ດ້ວຍສະພາວະການວ່າງງານຢູ່ໃນສະຫະລັດ ໄດ້ສູງຂຶ້ນສູ່
ລະດັບ 9.5 ເປີເຊັນໃນເວລານີ້ ແລະພັກເດໂມແຄຣທ ກໍ
ຄາດວ່າພວກຕົນອາດຈະພ່າຍແພ້ຢ່າງໃຫຍ່ຫລວງໃນການ
ການເລືອກຕັ້ງເອົາສະມາຊິກລັດຖະສະພາຈໍານວນນຶ່ງ ກໍໄດ້
ນັ້ນ ປະທານາທິບໍດີໂອບາມາຈຶ່ງອອກມາໂຄສະນາຫາສຽງ
ສະໜັບສະໜູນໃຫ້ແກ່ກົດໝາຍພາສີຊຸດໃໝ່ ທີ່ທ່ານກ່າວ
ວ່າ ຈະຮັກສາໜ້າວຽກຕ່າງໆໄວ້ ໃຫ້ຢູ່ພາຍໃນປະເທດ ຊຶ່ງທ່ານກ່າວຕໍ່ໄປວ່າ:
“ລູກກະແຈສໍາຄັນອັນນຶ່ງ ສໍາລັບການສ້າງໜ້າວຽກຂຶ້ນ ແມ່ນຊຸກຍູ້ໃຫ້ ພວກບໍລິສັດຕ່າງໆລົງທຶນຫລາຍຂຶ້ນຢູ່ໃນສະຫະລັດ. ແຕ່ເປັນເວລາຫລາຍປີຜ່ານມາແລ້ວ ທີ່ກົດໝາຍການເສຍພາສີຂອງພວກເຮົາ ຄວາມຈິງແລ້ວ ແມ່ນໄດ້ຍົກເວ້ນການເສຍພາສີເປັນເງິນຫລາຍພັນລ້ານ ທີ່ຊຸກຍູ້ພວກບໍລິສັດຕ່າງໆ ໄປສ້າງໜ້າວຽກແລະກໍາໄລ ຢູ່ໃນປະເທດອື່ນໆ.”
ປະທານາທິບໍດີໂອບາມາກ່າວວ່າ ການໂຍະຍານຫລືຍົກເວ້ນດ້ານພາສີ ຄວນຈະໃຫ້ຜົນ
ປະໂຍດ ແກ່ພວກບໍລິສັດທັງຫລາຍ ທີ່ສ້າງໜ້າວຽກໃໝ່ຂື້ນມາ ຢູ່ໃນສະຫະລັດ ແລະຮັກ
ສາພວກໜ້າວຽກທີ່ມີຢູ່ໃນສະຫະລັດ ຢູ່ແລ້ວນັ້ນ ໃຫ້ມີສືບຕໍ່ໄປ.
ປະທານາທິບໍດີໂອບາມາຕ້ອງການຢາກໃຫ້ພວກບໍລິສັດທຸລະກິດທັງຫລາຍ ໄດ້ຮັບການ
ໂຍະຍານການເກັບພາສີ ຈາກຄ່າພວກອຸປະກອນ ເຄຶ່ອງຈັກຕ່າງໆທີ່ພວກເຂົາເຈົ້າຈະຊື້
ໃນປີໜ້າ. ນອກນີ້ແລ້ວ ທ່ານໂອ ບາມາຢາກຈະໃຫ້ສິນເຊື່ອດ້ານພາສີ ທີ່ໄດ້ອະນຸມັດໃຫ້
ພວກທຸລະກິດ ສຳລັບການໃຊ້ຈ່າຍເຂົ້າໃນການຄົ້ນຄວ້າ ແລະການທົດລອງຜະລິດຕະພັນ
ຕ່າງໆນັ້ນ ເປັນສິນເຊື່ອແບບຖາວອນ. ທ່ານໂອບາມາກ່າວຕື່ມວ່າ ການປ່ຽນແປງຕ່າງໆ
ເຫລົ່ານັ້ນ ແມ່ນຈະເຮັດໃຫ້ພວກບໍລິສັດຈ້າງຄົ ເຂົ້າມາເຮັດວຽກຫລາຍຂື້ນ ແລະຊ່ວຍໃຫ້
ສະຫະລັດແຂ່ງຂັນໃນຕະຫລາດໂລກໄດ້ດີຂື້ນ ໂດຍສະເພາະໃນພາກສ່ວນອຸດສາຫະກໍາທີ່
ກໍາລັງ ເຕີບໂຕຂື້ນຢູ່ໃນຂະນະນີ້ ເຊັ່ນພາກສ່ວນພະລັງງານສະອາດເປັນຕົ້ນ. ທ່ານໂອບາມາ ຊີ້ແຈງວ່າ:
“ນັ້ນແມ່ນວິທີທີ່ພວກເຮົາຈະຮັບປະກັນວ່າ ນະວະກໍາໃໝ່ແລະແນວຄິດປະດິດ
ສ້າງໃໝ່ຂອງຄົນອະເມຣິກັນ ຈະເປັນແຮງຂັບດັບສັດຕະວັດໜ້າ. ນັ້ນແມ່ນວິທີ
ທີ່ພວກເຮົາຈະນໍາຜູ້ຄົນກັບຄືນໄປເຮັດວຽກ ແລະກັບໄປເປັນຜູ້ນໍາພາການເສດ
ຖະກິດຂອງໂລກ ແລະນັ້ນແມ່ນສິ່ງທີ່ຂ້າພະເຈົ້າຈະຕໍ່ສູ້ເພື່ອ ໃນໄລຍະຫລາຍໆ ເດືອນຕໍ່ໜ້ານີ້.”
ໃນຄໍາໂຕ້ຕອບຂອງຝ່າຍຣິພັບບລິກັນນັ້ນ ຜູ້ແທນສະພາຕໍ່າ Mike Pence ຈາກລັດ
ອິນເດຍນາກ່າວວ່າ ພວກຜູ້ແທນທັງຫລາຍຄວນຈະຕໍ່ອາຍຸນະໂຍບາຍຕັດພາສີສໍາລັບ
ພວກປະຊາຊົນທຳມະດາ ຂອງອະດີດປະທານາທິບໍ ຈອດ ບູຊ ທີ່ພັກເດໂມແຄຣທຄັດ
ຄ້ານນັ້ນ. ທ່ານ Pence ໄດ້ເລ່ງລັດໃຫ້ປະທານສະພາຕໍ່າ ທ່ານນາງແນນຊີ ເປໂລຊີ
ຮຽກປະຊຸມສະພາຕໍ່າ ເພື່ອໃຫ້ລົງຄະແນນສຽງໂດຍດ່ວນ ກ່ຽວກັບບັນຫານີ້ ຊຶ່ງສະມາ
ຊິກສະພາຕໍ່າ Pence ກ່າວຕໍ່ໄປວ່າ:
“ຄວາມຈະເຣີນຮຸ່ງເຮືອງຂອງປະຊາຊົນອາເມຣິກັນ ທຸກຖ້ວນໜ້ານັ້ນ ແມ່ນ
ສໍາຄັນຫລາຍກວ່າຜົນປະໂຍດຕ່າງໆທາງດ້ານ ການເມືອງຂອງນັກການ
ເມືອງ ຫລືພັກການເມືອງ ບໍ່ວ່າຄົນໃດຫລືພັກໃດກໍຕາມ.”
ພວກຜູ້ນໍາພັກເດໂມແຄຣທ ໃນສະພາຄອງແກຣສ ກ່າວວ່າ ພວກເຂົາເຈົ້າຈະແກ້ໄຂບັນ
ຫາເລຶ່ອງພາສີ ຫລັງຈາກການເລືອກຕັ້ງວັນທີ່ 2 ພະຈິກ ຄືເດືອນໜ້ານີ້ ຜ່ານພົ້ນໄປເສຍ ກ່ອນ.
ຜົນການສໍາຫລວດຫາງສຽງມະຫາຊົນພົບວ່າ ພັກຣິພັບບລິກັນມີທ່າທາງວ່າຈະໄດ້ຮັບ
ບ່ອນນັ່ງຫລາຍສົມຄວນ ໃນການເລືອກຕັ້ງເອົາສະມາຊິກສະພາຕໍ່າ ຢູ່ໃນຫລາຍໆ
ເຂດ ແລະເວລານີ້ ປະທານາທິບໍດີໂອບາມາ ກໍກໍາລັງທຳການຫາສຽງຢ່າງໜັກ ເພື່ອ
ຫລຸດຜ່ອນການປາໄຊ ທີ່ຄາດການໄວ້ຂອງພັກເດໂມແຄຣລດ ໃຫ້ໜ້ອຍລົງ.
ໃນອາທິດນີ້(17-23 ຕຸລາ) ທ່ານໂອບາມາມີແຜນການອອກຫາໂຄສະນາຫາສຽງໃຫ້
ຜູ້ສະໝັກເລືອກຕັ້ງສັງກັດພັກເດໂມແຄຣທ ໃນລັດແມສຊາຈູເຊັທສ໌ ໂອໄຮໂອ ອໍຣະກັນ
ວໍຊິງຕັນ ແຄລິຟໍເນຍ ແລະມິນເນໂຊຕ້າ.