ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາ ມີຄວາມເຫັນ ແບບປະສົມປະສານ ກ່ຽວກັບ ແຜນການ ຍຸດທະສາດ ຂອງ ປ. ໂອບາມາ (ວີດີໂອ)


Obama IS Congress React CNPK
please wait

No media source currently available

0:00 0:03:26 0:00

ແຜນການ​ຍຸດ​ທະ​ສາດ​ຂອງປະທານາທິບໍດີສະຫະລັດ ທ່ານ ບາຣັກ
​ໂອ​ບາ​ມາ ​ທີ່​ຈະ​ເອົາ​ຊະນະ​ກຸ່ມ​ຫົວ​ຮຸນ​ແຮງ ລັດ​ອິສລາມ ​ໃນ​ອີຣັກ ​
ແລະ​ຊີ​ເຣຍ ​ໄດ້​ພາໃຫ້ມີ​ປະຕິກິລິຍາ ແບບປະສົມ​ປະສານ ໃນ​ໝູ່
ສະມາຊິກລັດຖະສະພາ.

ປະທານສະພາ​ຕ່ຳທີ່ສັງກັດ​ພັກ Republican ທ່ານ John
Boehner ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ຫຼັງ​ຈາກ​ປະທານາທິບໍດີ Obama ​ໄດ້​ກ່າວຄຳປາ​ໄສ ທາງ​ໂທລະພາບ​ຕໍ່​ປະ​ເທດຊາດ ໃນແລງ​ວັນ​ພຸດ​ວານ​ນີ້ແລ້ວ​ ໂດຍກ່າວວ່າ ທ່ານ Obama ​ໃນ​ທີ່​ສຸດ ​ກໍ​ໄດ້ເລີ້​ມໃຫ້ເຫດຜົນ​ວ່າ “ການ​ທຳລາຍ​ ການ​ນາບ​ຂູ່​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ ແມ່ນ​ຈຳເປັນຈະ​ຕ້ອງ​ມີການເອົາ​ບາດກ້າວ​ທີ່​ເດັດດ່ຽວ.” ​ແຕ່​ວ່າ ທ່ານBoehner ​ກໍກ່າວ​ວ່າ “ຄຳປາໄສ ແມ່ນບໍ່ຄື​ກັນ​ກັບ​ແຜນ​ຍຸດ​ທະ​ສາດ” ແລະ​ຍັງ​ມີຄຳ​ຖາມ​ຫຼາຍໆຢ່າງ​ຢູ່ກ່ຽວກັບຈຸດປະສົງ​ຂອງ​ປະທານາທິບໍດີ.

ສ່ວນທ່ານ Ed Royce ປະທານຄະນະ​ກຳມາ​ທິການ ກ່ຽວ​ກັບ​ກິດຈະການ​ຕ່າງປະ​ເທດ
​ຂອງສະພາຕ່ຳ ກ່າວວ່າ ຍັງ​ຈະ​ຕ້ອງ​ລໍຖ້​າເບິ່ງຕໍ່​ໄປຢູ່ວ່າ​ ລັດຖະບານ​ຊຸດ​ນີ້ “ຫຼັງຈາກ​ທີ່​ໄດ້​ມີການຊັກ​ຊ້າ ​ແລະປະຕິ​ເສດ ມາ​ດົນ​ແລ້ວ ການ​ພັດທະນາ ​ແລະການ​ຈັດຕັ້ງປະຕິ
ບັດ ຄວາມໝາຍໝັ້ນແບບຍືນຍົງທີ່ຈຳເປັນ” ​
ແບບໃດເພື່ອທຳລາຍກຸ່​ມຫົວ​ຮຸນ​ແຮງລັດ​ອິສລາມ.

ສະມາຊິກ​ສະພາຕ່ຳສັງກັດພັກ Republican ຈາກ​ລັດ Tennessee ທ່ານ​ນາງ Marsha Blackbum ​ ບອກ​ກັບ VOA ວ່າ ທ່ານນາງຢາກຈະເຫັນທ່ານ Obama ບົ່ງຢ່າງຈະແຈ້ງ
ກວ່ານີ້ວ່າ ມີປະເທດໃດແດ່ ທີ່ຈະເຂົ້າຮ່ວມໃນກຸ່ມແນວໂຮມນີ້.

ສ່ວນທ່ານ Eliot Engel ສະມາຊິກ​ສະພາຕ່ຳ ສັງກັດພັກ Democratic ຈາກລັດ New York ກ່າວກັບ VOA ວ່າ ທ່ານສະໜັບສະໜຸນແຜນການທ່ານ Obama ຢ່າງແຂງຂັນ ໂດຍກ່າວເພີ້ມຕື່ມວ່າ “ນີ້ແມ່ນພຽງການເປີດສາກເລີ້ມຕົ້ນເທົ່ານັ້ນ.”

ແຕ່ສະມາຊິກສະພາສູງ ສັງກັດພັກ Democratic ຈາກລັດ Alaska ທ່ານ Mark Begich ຊຶ່ງເປັນສະມາຊິກຂອງຄະນະກຳມະການກອງທັບ ໄດ້ກ່າວວ່າ “ທ່ານຈະບໍ່ປ່ອຍໃຫ້ປະທາ
ນາທິບໍດີ ມີສິດແບບບໍ່ມີຂອບເຂດ ເພື່ອທຳສົງຄາມທາງພື້ນດິນ ໃນອີຣັກອີກຕື່ມເທື່ອນຶ່ງ.” ທ່ານ Begich ກໍຄື ນຶ່ງໃນບັນດາສະມາຊິກພັກ Democratic ທັງຫຼາຍ ທີ່ກຳລັງປະເຊີນ
ໜ້າກັບການເລືອກຕັ້ງ ເອົາຕຳແໜ່ງອີກຄັ້ງນຶ່ງ ທີ່ໄດ້ມີການ ທ້າທາຍຢ່າງແຂງຂັນ ໃນເດືອນ
ພະຈິກທີ່ຈະມາເຖິງນີ້ ກ່າວວ່າ ລັດຖະສະພາຈະຕ້ອງ ໃຫ້ການອະນຸມັດ ຕໍ່ການປະຕິບັດ
ງານທາງທະຫານໃດໆກໍຕາມ ນອກເໜືອໄປຈາກ ການໂຈມຕີທາງອາກາດ ຕໍ່ກຸ່ມຫົວຮຸນແຮງ ທີ່ກຳລັງດຳເນີນຢູ່ໃນປະຈຸບັນນີ້.

XS
SM
MD
LG