ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອິສຣາແອລ ຕິຕຽນ ຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ


ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ຖະແຫລງຕໍ່ບັນດານັກຂ່າວ ທີ່ນະຄອນ Jerusalem.
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ຖະແຫລງຕໍ່ບັນດານັກຂ່າວ ທີ່ນະຄອນ Jerusalem.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ປະຕິ​
ເສດ ຕໍ່ຄຳຮຽກ ຮ້ອງຂອງອິສຣາ​ແອ​ລ ທີ່​ວ່າຂໍ້​ຕົກລົງ​ຂັ້ນສຸດ
ທ້າຍກ່ຽວກັບເລື້ອງນິວ​ເຄລຍໃດໆ ກໍຕາມກັບອີຣ່ານ ແມ່ນ
ຮວມທັງ “ຄວາມ​ໝັ້ນໝາຍຢ່າງຈະແຈ້ງ ແລະບໍ່ມີຄວາມ ຄຸມ
ເຄືອຂອງອີຣ່ານ ຕໍ່ການມີສິດຢູ່ເປັນປະເທດ ຂອງອິສຣາແອລ.”

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netan-
yahu ​ໄດ້ອອກ​ຄຳຮຽກຮ້ອງໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໃນ​ຂະນະ
​ທີ່​ຕຳໜິຕິຕຽນ​ຢ່າງແຮງ ​ຕໍ່​ຂອບ​ຂໍ້​ຕົກລົງ​ໃນດ້ານນິວ​ເຄລຍ
ທີ່​ໄດ້​ບັນລຸ​ລະຫວ່າງອີຣ່ານແລະຫົກ​ບັນ​ດາ​ປະ​ເທດ​ມະຫາ​
ອຳນາດຂອງໂລກ.

ປະທານາທິບໍດີ Barack Obama ​ໄດ້​ສົນທະນາ​ບັນ​ຫາດັ່ງກ່າວ ​ໃນ​ຂະນະ​ທີ່​ໃຫ້ສຳພາດ
ໃນ​ວັນ​ຈັນ​ວານ​ນີ້ ກັບອົງການສື່​ມ​ວນຊົນ​ NPR ຂອງອາເມຣິກັນ. ປະທານາທິບໍດີໂອບາມາ
ກ່າວວ່າ “ຄວາມຄິດ​ທີີ່​ວ່າ ພວກ​ເຮົາ​ຈະ​ວາງ​ເງື່ອນໄຂ ​ບໍ່​ໃຫ້ອີຣ່ານ ​ສ້າງ​ອາວຸດ​ນິວ​ເຄລຍ
ໃນຂໍ້​ຕົກລົງ​ທີ່ມີການກວດພິສູດ ໂດຍໃຫ້ອີ ຣ່ານຮັບຮູ້ອິສຣາ​ແອ​ລນັ້ນ ​ມັນແມ່ນຄືກັນກັບ
ການເວົ້າວ່າ ພວກ​ເຮົາ​ຈະ​ບໍ່​ເຊັນ​ຂໍ້​ຕົກລົງ​ໃດໆ ຈົນ​ກວ່າ​ວ່າ ທາດແທ້ຂອງລະບອບ​ການປົກ
ຄອງຂອງອີຣ່ານໄດ້ມີ ແມ່ນປ່ຽນແປງ​ທັງ​ໝົດ. ​ແລະ​ດັ່ງ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ​ເປັນການ​ຊັ່ງ​ຊາທີ່​ຜິດ ໃນທາງພື້ນຖານ.” ປະທານາທິບໍດີ Obama ກ່າວຕື່ມວ່າ “​ພວກ​ເຮົາຕ້ອງການ​ບໍ່​ຢາກ​ໃຫ້​ອີຣ່ານ ມີ​ອາ​ວຸດ​ນິວ​ເຄລຍ​ ​ໂດຍສະ​ເພາະ​ເຈາະ​ຈົງ​ແລ້ວ ​ເພາະວ່າ ພວກ​ເຮົາ​ບໍ່​ສາ
ມາດ ເພິ່ງພາກ່ຽວກັບທາດແທ້ໃນການປ່ຽນ​ແປງຂອງອຳນາດ ການປົກຄອງ. ຖ້າ​ຫາກ​ວ່າ​ໃນ​ທັນ​ໃດ ອີຣ່ານປ່ຽນ​ແປງ​ຕົນ​ເອງ​ໄປເປັນ​ເຢຍຣະ​ມັນ ຫລື​ສະວີເດັນ ຫລືຝຣັ່ງ ​ເວລາ​ນັ້ນ​ຈະ​ມີ​ການ​ສົນທະນາ​ທີ່​ແຕກ​ຕ່າງ​ໄປ ກ່ຽວ​ກັບໂຄງ​ລ່າງພື້ນຖານໃນດ້ານ​ນິວ​ເຄລຍຂອງ
ພວກ​ເຂົາ​.”

ອິສຣາ​ແອ​ລ ຢືນຢັດວ່າ ​ຂອບຂໍ້​ຕົກລົງດ້ານ​ນິວ​ເຄລຍທີ່​ໄດ້​ບັນລຸ​ໃນອາທິດ​ແລ້ວ​ນີ້ ຢູ່ທີ່​ປະ
​ເທດ Switzerland ເປັນໄພຂົ່ມຂູ່​ ຕໍ່ການ​ຢູ່​ລອດຂອງ​ຕົນ ​ແລະ​ທ່ານ Netanyahu ​ໄດ້​
ກ່າວ​ວ່າທ່ານ​ຈະ​ກົດ​ດັນໃຫ້ບັນດາ​ສະມາຊິກລັດຖະສະພາສະຫະລັດບໍ່ອະນຸມັດໃຫ້ອີຣ່ານ
“ມີທາງ​ຜ່ານ​ຢ່າງ​ເສລີ​ໄປ​ສູ່​ການ​ສ້າງ​ລະ​ເບີດໄດ້.”

Obama Administration Promises Safe, Lasting Deal With Iran
please wait

No media source currently available

0:00 0:02:35 0:00

XS
SM
MD
LG