ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ໂອ້ລົມ ເລື້ອງເສດຖະກິດ ກັບນາຍົກ ລມຕ ອີຕາລີ (ວີດີໂອ)


Obama, Italy's PM Discuss Economic Issues
please wait

No media source currently available

0:00 0:00:46 0:00
ລິງໂດຍກົງ

ປະທານາທິບໍດີ ໂອບາມາ ພົບປະກັບ ນາຍົກລັດຖະມຸນຕີ ອີຕາລີ ທີ່ທຳນຽບຂາວ

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ພົບ​ປະ
ກັນ​ກັບ​ນາຍົກລັດຖະມຸນຕີ​ອີ​ຕາ​ລີ ທ່ານ Enrico Letta ຢູ່​ທີ່​
ທຳນຽບຂາວ​ໃນ​ວັນ​ພະຫັດ​ວານ​ນີ້ຊຶ່ງ​ເວລາ​ນີ້ ອີ​ຕາ​ລີ​ກໍກຳລັງ​
ປະເຊີນ​ກັບ​ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ເສດຖະກິດ​ເຊັ່ກັນ​ຢູ່​ນັ້ນ.

ນາຍົກລັດຖະມຸນຕີ Letta ກ່າວ​ຊົມ​ເຊີຍ​ທ່ານ​ໂອ​ບາ​ມາ ທີ່​“
ສະຫະລັດ​ຫຼີກ​ລ່ຽງສະພາວະການບໍ່​ສາມາດ​ຊຳລະ​ໜີ້​ສິນ​ຂອງ​ຕົນ​ໄດ້​ນັ້ນ.

ທ່ານ Letta ກ່າວ​ຕື່ມ​ວ່າ ການ​ຕັດ​ສິນ​ໃຈ​ໂດຍ​ລັດຖະສະພາ​ສະຫະລັດທີ່​ໄຂ​ການ​ດຳ​ເນີນ
​ງານ​ຂອງ​ລັດຖະບານ​ຄືນ ​ແລະ​ຍົກ​ລະດັບ​ເພດານ​ໜີ້​ສິນ ​ແມ່ນ​ສຳຄັນ​ສຳລັບ​ສະຖຽນ​ລະ​
ພາບໃນ​ຕະຫຼາດ​ໂລກ ຮວມທັງ​ໃນ​ອີ​ຕາ​ລີນຳ ຊຶ່ງ​ພວມ​ສູ້​ຊົນ​ກັບ​ໜີ້​ສິນ​ຢ່າງ​ຫຼວງ​ຫຼາຍຂອງ​
ຕົນ ຢູ່​ໃນ​ເວລາ​ນີ້.

ລັດຖະບານ​ຂອງ​ທ່ານ Letta ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ກ່ຽວ​ກັບ​ໂຄງ
ການ​ເກັບ​ພາສີ ​ແລະ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ຕົນ​ລົງ.

ນາຍົກລັດຖະມຸນຕີ ອີ​ຕາ​ລີ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ປະຢັດ​ມັດທະຍັດ ​ໂດຍ
​ບໍ່​ມີການ​ເຕີບ​ໂຕ ​ເປັນ​ບັນຫາ​ໃຫຍ່.

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ Letta ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ລົງ
ມະຕິບໍ່​ໄວ້​ວາງ​ໃຈ​ໃນ​ລັດຖະສະພາ​ອີ​ຕາ​ລີ​ນັ້ນ ​ໂດຍ​ກ່າວ​ວ່າ​ເປັນ​ທີ່​ຈະ​ແຈ້ງ ທີ່​ອີ​ຕາ​ລີ
ກຳລັງ​ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ​ ໃນ​ການ​ເຮັດ​ໃຫ້ການ​ເງິນ​ຂອງ​ຕົນ​ຢູ່​ໃນສະ
ພາບທຸ່ນ​ທ່ຽງ​ ແລະ​ທຳ​ການ​ປະຕິ​ຮູບ​ນັ້ນ.

XS
SM
MD
LG