ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ລັດອິສລາມ ຈະເອົາ ຊະນະ ບໍ່ໄດ້ ໂດຍປາດສະຈາກ ການຕົກລົງ ເລື້ອງຊີເຣຍ


ພວກນັກລົບ ໜ່ວຍປ້ອງກັນ ປະຊາຊົນຊາວເຄີດ (YPG) ກຳລັງທຳການຕໍ່ສູ້ ຢູ່ຄຸ້ມບ້ານ al-Vilat al-Homor ທີ່ຫັກພັງ ໃນເມືອງ Hasaka.
ພວກນັກລົບ ໜ່ວຍປ້ອງກັນ ປະຊາຊົນຊາວເຄີດ (YPG) ກຳລັງທຳການຕໍ່ສູ້ ຢູ່ຄຸ້ມບ້ານ al-Vilat al-Homor ທີ່ຫັກພັງ ໃນເມືອງ Hasaka.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ລັດ​ອິສລາມ ສາມາດ​ທີ່​ຈ​ະ​ເອົາ​ຊະນະ​ໄດ້ ຖ້າ​ຫາກ​ວ່າມີ​ການ​ຕົກ
ລົງ​ດ້ານ​ການ​ເມືອງ​ໃນ ຊີ​ເຣຍ.

ທ່ານ Obama ກ່າວ​ຢູ່​ທີ່ກອງ​ປະຊຸມ ​ເອ​ເຊຍປາຊິ​ຟິກ ​ໃນ​ຟິລິບ​
ປີນ. “ມັນ​ຈະ​ເປັນ​ໜ້າ​ວຽກຢູ່ຫລາຍ​ປີ ​ແລະ​ ພວກເຮົາຈະ​ບໍ່​ມີຄວາມ​ສາມາດ​ປະສົບ​ຜົນສຳ​ເລັດ​ໄດ້​ຢ່າງ​ເຕັມທີ່ໃນ​ການ​ລົບລ້າງທີ່​ກົບດານ​ຂອງ​ເຂົາ​ເຈົ້າຈົນ​ກວ່າ​ວ່າ​ພວກ​ເຮົາ​ມີ ການ​ຕົກລົງ​ດ້ານ​ການ​ເມືອງບາງ​ຢ່າງ​ໃນ ຊີເຣຍ”

ທ່ານ Obama ຍັງ​ໄດ້​ອອກ​ຄວາມ​ເຫັນ​ ​ກ່ອນ​ໜ້າ​ນີ້​ແລ້ວ ກ່ຽວ​ກັບ
​ທີ່ໃນ​ບໍ່​ຊ້າ​ນີ້​ເລື່ອງ​ ຊີ​ເຣຍ ກໍ​ຈະຖືກ​ນຳ​ຂຶ້ນ​ມາ​ໃນ​ກອງ​ປະຊຸມ​ສັນຕິພາບ​ໂລກ. ທ່ານໄດ້ກ່າວ​ວ່າ ການ​ສົນທະນາ​ ສາ​ມາດບົ່ງ​ຊີ້ກຸ່ມ​ຝ່າ​ຍຄ້ານ ທີ່​ສາມາດ​ເປັນພາ​ກສ່ວນຂອງ​ການ​ມອບ​ໂອນ​ລັດຖະບານ ​ແລະ​ຈັດ​ຕັ້ງແບບ​ແຜນ​ເພື່ອ​ການ​ເລືອກ​ຕັ້ງໃໝ່.

ທ່ານ Obama ​ໄດ້ກ່າວ​ວ່າ​ “ແລ້ວ​ນັ້ນ ມັນ​ຍັງ​ຈະລິ​ເລີ້ມການ​ຢຸດ​ຍິງຊຶ່ງ​ບໍ່ມີ​ຜູ້​ໃດ​ໄດ້​ສັງ​ເກດ​ເຫັນ ​ແຕ່​ຢ່າງໜ້ອຍຈະ​ສ້າງຊ່ອງນ້ອຍໆ​ຂອງ​ຄວາມສະຫງົບທີ່ຫວັງ​ໃຫ້ເຕີບ​ໂຕ​ຂຶ້ນ​ ຕາມ​ການເວລາ. ສິ່ງ​ໜຶ່ງທີ່​ແ​ນ່ນອນຕໍ່​ອານາ​ຄົດ​ ຊີ​ເຣຍ ບໍ່ສາມາດມີ​ບ່ອນ​ໃດ​ໄວ້​ໃຫ້​ແກ່ປະທານາທິບໍດີ Bashar al-Assad.”

ມັນວາດ​ພາບ​ບໍ່​ໄດ້ ທີ່​ທ່ານ​ຈະ​ສາມາດ​ຢຸດ​ສົງ​ຄາມ​ກາງ​ເມືອງຢູ່​ທີ່​ນັ້ນ​ໄ​ດ້ໃນ​ບ່ອນຜູ້​ຄົນສ່ວນ​ ໃຫຍ່​ໃນ​ ຊີ​ເຣຍ​ ເຫັນ​ວ່າ ທ່ານເປັນ​ພະເດັດ​ການ​ຂ້າ​ຄົນ​ຢ່າງ​ທາ​ລຸນ. ທ່ານບໍ່ສາມາດທີ່​ຈະ​ໄດ້ ​ຮັບ​ຄວາ​ມ​ໄວ້​ເນື້ອ​ເ​ຊື່​ອ​ໃຈ​ຄືນຢ່າງ​ຖືກຕ້ອງ​ຊອບ​ທຳອີກ​ຕໍ່​ໄປ​ໄດ້.

ພວກຜູ້ຊາຍພາກັນຫາມ ຜູ້ໄດ້ຮັບບາດເຈັບ ອັນທີ່ພວກນັກເຄຶ່່ອນໄຫວກ່າວວ່າ ໂຈມຕີທາງອາກາດໂດຍ ຊີເຣຍ
ພວກຜູ້ຊາຍພາກັນຫາມ ຜູ້ໄດ້ຮັບບາດເຈັບ ອັນທີ່ພວກນັກເຄຶ່່ອນໄຫວກ່າວວ່າ ໂຈມຕີທາງອາກາດໂດຍ ຊີເຣຍ

ປະທານ​ນາ​ທິບໍດີ Obama ກ່າວ​ວ່າ ຣັດ​ເຊຍ ​ແລະ​ ອີຣ່ານ ຕ້ອງໄດ້ຕັດສິນ​ໃຈຢ່າງ​ມີ​ຫຼັກການ​ ​ພວກເຂົາ​ເຈົ້າຈະ​ດຳ​ເນີນຊຸກຍູ້ ທ່ານ Assad ຫລື​ວ່າ ປະ​ຕິ​ບັດ​ງານ​ຮວມກັບ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ປົກ​ປ້ອງປະ​ເທດ​ ຊີ​ເຣຍ.

ທ່ານ Assad ​ໄດ້​ກ່າວ​ຕໍ່​ໂທລະ​ພາບ ລັດຖະບານ​ອີ​ຕາ​ລີ ວ່າ ບໍ່​ມີ​ການ​ສົນທະນາທີ່​ຈະ​ສິ້ນ​ສຸດ​ ​ແລ້ວສົງຄາມທີ່​ສາມາດ​ເລີ້ມຂຶ້ນ​ໄດ້ໃນ​ຂະນະ​ທີ່ ພວກ​ກໍ່​ການ​ຮ້າ​ຍຍັງ​ຄວບ​ຄຸມ​ພາກສ່ວນ​ຂອງ ຊີ​ເຣຍ ຢູ່. ທ່ານ​ໃຊ້​ຄຳ​ເວົ້າ “ພວກ​ກໍ່​ການ​ຮ້າຍ” ຂຶ່ງທ່ານ​ໝາຍ​ເຖິງ​ຝ່າຍ​ຄ້ານ​ທັງ​ໝົດ ຈາກ​ກຸ່ມປານ​ກາງ ​ໄປ​ຫາ​ ລັດ​ອິສລາມ​ຫົວ​ຮຸນ​ແຮງ​ສຸດ.

ໃນ​ວັນ​ພະຫັດເຊັ່ນ​ດຽວ​ກັນ ຊາ​ອຸ​ດີອາ​ຣາ​ເບຍ ​ໄດ້​ປະກາດ​ວ່າ ຕົນ​ຈະ​ຈັດ​ກອງ​ປະຊຸມ​ໃນ​ເດືອນ​ໜ້າ​ນີ້ ​ເພື່ອ​ພະຍາ​ມຍາມ​ເຕົ້າໂຮມບັນດາ​ກຸ່ມຝ່າຍ​ຄ້ານ​ປານ​ກາງຂອງ​ ຊີ​ເຣຍ ກ່ອນໜ້າການເຈ ລະຈາສັນ​ຕິ​ພາບ​ໂລກ. ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ້​ມເຕີ​ມ​ເທື່ອ.

US SYRIA
please wait
Embed

No media source currently available

0:00 0:00:16 0:00

XS
SM
MD
LG