ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ປ. ໂອບາມາ ສະເໜີ ໂຄງການສ້າງວຽກ ຕໍ່ລັດຖະສະພາສະຫະລັດ


ປະທານາທິບໍດີ ບາຣັກ ໂອບາມາ ພ້ອມດ້ວຍຮອງປະທານາທິບໍດີ Joe Biden, ແລະບຸກຄົນອື່ນໆ ຖະແຫລງກ່ຽວກັບຂໍ້ສະເໜີສ້າງໜ້າວຽກຂອງທ່ານ ທີ່ທໍານຽບຂາວ ກຸງວໍຊິງຕັນ, ວັນທີ 12 ກັນຍາ 2011

ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ຈະ​ເດີນທາງ​ໄປ​ຍັງ​ລັດ Ohio ​ໃນ​ພາກ​ເໜືອ​ຂອງ​ສະຫະລັດ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ຫາ​ສຽງ​ສະໜັບສະໜຸນ​ຈາກ​ປະຊາຊົນ ​ກ່ຽວ​ກັບ​ຂໍ້​ສະ​ເໜີມູນ​ຄ່າ 447 ຕື້​ໂດ​ລາຂອງ​ທ່ານ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ສ້າງ​ໜ້າ​ວຽກ​ຂຶ້ນ​ແລະ​ສົ່ງ​ເສີມ​ເສດຖະ ກິດທີ່​ອ່ອນ​ແອ​ຂອງ​ປະ​ເທດ​ນັ້ນ.

ທ່ານ​ໂອ​ບາ​ມາ​ຈະ​ໄປ​ກ່າວ​ປາ​ໄສ ທີ່ໂຮງຮຽນມັດທະຍົມແຫ່ງ​ນຶ່ງ ​ທີ່ Columbus ເມືອງ
ຫລວງ​ຂອງ​ລັດ Ohio ຢູ່​ໃກ້ໆ​ກັບ​ເຂດ​ເລືອກ​ຕັ້ງ​ຂອງ​ຜູ້​ແທນ John Boehner ສັງກັດ
​ພັກ Republican ຊຶ່ງເປັນປະທານ​ສະພາ​ຕໍ່າສະຫະລັດ. ຄາດ​ວ່າ​ປະທານາທິບໍດີ​ຈະ​ສົ່ງ
​ເສີມ​ໂຄງການ​ນຶ່ງ​ ໃນ​ຂໍ້​ສະ​ເໜີ​ຂອງ​ທ່ານ ​ທີ່​ຮຽກຮ້ອງ​ໃຫ້​ໃຊ້​ຈ່າຍ​ເງີ​ນຈໍານວນ​ຫລາຍ​ເຖິງ
25 ຕື້​ໂດ​ລາ​ເພື່ອ​ປັບປຸງ​ພວກ​ໂຮງຮຽນ​ຫລວງ​ຈໍານວນ 35 ພັນ​ແຫ່ງ​ໃຫ້​ທັນ​ສະ​ໄໝ ​ໃນທົ່ວ​ປະ​ເທດ.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ສົ່ງ​ຂໍ້​ສະ​ເໜີ​ສ້າງ​ໜ້າ​ວຽກ​ອາ​ເມຣິກັນ​ຕໍ່​ສະພາ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຮັບ​ຜ່ານ​ຂໍ້ສະ​ເໜີ​ຂອງ​ທ່ານ​ໃນ​ທັນທີ. ​ແຜນການ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ໃຊ້​ຈ່າຍ​ເງິນ​ຈໍານວນ​ຫລາຍ​ຕື້​ໂດ​ລາ ​ເພື່ອ​ປັບປຸງ​ຖະໜົນ​ຫົນທາງ​ແລະ​ໂຄງການ​ຕ່າງໆ​ຂອງ​ລັດຖະບານ​ໃຫ້​ດີ​ຂຶ້ນ ​ໃນ​ຂະນະ​ດຽວ​ກັນ​ກໍເກັບ​ພາສີ​ລາຍ​ໄດ້​ເພີ່ມຂຶ້ນ ຈາກ​ພວກ​ຄົນ​ອາ​ເມຣິກັນ​ທີ່​ຮັ່ງມີ​.

XS
SM
MD
LG