ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໂອບາມາ ເຂົ້າຮ່ວມພິທີສະຫຼອງ​ ວັນກົດໝາຍ​ ລັດຖະທຳ​ມະນູນ​ ສະບັບ​ທຳ​ອິດ ​ຂອງ​ອິນ​ເດຍ

ນາຍົກອິນເດຍ ທ່ານ Narendra Modi (ຊ້າຍ) ແລະ ປະທານາທິບໍດີ ສຫລ ທ່ານ Barack Obama (ຂວາ) ເບິ່ງອອກໄປ ຂະນະທີ່ຢືນຢູ່ດ້ານຫລັງແກ້ວປົກປ້ອງ ທີ່ເຕັມໄປດ້ວຍນ້ຳຝົນ ເພື່ອຊົມການເດີນສວນສະໜາມ ​ເນື່ອງໃນວັນສະຫຼອງ​ກົດໝາຍ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງອິນ​ເດຍ ທີ່ນະຄອນຫລວງ New Delhi, ວັນທີ 26 ມັງກອນ 2015.

ຝົນຕົກ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຕື່ນ​ເຕັ້ນ​ຈືດຈາງ​ໄປ​ສຳລັບ​ການ​ຢ້ຽມ
ຢາມ​ຄັ້ງ​ປະຫວັດສາດ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່​
ອິນ​ເດຍ ​ໃນ​ຂະນະ​ທີ່​ພວກ​ທະຫານ​ ຫຼາຍ​ພັນ​ຄົນ​ເຂົ້າ​ປະກອບ
ສ່ວນ​ໃນ​ການ​ເດີນ​ສວນສະໜາມ​ຢ່າງ​ຄຶກຄື້ນ​ໃນ​ວັນ​ຈັມມື້​ນີ້ ບ່ອນ
​ທີ່​ທ່ານ​ໂອ​ບາ​ມາ ​ໄດ້​ເປັນ​ແຂກ​ຮັບ​ເຊີນ​ທີ່​ມີ​ກຽດ​ໄປ​ຮ່ວມ​ນຳ​ນັ້ນ.

ທ່ານ​ໂອ​ບາ​ມາ​ເປັນ​ປະທານາທິບໍດີ​ສະຫະລັດ​ຄົນ​ທຳ​ອິດ ທີ່​ໄປ
​ຮ່ວມ​ວັນສະຫຼອງ​ກົດໝາຍ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ
​ອິນ​ເດຍ ​ໃນ​ຖານະ​ເປັນ​ປະ​ເທດ​ເອກ​ກະລາດ ທີ່​ມີ​ຜົນ​ບັງຄັບ​ໃຊ້
​ມາ​ຕັ້ງ​ແຕ່​ວັນ​ທີ 26 ມັງກອນ ປີ 1950 ​ເປັນຕົ້ນ​ມາ.

ປະທານາທິບໍດີ​ສະຫະລັດ ​ໄດ້​ໃຊ້​ເວລາ​ມື້​ທຳ​ອິດໃນ​ການ​ຢ້ຽມຢາມ​ເປັນ​ເວລາ 3 ມື້ ​ຂອງ
​ທ່ານ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຜູກ​ສາຍ​ພົວພັນ​ກັບນາຍົກ Narendra Modi ​ແຫ່ງ​ອິນເດຍ ​ແລະ ​ບັນລຸ​ຂໍ້​ຕົກລົງ​ກັນ​ຫຼາຍ​ສະບັບ.

ປະທານາທິບໍດີ Barack Obama ຈັບມືກັນ ນາຍັກລັດຖະມົນຕີອິນເດຍ ທ່ານ Narendra Modi ຂະນະທີ່ ທ່ານເດີນທາງໄປເຖິງສະຖານທີ່ ພິທີການ​ເດີນ​ສວນສະໜາມ ເນື່ອງໃນ​ວັນສະຫຼອງ​ກົດໝາຍ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ ​ອິນ​ເດຍ.
ປະທານາທິບໍດີ Barack Obama ຈັບມືກັນ ນາຍັກລັດຖະມົນຕີອິນເດຍ ທ່ານ Narendra Modi ຂະນະທີ່ ທ່ານເດີນທາງໄປເຖິງສະຖານທີ່ ພິທີການ​ເດີນ​ສວນສະໜາມ ເນື່ອງໃນ​ວັນສະຫຼອງ​ກົດໝາຍ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ ​ອິນ​ເດຍ.

ທ່ານ ​ໂອ​ບາ​ມາ ​ແລະ​ທ່ານ​ໂມ​ດີ ​ໄດ້​ປະກາດ​ໃຫ້ຮູ້​ວ່າ ພວກ​ທ່ານ​ໄດ້
"ບັນລຸ" ຂໍ້​ຕົກລົງ​ດ້ານພະ​ລັງ​ນີວ​ເຄລຍ ທີ່​ໄດ້​ຕົກ​ຢູ່​ໃນ​ ສະພາບ​ບໍ່​
ໄປ​ບໍ່​ມາ ມາ​ເປັນ​ເວລາ​ດົນ​ນານ​ນັ້ນ.

ສະຫະລັດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກັບ​ອິນ​ເດຍ​ໃນ​ປີ 2008 ທີ່​ຈະ
​ອະນຸ​ມັດດ້ານ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍທີ່​ໃຊ້​ທາງ​ພົນລະ​ເຮືອນ . ​
ແຕ່​ການຈັດ​ຕັ້ງ​ປະຕິບັດ ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຊັກ​ຊ້າ​ມາ ກ່ຽວ​ກັບ
​ກົດໝາຍ​ຂອງ​ອິນ​ເດຍສະບັບ​ນຶ່ງ ທີ່​ຈະ​ເຮັດ​ໃຫ້​ພວກ​ບໍລິສັດ​ຕ່າງໆ
ທີ່​ກໍ່ສ້າ​ງ ແລະ​ສະໜອງ​ອຸບປະກອນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ກໍລະນີ​
ທີ່​ເກີດ​ອຸບັດ​ເຫດ​ຂຶ້ນ​ນັ້ນ.

ທັງສອງ ​ຝ່າຍ​ໄດ້​ຕົກລົງ​ກັນ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຈັດ​ຕັ້ງ​ເງິນ​ປະກັນ​ໄພ​ມູນ​ຄ່າ​ຫຼາຍ​ພັນ​ລ້ານດອນ​ລາ​ຂຶ້ນ ທີ່​ບໍ່​ບັງຄັບ​ໃຫ້​ອິນ​ເດຍຈຳ​ເປັນ​ຕ້ອງ​ປ່ຽນ​ກົດໝາຍຂອງ​ຕົນ.

Obama, Modi Resolve Nuclear Deal Issues
please wait

No media source currently available

0:00 0:02:24 0:00

ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ກັນ​ນີ້ ຍັງ​ບໍ່​ທັນ​ແຈ້ງ​ຂາວ​ເທື່ອ ​ແຕ່​ປະທານາທິບໍດີ​ໂອ​ບາ​ມາ ​ເອີ້ນ​ຂໍ້​ຕົກລົງ​ກັນ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເປັນ​ບາດກ້າວ ​ທີ່​ສຳຄັນ​ອັນ​ນຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ວິທີ​ທີ່​ທັງ​ສອງ​ຝ່າຍ​ສາມາດ​ດຳ​ເນີນ​ການ​ຮ່ວມ​ກັນ​ໄດ້ ​ເພື່ອ​ຍົກ​ລະດັບ​ສາຍ​ພົວພັນ​ກັນຂຶ້ນ​.

INDIA OBAMA VISIT VIDEO
please wait

No media source currently available

0:00 0:02:27 0:00

XS
SM
MD
LG