ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ຢາກໃຫ້ປະຕິຮູບ ລະບົບຍຸຕິທຳ ດ້ານ ອາຍາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ​ ມັນ
​ເຖິງ​ເວລາ​ແລ້ວທີ່​ຈະ​ຕ້ອງ​ປະຕິ​ຮູບລະບົບ​ຍຸຕິ​ທຳ​ດ້ານ​ອາຍາ.

​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ ປະທາ
ນາທິບໍດີ​ໂອ​ບາ​ມາ​ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນກ່ຽວ​ກັບ​ການ​ປະ
ຕິ​ຮູບ​ລະບົບ​ຍຸຕິ​ທຳ​ໃນ​ດ້ານ​ອາຍາແບບ​ມີ​ຄວາມ​ໝາຍ​ຂອງ​ສະ
ຫະລັດ.​

ທ່ານ​ກ່າວ​ວ່າ ສະຫະລັດ​ກຳລັງ​ປະ​ເຊີນ​ກັບ​ວົງ​ຈອນ​ແຫ່ງ​ຄວາມທຸກ​ຍາກ​ ການ​ກະທຳ​ທີ່​ຜິດ​ກົດໝາຍ ​ແລະ​ການ​ກັກ​ຂັງ ທີ່​ໄດ້​ເຮັດ​ໃຫ້​ຊາວ​ອາ​ເມ​ຣິກັນ​ ຈຳນວນຫຼວງຫຼາຍ ຕົກ​ຢູ່​ໃນ​ສະ ພາບ​ເຫຼົ່ານີ້ ​ແລະ​ໄດ້​ເຮັດ​ໃຫ້​ປະຊາຄົມຫຼາຍແຫ່ງ ຕົກ​ຢູ່​ໃນ​ຄວາມ​ອ່ອນ​ແອ.​

ປະທານາທິບໍດີ​ເຊື່ອ​ວ່າ ພວກ​ເຮົາ​ສາມາດ​ລົບ​ກວນຂະ​ບວນການດັ່ງກ່າວ​ນັບ​ແຕ່​ໂຮງຮຽນ​
ທີ່​ບໍ່​ໄດ້​ຮັບ​ທຶນ​ພຽງພໍ ​ຕະຫລອດ​ຈົນ​ຄຸກ ​ທີ່​ແອ​ອັດ​ຈົນ​ເກີ​ນ​ໄປ ​ແລະ​ເຮັດ​ໃຫ້​ລະບົບ​ຍຸຕິທຳ​
ດ້ານ​ອາຍາ​ຂອງ​ພວກ​ເຮົາ​ ສະຫລາດ​ຂຶ້ນ ມີ​ຄວາມຍຸຕິ​ທຳ​ຫລາຍຂຶ້ນ ​ແລະ​ມີປະສິດທິ​ຜົນ​
ເພີ້ມຂຶ້ນ.​

ດ້ວຍ​ເຫດ​ດັ່ງກ່າວ​ໃນ​ໄລຍະ​ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ປະທານາທິບໍດີ​ຈຶ່ງ​ໄດ້​ເດີນທາງ​ໄປ​
ທົ່ວ​ປະ​ເທດ​ແລະ​ພົບ​ປະ​ກັບ​ບັນດາ​ຊາວ​ອາ​ເມຣິ​ກັນ​ທີ່​ພວມ​ດຳ​ເນີນ​ງານ​ເພື່ອປັບປຸງລະບົບ
​ຍຸຕິ​ທຳ​ດ້ານ​ອາຍາ ນັບ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ກົດໝາຍ ທີ່​ກຳລັງ​ເຮັດ​ວຽກ ​ເພື່ອ​ຫລຸດ
ຜ່ອນ​ອາ​ຊະ​ຍາ​ກຳ​ແລະ​ອັດຕາ​ການ​ກັກ​ຂັງ​ລົງ​ ຕະຫຼອດຈົນ​ອະດີດ​ພວກ​ນັກ​ໂທດ​ທີ່​ໄດ້​ຮັບ
​ໂອກາດ​ທີ​ສອງ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ໃນ​ວັນ​ຈັນ​ນີ້ ປະທານາທິບໍດີ ​ກໍ​ຈະ​ເດີນທາງ​ໄປ​
ເມືອງ Newark New ​ໃນ​ລັດ Jersey ​ເພື່ອ​ເນັ້ນຢ້ຳ ​ເຖິງ​ຄວາມ​ພະຍາຍາມ ​ທີ່​ຈະ​ຊ່ອຍ​
ໃຫ້​ຊາວ​ອາ​ເມຣິກັນທີ່​ໄດ້​ຈ່າຍ​ໜີ້ ​ໃຫ້​ແກ່​ສັງຄົມ​ແລ້ວນັ້ນ ກັບ​ຄືນ​ມາ​ຮ່ວມ​ ປະຊາ​ຄົມ​ຂອງ
​ເຂົາ​ເຈົ້າຄືນ​ອີກ.

Weekly Address: It's Time To Reform our Criminal Justice System

In this week's address, the President spoke to the need for meaningful criminal justice reform in America.America faces a cycle of poverty, criminality, and incarceration that traps too many Americans and weakens too many communities.The President believes that we can disrupt the pipeline from underfunded schools to overcrowded jails, and make our criminal justice system smarter, fairer, and more effective.That's why in recent weeks, he has been traveling the country and meeting with Americans who are working to improve the criminal justice system, from law enforcement officials working to lower the crime and incarceration rates, to former prisoners who are earning their second chance.And on Monday, the President will travel to Newark, New Jersey to highlight efforts to help Americans who've paid their debt to society rejoin their communities.

XS
SM
MD
LG