໜ້າວຽກຂຶ້ນຂອງທ່ານ.
ວັນທີ 11 ຕຸລາ 2011.
ປ. ໂອບາມາ ສະແດງແຜນການສ້າງໜ້າວຽກຂຶ້ນຂອງທ່ານ. ວັນທີ 11 ຕຸລາ 2011.

ສະພາ​ສູງ​ສະຫະລັດ​ໄດ້​ປະຕິ​ເສດ​ຕໍ່​ແຜນການ​ຂອງ​ປະທານາທິບໍດີ ບາຣັກ​ໂອ​ບາ​ມາ ​ເພື່ອ​
ຈະ​ສ້າງ​ໜ້າ​ວຽກ​ຂຶ້ນ​ໃໝ່​ຫລາຍ​ລ້ານ​ໜ້າ​ວຽກ ໂດຍ​ຜ່ານ​ໂຄງການຕ່າງໆຂອງລັດຖະບານ
ແລະ​ຍົກ​ເວ້ນ​ພາສີ​ໃຫ້​ແກ່​ທຸລະ​ກິດ​ນັ້ນ.

ການ​ລົງມະຕິ​ກັນໃນ​ວັນ​ອັງຄານ​ວານ​ນີ້ ​ເປັນ​ການ​ລົງມະຕິ​ໃນ​ຫລັກການ ທີ່​ຮຽກໃຫ້ມີ
ຂຶ້ນໂດຍພວກ​ສະມາຊິກ​ສັງກັດ​ພັກ​ເດ​ໂມແກຣັດຊຶ່ງຢາກ​ເຫັນ​ວ່າຮ່າງ​ຍັດຕິ​ດັ່ງກ່າວ​ຈະ​ສາ
ມາດ​ນໍາ​ມາສະ​ເໜີ​ຕໍ່​ສະພາ​ສູງ​ໄດ້ຫລື​ບໍ່ເພື່ອ​ໃຫ້​ມີ​ການ​ໂຕ້​ວາທີກັນໄດ້ຢ່າງເຕັມທີ່​ ​ແລະ​ມີ​
ການ​ພິຈາລະນາ​ກັນ​ບັ້ນ​ສຸດ​ທ້າຍ​ນັ້ນ.

ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາ​ຮຽກຮ້ອງ​ໃຫ້​ພວກ​ສະມາຊິກ​ສະພາ​ນິຕິ
ບັນຍັດ​ໃຫ້​ຖືເອົາ​ເລື້ອງ​ປະ​ເທດສຳຄັນກ່ອນ​ເລື້ອງ​ພັກ​ການ​ເມືອງ ​ແລະ​ໃຫ້​ຮັບ​ຜ່ານ​ຮ່າງ​
ຍັດຕິ​ສ້າງໜ້າ​ວຽກ​ດັ່ງກ່າວ​ໃນ​ວົງ​ເງິນ 447 ຕື້​ໂດ​ລາ​ນັ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ພວກ
ຝ່າຍ​ຄ້ານສັງກັດ​ພັກ Republican ຈະ​ມີ​ຄວາມ​ຫຍຸ້ງ​ຍາກຫລາຍ​ ທີ່​ຈະ​ອະທິ​ບາຍ​ເລື້ອງ
ນີ້​ຕໍ່​ປະຊາຊົນ​ວ່າ ​ເປັນ​ຫຍັງ​ພວກ​ເຂົ້າ​ເຈົ້າ​ຈຶ່ງ​ຄັດຄ້ານ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນີ້.

ໃນ​ຂະນະ​ທີ່​ການ​ເສດຖະກິດ​ກໍາລັງ​ຄືບ​ໜ້າເລັກ​ນ້ອຍ ​ແລະ​ອັດຕາ​ຄົນ​ຫວ່າງ​ງານ​ຢູ່ໃນ​ລະ
ດັບປະມານ 9 ​ເປີ​ເຊັນ​ນີ້ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຮ່າງ​ຍັດຕິ​ດັ່ງກ່າວ​ ຈະ​ພາໃຫ້ມີການຈ້າງ​
ພວກ​ນາຍຄູ ຕໍາຫລວດ​ແລະ​ພະນັກງານ​ກໍ່ສ້າງ​ຫລາຍ​ພັນ​ຄົນ​ຄືນອີກ. ທ່ານ​ໂອ​ບາ​ມາ​ກ່າວ
ຕໍ່ໄປ​ວ່າ ພາສີ​ສໍາລັບ​ພວກ​ພະນັກງານ​ແລະ​ທຸລະ​ກິດ​ຂະໜາດ​ນ້ອຍ​ຈະ​ຖືກຕັດ​ລົງ.

ແຕ່​ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ​ແຜນການ​ຂອງ​ປະທານາທິບໍດີ​ສໍາລັບ​ເສຍຄ່າ​ໃຊ້​ຈ່າຍ​ດັ່ງກ່າວ
ຈະ​ໄດ້​ມາ​ຈາກ​ການ​ຂຶ້ນ​ພາສີ​ສໍາລັບ​ພວກ​ຄົນ​ຮັ່ງມີ ຊຶ່ງ​ພວກ​ຄັດຄ້ານ​ເຫລົ່າ​ນີ້​ກ່າວ​ວ່າ ມັນ​
ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ ລົງທຶນ​ແລະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ. ນອກ​ນັ້ນ​
ພວກ​ຄັດຄ້ານ​ເຫລົ່ານນີ້​ຍັງໂຕ້​ແຍ້​ງວ່່າ ​ແຜນການກະຕຸກ​ຊຸກຍູ້​ເສດຖະກິດ​ໃນ​ວົງ​ເງິນ
825 ຕື້ໂດ​ລາ​ຂອງ​ປະທານາທິບໍດີ​ກ່ອນ​ໜ້າ​ນັ້ນ​ ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ.

ເບິ່ງວີດີໂອ ລາຍງານກ່ຽວກັບທ່ານໂອບາມາ ຮຽກຮ້ອງໃຫ້ສະພາຮັບຜ່ານຮ່າງ
ກົດໝາຍຂອງທ່ານ:

XS
SM
MD
LG