ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຮັກສາການ ແທນຫົວໜ້າ IRS ຖືກຂໍຮ້ອງ ໃຫ້ລາອອກ (ວີດີໂອ)


ປະທານາທິບໍດີ Obama
ປະທານາທິບໍດີ Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ ​
ຜູ້​ວ່າ​ໜ້າ​ທີ່ຮັກສາ​ການແທນ​ຫົວໜ້າ​ຫ້ອງການ​ເກັບ​ພາສີ ຫຼື IRS
ຄົນ​ປະຈຸ​ບັນ​ນີ້ ​ໄດ້ຖືກ​ຮ້ອງ​ຂໍໃຫ້​ລາ​ອອກ ​ຍ້ອນ​ຂ່າວ​ນອງ​ນັນ
ທີ່​ພົວພັນ​ກັບ​ການ​ທີ່​ທາງ IRS ໄດ້ເຈາະຈົງຈັບຜິດຢ່າງ​ບໍ່​ຖືກ
ຕ້ອງ ​ເລື້ອງ​ການ​ເສຍພາສີ ຂອງບັນດາກຸ່ມນິຍົມແນວທາງ
ເດີມ ຫລື​ນິຍົມ​ພັກຣີພັບ​ບລິ​ກັນນັ້ນ.

​ໃນ​ການ​ຖະ​ແຫລ​ງຢູ່​ຫ້ອງ​ຕາ​ເວັນ​ອອກ​ຂອງ​ທໍານຽບຂາວ​
ຫຼື Eastroom ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Obama ໄດ້ກ່າວວ່າ
ພຶດຕິ​ກໍາ​ດັ່ງກ່າວ​ຂອງ IRS ​ແມ່ນ​ເປັນ​ເລື້ອງ​ທີ່ “ອະ​ໄພ​ໃຫ້ບໍ່​ໄດ້.”
ທ່ານປະທານາທິບໍດີຍັງ​ກ່າວ​ອີກ​ວ່າ ທ່ານ​ຈະ​ບໍ່​ປ່ອຍໃຫ້ການ
​ປະພຶດ​ແບບ​ນີ້ ມີ​ຂຶ້ນ​ບໍ່​ວ່າ​ຢູ່​ໃນ​ກະຊວງ​ທະບວງ​ກົມ​ໃດໆກໍຕາມ​ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ
ໂດຍ​ສະ​ເພາະຫ້ອງການ IRS ​ເມື່ອ​ພິຈາລະນາ​ເຖິງ​ອໍານາດຂອງ​ຫ້ອງການ​ດັ່ງກ່າວ ​
ແລະ​ຜົນ​ກະທົບ​ອັນ​ກ້ວາງ​ໄກ​ຕໍ່ຊີວິດຂອງ ພວກເຮົາໝົດທຸກຄົນ. ທ່ານ Obama ກ່າວວ່າ
ລັດຖະມົນຕີກະຊວງການ​ເງິນ ທ່ານ Jack Lew ໄດ້ຮ້ອງ​ຂໍ​ແລະ​ກໍ​ໄດ້​ຮັບ​ເອົາ ການລາ
ອອກຈາກຕໍາແໜ່ງຂອງ ທ່ານ Steven Miller ຫົວໜ້າພາງ​ຂອງຫ້ອງການ IRS ແລ້ວ
ເພາະວ່າມັນສໍາ​ຄັນຫລາ​ຍທີ່​ຈະ​ຕ້ອງ​ນໍາ​ເອົາຜູ້ນໍາຄົນ​ໃໝ່​ເຂົ້າ​ໄປ. ທ່ານ Miller ຈະພົ້ນ
ຈາກຕໍາແໜ່ງໃນເດືອນມິຖຸນາ ໜ້ານີ້.


US Lawmakers Question Holder Over Domestic Scandals
please wait

No media source currently available

0:00 0:02:29 0:00
ລິງໂດຍກົງ

ທ່ານ Obama ໄດ້ກ່າວອີກວ່າ ທ່ານຈະທໍາງານເພື່ອຄໍ້າປະກັນວ່າ ບັນຫາ​ແບບນີ້ຈະບໍ່ເກີດ
ຂຶ້ນອີກ ແລະທ່ານຍັງໄດ້ກ່າວອີກວ່າ ທ່ານຈະທໍາງານກັບທາງລັດຖະສະພາ ໃນບົດບາດ
ຂອງ​ຜູ້ຄວບຄຸມດູແລ.

ປະທານາທິບໍດີ Obama ໄດ້ສະ​ແດງຄວາມເຫັນຂອງທ່ານ ໃນເວລາບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກທີ່ລັດຖະມົນຕີກະຊວງຍຸຕິທໍາ ທ່ານ Eric Holder ໄດ້ໃຫ້ການ​ຕໍ່​ລັດ​ຖະສະພາ
ວ່າການສືບສວນສອບ​ສວນ​ຄະດີ​ອາຍາກ່ຽວ​ກັບຫ້ອງການ IRS ​ນີ້ ອາດ​ສາມາດຮວມທັງ​
ຂໍ້​ຫາ​ອື່ນໆ​ນໍາ ​ເຊັ່ນເລື້ອງການ ລ່ວງລະເມີດສິດທິພົນລະເມືອງ ການທີ່ໃຫ້ຂໍ້ມູນເທັດ
ແລະການລະເມີດກົດ ໝາຍ Hatch Act ທີ່ຫ້າມລັດຖະກອນ ຫລືພະນັກງານລັດຖະບານ
ກາງ ເຂົ້າປະກອບສ່ວນ​ໃນກິດຈະກໍາຕ່າງໆທີ່ ພົວພັນທາງການເມືອງຂອງພັກໃດພັກນຶ່ງນັ້ນ.

ທ່ານ Holder ​ໄດ້​ສັ່ງ​ໃຫ້ທໍາການສືບສວນສອບ​ສວນເລື້ອງ​ນີ້ ໃນອາທິດແລ້ວນີ້ ຫຼັງຈາກທີ່
ທາງ IRS ຍອມຮັບວ່າ ຕົນໄດ້ເຈາະຈົງທໍາການກວດ​ສອບເປັນພິເສດ ກ່ຽວ​ກັບ​ເລື້ອງ​ການ​
ເສຍ​ພາສີ ຂອງບັນດາກຸ່ມຈັດ​ຕັ້ງທີ່ນິຍົມແນວທາງເດີມ ​ເວລາພວກກຸ່ມດັ່ງກ່າວຍືນໃບສະມັກ
ຂໍຍົກເວັ້ນພາສີນັ້ນ.
XS
SM
MD
LG